ໃນຕອນເຊົ້າຂອງວັນທີ 28 ພະຈິກ2020 ທີ່ຫ້ອງປະຊຸມໃຫຍ່ຂອງມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດງານແຂ່ງເວົ້າພາສາຈີນ “ຂັນຈຽງຊູ”ຮອບຊີງຊະນະເລີດ ປະຈໍາປີ 2020 ທີ່ ສປປ ລາວ ຂຶ້ນຢ່າງປະສົບຜົນສໍາເລັດ.ເຈົ້າພາບຈັດງານໃນຄັ້ງນີ້ແມ່ນ ສູນແລກປ່ຽນວັດທະນະທໍາສາກົນ ແຂວງຈຽງຊູ ແລະມະຫາວິທະຍາໄລ ນານຈິງ, ມະຫາວິທະຍາໄລ ຊູໂຈ ລາວ ເປັນຜູ້ຮັບຜິດຊອບຈັດງານຢູ່ລາວ.ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດCOVID-19, ເປັນຄັ້ງທໍາອິດ ທີ່ພວກເຮົາໄດ້ນໍາໃຊ້ຮູບແບບ “ການແຂ່ງຂັນແລະ ຕັດສິນໃຫ້ຄະແນນຜ່ານລະບົບອອນລາຍ ແລະ ອອບລາຍ ໄປພ້ອມໆກັນ”, ເຂົ້າຮ່ວມງານຜ່ານລະບົບ ອອນລາຍມີທ່ານ ຢູສ້ຽວໂປ ຫົວໜ້າກອງເລຂາສູນແລກປ່ຽນວັນທະນະທໍາສາກັນແຂວງຈຽງຊູ, ທ່ານ ເສິນຊີ້ຮອງຄະນະບໍດີ ຄະນະການສຶກສາຕ່າງປະເທດ ຂອງມະຫາວິທະຍາໄລ ນານຈິງ, ເຂົ້າຮ່ວມຕົວຈິງພາຍໃນງານມີທ່ານ ຫວງຊິ້ງ ຮອງອາທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ, ທ່ານ ໂລໝິງ ອໍານວຍການຝ່າຍຈີນ ສະຖາບັນຂົງຈື້ ມຊ, ທ່ານ ຄໍາຮຸ່ງ ຈັນທະວົງ ອໍານວຍການຝ່າຍລາວ ສະຖາບັນຂົງຈື້ ມຊ,ທ່ານ.ນາງ ມ່າລີ້ຈຽນ ປະທານ ໂຮງຮຽນຈຸງເຕັກ ສະຫວັນນະເຂດ, ທ່ານ.ນາງ ຈິນດາວັນ ສຸກຄະວົງຮອງອໍານວຍການໂຮງຮຽນຈຸງເຕັກ ສະຫວັນນະເຂດ, ທ່ານ ທອງພັນ ອຸໄລທອນ ອໍານວຍການໂຮງຮຽນ ມສວຽງຈັນ, ທ່ານ ສົມໃຈ ລາວລີ ອາຈານຈາກພາກວິຊາ ພາສາຈີນ ຄະນະອັກສອນສາດ ມຊ,ພ້ອມທັງຕາງໜ້າຄູອາຈານ ແລະ ນັກຮຽນນັກສຶກສາຈາກພາກສ່ວນທີ່ເຂົ້າຮ່ວມ ແຂ່ງຂັນກໍໄດ້ເຂົ້າຮ່ວມ ໃນພິທີທັງໝົດຈໍານວນ 100 ກວ່າຄົນ. ການແຂ່ງຂັນໃນຄັ້ງນີ້ຍັງໄດ້ມີການຖ່າຍທອດສົດຜ່ານທາງ facebook ຂອງມະຫາວິທະຍາໄລ ຊູໂຈ ລາວ, ໃນນັ້ນໄດ້ມີ ຜູ້ເຂົ້າຕິດຕາມຮັບຊົມເປັນຈໍານວນ 1000 ກວ່າເທື່ອຄົນ.

  ພິທີການແຂ່ງຂັນຮອບຊີງຊະນະເລີດ ໄດ້ເລີ່ມຕົ້ນຂຶ້ນໃນເວລາ9:00 ໂມງ, ທ່ານ ຫວງຊິ້ງ ແລະ ທ່ານ ເສິນຊີ້ ໄດ້ກ່າວຄໍາເຫັນກ່ຽວກັບງານ.

