ເພື່ອເປັນການຮັດແໜ້ນຄວາມສາມັກຄີພາຍໃນ ແລະ ທັງເພື່ອເປັນການສົ່ງເສີມໃຫ້ນັກສຶກສາປະລິນຍາຕີ ຂອງມະຫາວິທະຍາໄລ ຊູໂຈ ລາວ ໄດ້ມີໂອກາດ ຝຶກຊ້ອມພາສາຈີນ, ສໍາພັດກັບບັນຍາກາດ ແລະ ເຫັນໄດ້ເຖິງທີ່ແຮງການພັດທະນາຂອງມະຫາວິທະຍາໄລ, ໃນຄັ້ງວັນທີ 7 ພຶດສະພາ 2022 ທີ່ຜ່ານມາ ທາງມະຫາວິທະຍາໄລ ຊູໂຈ ລາວໄດ້ຈັດກິດຈະກໍາ ມຸມພາສາຈີນ ຂຶ້ນທີ່ ວິທະຍາເຂດໃໝ່ ຂອງມະຫາວິທະຍາໄລ ຊູໂຈ ລາວ ທີ່ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ພາຍໃນກິດຈະກໍາຄັ້ງນີ້ ແມ່ນມີຂໍ້ກໍານົດໃຫ້ນັກສຶກສາທຸກໆຄົນ ຕ້ອງໄດ້ໃຊ້ແຕ່ພາສາຈີນ ເຂົ້າໃນການສື່ສານ ໃນເວລາຫຼິ້ນເກມ, ຖາມ-ຕອບ ແລະ ເລົ່າເລື່ອງຕ່າງໆ.ພ້ອມດຽວກັນນັ້ນ ນັກສຶກສາຮຸ່ນປີ 2018 ທີ່ກໍາລັງຈະຈົບການສຶກສາລະດັບປະລິນຍາຕີ ລະບົບ 4 ປີທີ່ຮຽນຢູ່ລາວ ໄດ້ນໍາໃຊ້ພາສາຈີນ ເຂົ້າໃນການອາທິບາຍ ແລະ ນໍາພາຮຸ້ນນ້ອງ ເລາະຊົມອາຄານຫ້ອງຮຽນ-ຫ້ອງການ, ໂຮງອາຫານ, ຫໍພັກ ແລະ ສະໜາມກິລາ.
ວິທະຍາເຂດໃໝ່ຂອງມະຫາວິທະຍາໄລ ຊູໂຈ ລາວ ມີເນື້ອທີ່ທັງໝົດ 22 ເຮັກຕາ, ມີອາຍຸສັນຍາສໍາປະທານທັງໝົດ 50 ປີ ແລ້ວສາມາດຕໍ່ໄດ້ອີດ 25 ປີ, ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຢັ້ງຢືນໃຫ້ເຫັນເຖິງຄວາມຕັ້ງໃຈ ໃນການພັດທະນາມະຫາວິທະຍາໄລແຫ່ງນີ້ ໃຫ້ເຕີບໂຕ ເຂັ້ມແຂງ ໃນອານາຄົດ, ພາຍຫຼັງເຊັນສັນຍາສໍາປະທານແລ້ວ ທາງມະຫາວິທະຍາໄລ ຊູໂຈ ໄດ້ຈ່າຍຄ່າສໍາປະທານໄປແລ້ວທັງໝົດ 50 ປີ.