ຄັ້ງວັນທີ 10 ທັນວາ 2019 ເວລາ 13:30 ໂມງ, ມຊລ ໄດ້ຈັດກິດຈະກໍາ ມຸມພາສາຈີນ ຄັ້ງທີ່ 12 ຂຶ້ນ ພາຍໄຕ້ຫົວຂໍ້ “ລະບາຍສີໜ້າກາກ, ຮັບຮູ້ເຖິງຈິດວິນຍາຂອງຄວາມເປັນຊາດ”, “ໜ້າກາກ” ແມ່ນສິ່ງທີ່ເປັນເອກະລັກສະເພາະຈີນ ທີ່ນໍາໃຊ້ໃນເວລາສະແດງລະຄອນ (ງິ້ວ), ເປັນສິ່ງທີ່ສື່ໃຫ້ເຫັນເຖິງວັດທະນະທໍາທີ່ເກົ່າແກ່ທາງດ້ານການສະແດງລະຄອນ ແລະ ສິນລະປະຄວາມງານຂອງຈີນ. ກິດຈະກໍາຄັ້ງນີ້ ແມ່ນອາຈານ ເຢ້ຈຸ້ນລານ ເປັນຜູ້ຮັບຜິດຊອບໃຫ້ການບັນຍາຍ ແລະ ນໍາພາ, ພະນັກງານຈາກພະແນກການສຶກສາ ແລະ ຄຸ້ມຄອງນັກສຶກສາ ພ້ອມດ້ວຍນັກສຶກສາ ປະລິນຍາຕີ ຮຸ່ນປີ 2018 ແລະ 2019 ກໍໄດ້ເຂົ້າຮ່ວມພາຍໃນກິດຈະກໍາຄັ້ງນີ້.

ກ່ອນອື່ນ, ອຈ ເຢ້ຈຸ້ນລານ ໄດ້ເປີດວີດີໂອກ່ຽວກັບການສະແດງປ່ຽນໜ້າກາກໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກໍາທຸກຄົນ ໄດ້ຮັບຊົມ, ການປ່ຽນໜ້າກາກທີ່ຫຼາກຫຼາຍ, ຕໍ່ເນື່ອງ ແລະ ວ່ອງໄວ ໄດ້ສ້າງຄວາມອັດສະຈັນງຶດງໍ້ ໃຫ້ແກ່ນັກສຶກສາແຕ່ລະຄົນ. ຫຼັງຈາກນັ້ນ ກໍໄດ້ເລົ່າເລື່ອງປະຫວັດຄວາມເປັນມາຂອງການສະແດງໜ້າກາກ, ພ້ອມດ້ຽວກັນນັ້ນ, ອຈ ເຢ້ຈຸ້ນລານ ຍັງໄດ້ອາທິບາຍໃຫ້ຮູ້ກ່ຽວກັບຄວາມໝາຍຂອງໜ້າກາກແຕ່ລະສີ ທີ່ມີຄວາມໝາຍ ແລະ ເປັນຕົວແທນໃຫ້ແຕ່ລະຢ່າງທີ່ແຕກຕ່າງກັນ, ຊ່ວຍໃຫ້ທຸກຄົນໄດ້ມີຄວາມເຂົ້າໃຈນໍາກັນວ່າ ໜ້າກາກບໍ່ພຽງແຕ່ເປັນອຸປະກອນຮັບໃຊ້ການສະແດງເທົ່ານັ້ນ, ແຕ່ຫາກຍັງເປັນຕົວແທນໃຫ້ແກ່ນິໄສໃຈຄໍ ແລະ ບົດບາດຂອງແຕ່ລະຕົວລະຄອນ ໃນເລື່ອງນັ້ນໆອີກດ້ວຍ.

ນັກສຶກສາທຸກຄົນໄດ້ພ້ອມກັນຫຼົງໄຫຼຕໍ່ຄວາມສວຍງາມຂອງໜ້າກາເຫຼົ່ານັ້ນ, ພ້ອມທັງຮີບຮ້ອນຢາກລະບາຍສີລົງໃນໜ້າກາກທີ່ຕົນເອງມັກ. ອຈ ເຢ້ຈຸ້ນລານ ໄດ້ແນະນໍາວິທີ, ເຕັກນິກ ແລະ ຂໍ້ຄວນລະວັງໃນເວລາລະບາຍສີລົງໃນໜ້າກາກໃຫ້ແກ່ທຸກຄົນ, ນັກສຶກສາທຸກຄົນກໍໄດ້ຮີບຟ້າວເລີ່ມລົງມືລະບາຍສີດ້ວຍຕົນເອງ. ໃນເວລາທີ່ລົງມືປະຕິດບັດຕົວຈິງຢູ່ນັ້ນ, ນັກສຶກສາທຸກຄົນໄດ້ເຮັດຢ່າງຕັ້ງອົກຕັ້ງໃຈ, ໄດ້ສົນທະນາກ່ຽວກັບວິທີການລະບາຍສີ, ແນະນໍາ, ແລກປ່ຽນ ແລະ ເປັນກໍາລັງໃຈໃຫ້ກັນ ແລະ ກັນ.

ກິດຈະກໍາ ມຸມພາສາຈີນ ໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນຢ່າງປະສົບຜົນສໍາເລັດ. ຜ່ານກິດຈະກໍາຄັ້ງນີ້, ນັກສຶກສາທຸກຄົນ ບໍ່ພຽງແຕ່ຈະສາມາດສໍາພັດໄດ້ເຖິງ ມົນສະເໜ່ຂອງການສະແດງລະຄອນ (ງິ້ວ) ຂອງຈີນແລ້ວ, ຍັງສາມາດຮັບຮູ້ໄດ້ ກ່ຽວກັບວັດທະນະທໍາການອອກແບບ ແລະ ຄວາມສວຍງາມໃນການນໍາໃຊ້ສີສັນຕ່າງໆ ເພື່ອລະບາຍລົງໃນໜ້າກາກຂອງຈີນ.