  ທ່ານ ຫວງຊິ້ງ ໄດ້ສະແດງຄວາມຍິນດີຕ້ອນຮັບບັນດາທ່ານທີ່ມາຮອດມາເຖິງແລະ ກໍເປັນກຽດຢ່າງຍິ່ງ ທີ່ໄດ້ຮັບໜ້າທີ່ເປັນຜູ້ຈັດງານແຂ່ງເວົ້າພາສາຈີນ ”ຂັນຈຽງຊູ”ຢູ່ທີ່ ສປປ ລາວ ອີກຄັ້ງ, ທ່ານໄດ້ກ່າວວ່າ, ”ຂັນຈຽງຊູ”ໄດ້ກາຍເປັນເວທີທີ່ສໍາຄັນໃນການສະແດງຄວາມສາມາດທາງດ້ານພາສາຈີນ ສໍາລັບຊາວໜຸ່ມ ນັກຮຽນນັກສຶກສາ ຂອງລາວ, ໄດ້ເປັນຊ່ອງທາງໜຶ່ງໃນການຊອກຮູ້ກ່ຽວກັບຈຽງຊູ ແລະ ປະເທດຈີນ.ພ້ອມດຽວກັນນັ້ນ, ທ່ານຍັງໄດ້ແນະນໍາກ່ຽວກັບມະຫາວິທະຍາໄລ ຊູໂຈ ລາວ,ຝາກຂອບໃຈມາຍັງທຸກພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນແກ່ການສ້າງຕັ້ງມະຫາວິທະຍາໄລ ຊູໂຈລາວ ໂດຍຕະຫຼອດມາ. ທ້າຍສຸດ ທ່ານຍັງໄດ້ ອວຍພອນລ່ວງໜ້າ ໃຫ້ແກ່ງານແຂ່ງເວົ້າພາສາຈີນ ”ຂັນຈຽງຊູ”ຮອບຊີງຊະນະເລີດປະຈໍາປີ 2020 ທີ່ ສປປ ລາວ ຈົ່ງປະສົບຜົນສໍາເລັດຢ່າງເຕັມເມັດເຕັມໜ່ວຍ.

  ທ່ານ ເສິນຊີ້ ໄດ້ກ່າວວ່າຕົນເອງມີຄວາມຮູ້ສຶກດີໃຈເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າຮ່ວມງານແຂ່ງເວົ້າພາສາຈີນ“ຂັນຈຽງຊູ”ອີກຄັ້ງ.ຜ່ານມາ ທ່ານ ເສິນຊີ້ ເຄີຍໄດ້ເດີນທາງເຂົ້າຮ່ວມງານແຂ່ງເວົ້າພາສາຈີນ“ຂັນຈຽງຊູ”ທີ່ສປປ ລາວ ມາແລ້ວ 2 ຄັ້ງ, ເວັ້ນຫວ່າງພຽງປີດຽວ, ການປ່ຽນແປງໃນການພັດທະນາ ສະໜາມບິນຂອງລາວໄດ້ສ້າງຄວາມຊົງຈໍາຢ່າງເລິກເຊິ່ງໃຫ້ແກ່ເພິ່ນ. ປີນີ້,ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19,ເຖິງແມ່ນວ່າ ຈະບໍ່ສາມາດເຂົ້າຮ່ວມພາຍໃນພິທີການແຂ່ງຂັນນໍາກັນໄດ້ກໍຕາມ, ແຕ່ເພິ່ນກໍເຊື່ອໝັ້ນວ່າສປປ ລາວ ຕ້ອງມີການພັດທະນາໄປຢ່າງຫຼວງຫຼາຍແນ່ນອນ. ໃນນີ້ເພິ່ນຍັງຄົງສໍາພັດໄດ້ເຖິງບັນຍາກາດຄວາມກະຕືລືລົ້ນໃນການເຂົ້າຮ່ວມແຂ່ງຂັນຂອງທຸກໆຄົນ.ໃນໂອກາດນີ້ ເພິ່ນໄດ້ຕາງໜ້າໃຫ້ແກ່ມະຫາວິທະຍາໄລ ນານຈິງ ຝາກສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄູ່ຮ່ວມໃນການຈັດງານຄັ້ງນີ້, ຂໍສະແດງຄວາມຮູ້ບຸນຄຸນມາຍັງບັນດາຄູອາຈານ ແລະພະນັກງານອາສາສະໝັກທຸກຄົນ ທີ່ໄດ້ທຸ້ມເທເຮື່ອແຮງເຂົ້າໃນການກະກຽມຈັດຕັ້ງການັແຂ່ງຂັນໃນຄັ້ງນີ້, ພ້ອມດຽວກັນນັ້ນ ເພິ່ນຍັງໄດ້ສະແດງຄວາມຍິນດີຕ້ອນຮັບແລະ ຫວັງວ່າທຸກຄົນ ຈະໄດ້ຮັບໂອກາດໃນການມາຮຽນພາສາ ແລະ ສໍາພັດວັດທະນະທໍາຢູ່ມະຫາວິທະຍາໄລນານຈິງ,ມາສໍາພັດວັດທະ ນະທໍາອັນເກົ່າແກ່ຂອງມະຫາວິທະຍາໄລນານຈິງ ແລະມົນສະເໜ່ທີ່ສວຍງາມຂອງແຂວງຈຽງຊູ.

