ພະລະສຶກສາ ແມ່ນໜຶ່ງໃນ 5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະ ກິລາ ກໍານົດ, ເພື່ອເປັນການສົ່ງເສີມການຮຽນຮູ້ພາສາຈີນຈາກການປະຕິບັດຕົວຈິງ, ເພື່ອຮັດແໜ້ນສາຍສໍາພັນ ແລະ ຄວາມສາມັກຄີນໍາກັນລະຫວ່າງນັກສຶກສາແຕ່ລະລະບົບ ແລະ ຄູອາຈານ ພາຍໃນ ມຊລ. ໃນຕອນຄໍ່າຂອງວັນທີ 12 ທັນວາ 2019
ນັກສຶກສາລະດັບປະລິນຍາຕີ, ນັກຮຽນຫ້ອງບໍາລຸງພາສາຈີນ ແລະ ຄູອາຈານ ໄດ້ພ້ອມກັນເຂົ້າຈັດການແຂ່ງຂັນກິລາບານເຕະມິດຕະພາບຂຶ້ນ, ການແຂ່ງຂັນຄັ້ງນີ້ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເປັນມິດ ແລະ ເຕັມໄປດ້ວຍຄວາມສາມັກຄີ, ແລະສິ່ງທີ່ສໍາຄັນຍິ່ງກວ່ານັ້ນ, ນັກຮຽນທຸກຄົນຍັງສາມາດຮຽນຮູ້ຄໍາສັບໃໝ່ໆ ທີ່ກ່ຽວຂ້ອງກັບກິລາບານເຕະໄປພ້ອມໆກັນອີກດ້ວຍ.