ຕອນເຊົ້າວັນທີ 15 ທັນວາ 2019, ທ່ານ ໂຈຈີ້ເຢ້ ຮອງປະທານທີ່ປຶກສາການເມືອງແຂວງຈຽງຊູ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ມຊລ. ໃນໂອກາດດັ່ງກ່າວນີ້ ທ່ານ ຫວງຊິ້ງ ຮອງອະທິການບໍດີ ໄດ້ລາຍງານກ່ຽວກັບສະພາບການພັດທະນາ ແລະ ຈັດຕັ້ງການຮຽນ-ການສອນ ຂອງ ມຊລ ໃຫ້ແກ່ບັນດາຄະນະຜູ້ແທນໄດ້ຮັບຊາບ.

ທ່ານ ຫວງຊິ້ງໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາຂອງໂຄງການ, ການຈັດຕັ້ງການຮຽນ-ການສອນ ໃນໄລຍະຜ່ານມາ, ສະພາບການຈັດຕັ້ງການຮຽນ-ການສອນໃນປະຈຸບັນ, ແຜນພັດທະນາໃນຕໍ່ໜ້າ. ພ້ອມທັງໄດ້ລາຍງານໃຫ້ຮູ້ກ່ຽວກັບອຸປະສັກ ຄວາມຫຍຸ້ງຍາກຕ່າງໆທີ່ ມຊລ ພວມປະເຊີນຢູ່, ເພື່ອຂໍເຫັນຊີ້ນໍາ ແລະ ຂໍຄວາມຊ່ວຍເຫຼືອຈາກຂັ້ນເທິງ. ທ່ານ ໂຈຈີ້ເຢ້ ໄດ້ຮັບຮູ້ເຖິງຄວາມລໍາບາກ ແລະ ຂໍ້ຫຍຸ້ງຍາກຕ່າງໆຂອງ ມຊລ, ເຫັນໄດ້ເຖິງຄວາມພາກພຽນພະຍາຍາມຂອງພະນັກງານ ແລະ ຄູອາຈານທຸກທ່ານ ເພື່ອປະຕິບັດໜ້າທີ່ໃຫ້ສໍາເລັດ, ຄະນະຜູ້ແທນທ່ານອື່ນ ກໍໄດ້ປະກອບຄໍາເຫັນ ແລະ ມີຂໍ້ສະເໜີຫຼາຍໆຢ່າງທີ່ເປັນປະໂຫຍດໃນການຊອກຫາທາງອອກຊ່ວຍກັນ.