  ໃນການແຂ່ງຂັນຄົ້ງນີ້ແມ່ນລວມມີການເວົ້າຕາມຫົວຂໍ້, ການຖາມ-ຕອບ ແລະ ການຈົກສະຫຼາກເລືອກຄໍາຖາມ ກ່ຽວກັບຈຽງຊູລວມທັງໝົດ 3 ຂັ້ນຕອນ. ຜ່ານການຄັດເລືອກຢ່າງເຂັ້ມງວດ, ທັງ 5 ພາກສ່ວນໄດ້ສົ່ງຕົວແທນເຂົ້າຮ່ວມແຂ່ງຂັນຮອບຊີງຊະນະເລີດທັງໝົດ 19 ຄົນ. ຕະຫຼອດໄລຍະເວລາຂອງການແຂ່ງຂັນ,ຜ່ານການກະກຽມຢ່າງພຽບພ້ອມຂອງຜູ້ເຂົ້າແຂ່ງຂັນ, ການແຕ່ງກາຍທີ່ສວຍງາມ,ການເລືອກຫົວຂໍ້ທີ່ພິເສດ, ການເວົ້າທີ່ໜ້າຈັບໃຈ ແລະ ການຖາມຕອບ ຢ່າງຄ່ອງແຄ້ວແມ່ນລ້ວນແລ້ວແຕ່ເປັນສິ່ງດຶງດູດຄວາມສົນໃຈຂອງຜູ້ຊົມ ແລະໄດ້ຮັບການຕີລາຄາສູງຈາກບັນດາຄະນະກໍາມະການ. ສຽງຕົບມືຊົມເຊີຍ ແລະ ຮ້ອງເຊຍຂອງຜູ້ຊົມໄດ້ດັງກ້ອງໄປທົ່ວຫ້ອງປະຊຸມ ຢ່າງເນື່ອງນິດລຽນຕິດ.

ຜ່ານການແຂ່ງຂັນ,ນາງ ອອນສຸດາ ຫຼວງພິນິດ ຕາງໜ້າຈາກມະຫາວິທະຍາໄລ ຊູໂຈ ລາວ ແລະ ນາງ ວຽງນະຄອນ ວົງວິໄຊຕາງໜ້າຈາກພາກວິຊາພາສາຈີນ ຄະນະອັກສອນສາດ ມຊ ໄດ້ຮັບລາງວັນຊະນະເລີດອັນດັບທີ 1, ນາງທິບພາພອນ, ທ້າວ ອາຫ້າຍ, ນາງ ອາລິຍາ ຕາງໜ້າຈາກໂຮງຮຽນຈຸງເຕັກ ສະຫວັນນະເຂດ ແລະ ນາງຈັນສຸກ ຕາງໜ້າຈາກພາກວິຊາພາສາຈີນ ມຊ ລວມທັງໝົດ 4 ຄົນ ໄດ້ຮັບລາງວັນຮອງຊະນະເລີດອັນດັບທີ2, ສ່ວນທີ່ເຫຼືອ 13 ຄົນແມ່ນໄດ້ຮັບລາງວັນ ອັນດັບທີ 3. ຜູ້ຊະນະເລີດອັນດັບທີ 1 ແລະ ທີ2 ໃນຊ່ວງລະດູຮ້ອນຂອງປີໜ້າ ແມ່ນຈະໄດ້ໄປທັດສະນະສຶກສາຢູ່ທີ່ແຂວງຈຽງຊູ ສປ ຈີນ ເປັນເວລາ8 ວັນ ໂດຍບໍ່ເສຍຄ່າ. ໃນເວລານັ້ນ, ນ້ອງນັກຮຽນທັງ 6 ຄົນຈະໄດ້ມີໂອກາດພົບປະກັບຜູ້ຊະນະເລີດໃນງານແຂ່ງເວົ້າພາສາຈີນ“ຂັນຈຽງຊູ”ຈາກປະເທດອື່ນໆ ນໍາກັນຢູ່ທີ່ແຂວງຈຽງຊູ. ຜ່ານການແຂ່ງຂັນໃນຄັ້ງນີ້, ຜູ້ເຂົ້າຮ່ວມແຂ່ງຂັນແຕ່ລະຄົນບໍ່ພຽງແຕ່ຈະເຫັນໄດ້ເຖິງຜົນຄະແນນການແຂ່ງຂັນຂອງຕົນ, ແຕ່ສິ່ງທີ່ສໍາຄັນໄປກວ່ານັ້ນແມ່ນແຕ່ລະຄົນໄດ້ຮັບການພັດທະນາຕົນເອງຢ່າງຫຼວງຫຼາຍ,ໄດ້ເປັນໂອກາດທີ່ດີໃນການຮຽນຮູ້ກ່ຽວກັບປະເທດຈີນ,ໄດ້ຊ່ວຍໃຫ້ ທຸກຄົນສາມາດເຮັດໃຫ້ຄວາມຝັນ ໃນການຮຽນຮູ້ພາສາຈີນ ໄດ້ປະກົດຜົນເປັນຈິງຢ່າງໄວວາ.

