ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2021, ມຊລ ເຂົ້າຮ່ວມກອງປະຊຸມອອນລາຍ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕ້ັງການຮຽນ-ການສອນ ໃນຊ່ວງວິການການ COVOD-19ທີ່ຈັດໂດຍ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກິລາ, ໂດຍໄດ້ມີຮອງອະທິການບໍດີ ຜູ້ຮັບຜິດຊອບວຽກງານວິຊາການ ແລະ ຫ້ອງການທີ່ກ່ຽວຂ້ອງຂອງມະຫາວິທະຍາໄລທັງພາກລັດ ແລະ ເອກະຊົນ ຈາກທົ່ວປະເທດເຂົ້າຮ່ວມ, ສໍາລັບ ມຊລ ແມ່ນທ່ານ ຫວງຢູ້ຈ້ຽນ (黄郁健)ຜູ້ຊ່ວຍອາທິການບໍດີ ຮັບຜິດຊອບວຽກງານຄຸ້ມຄອງການສຶກສາ ແລະ ທ່ານພູວຽງ ແກ້ວມະນີ (冯温格)ຜູ້ຊ່ວຍອາທິການບໍດີ ຮັບຜິດຊອບວຽກງານຮັບສະໝັກນັກສຶກສາ ແລະ ຈັດຫາງານພ້ອມກັນເຂົ້າຮ່ວມພາຍໃນປະຊຸມຄັ້ງນີ້.

ພາຍໃນປະຊຸມຄັ້ງນີ້, ມຊລ ໄດ້ແນະນໍາກ່ຽວກັບບົດຮຽນ ແລະ ປະສົບການໃນການຄວບຄຸມແລະ ການຈັດຕັ້ງການຮຽນ-ການສອນຂອງມະຫາວິທະຍາໄລຊູໂຈ ຈີນ ໃນຊ່ວງໄລຍະການແຜ່ລະບາດ ຂອງເຊື້ອພະຍາດ COVOD-19. ມຊລນອກຈາກຈະປະຕິບັດຕາມຄໍາສັ່ງຂອງລັດຖະບານແຫ່ງ ສປປ ລາວ ຢ່າງເຂັ້ມງວດແລ້ວ,ມາດຕະການໃນການປ້ອງກັນການແຜ່ລະບາດ ແລະ ການຈັດຕັ້ງ ການຮຽນ-ການສອນແມ່ນຍັງໄດ້ປະຕິບັດຕາມ ບົດຮຽນ ແລະ ວິທີການຂອງມະຫາວິທະຍາໄລ ຊູໂຈ ຈີນ ທຸກປະການ,ດັ່ງນັ້ນ, ເລີ່ມແຕ່ປີ 2020 ທີ່ໄດ້ມີການແຜ່ລະບາດຂອງ COVOD-19ເປັນຕົ້ນມາ, ການຮຽນ-ການສອນ ສໍາລັບນັກສຶກສາລະດັບປະລິນຍາຕີ ຂອງ ມຊລແມ່ນບໍໄດ້ຮັບຜົນກະທົບຫຼາຍປານໄດ.

ທ້າຍສຸດມຊລ ຍັງໄດ້ປະກອບຄໍາເຫັນ ກ່ຽວກັບການຈັດຕັ້ງການສອບເສັງຄັດເລືອກເອົານັກສຶກສາໃໝ່ປະຈໍາສົກສຶກສາໃນປີຕໍ່ໄປ ໂດຍການຈັດແບບແບ່ງກຸ່ມ, ແບ່ງໝວດ, ແບ່ງສາຂາແລະ ແບ່ງເວລາສອບເສັງ ເພື່ອຫຼຸດຜ່ານຄວາມແອອັດໃນເວລາສອບເສັງ.