ຈຸດປະສົງຕົ້ນຕໍຂອງງານແຂ່ງເວົ້າພາສາຈີນ“ຂັນຈຽງຊູ”ແມ່ນເພື່ອເປັນເວທີແລະ ເປັນຂົວມິດຕະພາບໃນການພົວພັນ ແລກປ່ຽນຂອງນັກຮຽນ ນັກສຶກສາ ຈາກແຕ່ລະປະເທດ,ເປັນເວທີເຜີຍແຜ່ວັດທະນະທໍາອັນດີເດັ່ນຂອງຈີນ, ຊ່ວຍໃຫ້ຜູ້ຄົນໄດ້ຮັບຮູ້ ແລະເຂົ້າໃຈກ່ຽວກັບແຂວງຈຽງຊູ ໃຫ້ນັບມື້ນັບຫຼາຍຂຶ້ນ. ນັບແຕ່ປີ 2017ທີ່ໄດ້ມາຈັດການແຂ່ງຂັນຄັ້ງທໍາອິດຢູ່ທີ່ ສປປ ລາວ, ແມ່ນໄດ້ຮັບຄວາມສົນໃຈ ແລະໃຫ້ການສະໜັບສະໜູນເປັນຢ່າງດີຈາກທຸກພາກສ່ວນຂອງສັງຄົມ, ໄດ້ຊ່ວຍໃຫ້ນັກຮຽນນັກສຶກສາຂອງລາວ ຮູ້ຈັກແຂວງຈຽງຊູ ແລະ ເຂົ້າໃຈກ່ຽວກັບປະເທດຈີນ ນັບມື້ນັບຫຼາຍຂຶ້ນ,ໄດ້ມີບົດຄວາມກ່ຽວກັບ “ຄວາມປະທັບໃຈ ຈຽງຊູ”ທີ່ແຕ່ງດ້ວຍຕົນເອງ. ເຖິງວ່າ ການແຜ່ລະບາດຂອງເຊື້ອພະຍາດ COVID-19ຈະເປັນອຸປະສັກໃຫ້ແກ່ການແຂ່ງຂັນຄັ້ງນີ້ກໍຕາມ,ແຕ່ຄວາມກະຕືລືລົ້ນ ຂອງຜູ້ເຂົ້າແຂ່ງຂັນແມ່ນບໍ່ມີວັນລົດລະ, ມົນສະເໜ່ຂອງ ຂັນຈຽງຊູກໍບໍ່ໄດ້ລົດໜ້ອຍຖອຍລົງ, ພວກເຮົາຄອງຄອຍ ແລະ ຫວັງວ່າ ຜ່ານການຈັດ ການແຂ່ງຂັນຫຼາຍໆຄັ້ງ,ການປະສົມປະສານລະຫວ່າງສອງວັດທະນະທໍາ ລາວ-ຈີນ ຈະຊ່ວຍສ້າງປະກາຍໄຟອັນໃໝ່ຢ່າງມີສີສັນແລະ ຫຼາກຫຼາຍ, ປະກອບສ່ວນໃນການຜັນຂະຫຍາຍຍຸດທະສາດ”ໜຶ່ງແລວໜຶ່ງເສັ້ນທາງ” ແລະ ສ້າງສາຍສໍາພັນ ມິດຕະພາບ ລາວ-ຈີນໃຫ້ໝັ້ນຄົງຂະໜົງແກ່ນ.