ໃນຕອນເຊົ້າຂອງວັນທີ5 ເດືອນມິຖຸນາ, ຄະນະຜູ້ແທນຈາກ ກອງທຶນກົ້ງສຽງ(GX Foundation) ທີ່ນໍາໂດຍ ທ່ານ.ສຈ.ເສິນອີງໜິງ ຜູ້ຮັບຜິດຊອລກອງທຶນ ແລະ ທັງເປັນອາຈານ ຂອງມະຫາວິທະຍາໄລ ພາສາຈີນ ຮົງກົງ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມທີ່ ມຊລ ທີ່ນະຄອນຫຼວງວຽງຈັນ. ທ່ານ.ສຈ. ຫວງຊິ້ງ ພ້ອມດ້ວຍພະນັກງານ ແລະຄູອາຈານຝ່າຍຈີນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ກ່ອນອື່ນ,ສຈ ຫວງຊິ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບການມາຢ້ຽມຢາມຂອງຄະຜູ້ແທນໃນຄັ້ງນີ້,ພ້ອມທັງໄດ້ແນະນໍາກ່ຽວກັບສະພາບຄວາມເປັນມາຂອງການສ້າງຕັ້ງ ມຊລ, ຂັ້ນຕອນການກະກຽມສ້າງຕັ້ງ,ສະພາບການຈັດຕັ້ງການຮຽນ-ການສອນໃນປະຈຸບັນ, ແຜນພັດທະນາໃນອານາຄົດ, ອຸປະສັກ ແລະສິ່ງທ້າທາຍທີ່ພວມປະເຊີນຢູ່. ທ່ານ.ສຈ ຫວງຊິ້ງໄດ້ຊີ້ໃຫ້ເຫັນວ່າ, ມຊລ ໄດ້ເປັນສ່ວນໜຶ່ງໃນການສົ່ງເສີມຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນຂອງທັງສອງຊາດ, ໄດ້ປະກອບສ່ວນເຂົ້າໃນການສ້າງປະຊາຄົມ ຮ່ວມຊາຕາກໍາຂອງທັງສອງຊາດ ລາວ-ຈີນ ຢ່າງແທ້ຈິງ, ຫວັງຢ່າງຍິ່ງວ່າ ມຊລ ຈະໄດ້ຮັບຄວາມເປັນຫ່ວງເປັນໄຍແລະ ສະໜັບສະໜຸນຈາກທາງກອງທຶນ, ພັກລັດ, ວິສາຫະກິດ          ແລະ ສັງຄົມ ທຸກທົ່ວໜ້າ, ຊ່ວຍໃຫ້ມຊລ ໄດ້ຮັບການພັດທະນາໃຫ້ນັບມື້ນັບດີຂຶ້ນ. ສຈ. ຫວງຊິ້ງຍັງໄດ້ແນະນໍາກ່ຽວກັບສະພາບການຈັດຕັ້ງການຮຽນ-ການສອນ ຂອງ ມຊລໃນຊ່ວງໄລການແຜ່ລະບາດຂອງເຊື້ອພະຍາດ COVID-19.

ສຈ.ເສິນອິງໜິງ ໄດ້ສະແດງຄວາມຊົມເຊີຍຕໍ່ກັບພະນັກງານຄູອາຈານຝ່າຍຈີນ ຂອງ ມຊລ ທີ່ໄດ້ສູ້ຊົນປະຕິບັດໜ້າທີ່ຂອງຕົນຢູ່ທີ່ ສປປ ລາວ ທ່າມກາງການແຜ່ລະບາດຂອງເຊື້ອພະຍາດ COVID-19, ພ້ອມທັງໄດ້ແນະນໍາກ່ຽວກັບຈຸດປະສົງ,ໜ້າທີ່ ແລະ ແຜນເຄື່ອນໄຫວ ຢ້ຽມຢາມຂອງຄະນະຜູ້ແທນຈາກກອງທຶນກົ້ງສຽງ ໃນຄັ້ງນີ້. ປອ.ຫຼິວຊືຕາ ຫົວໜ້າກວດກາ ຂອງກອງທຶນກົ້ງສຽງ ໄດ້ແນະນໍາກ່ຽວກັບຈຸດປະສົງຂອງການສ້າງຕັ້ງກອງທຶນ,ໂຄງຮ່າງການຈັດຕັ້ງ, ການປະກອບສ່ວນຊ່ວຍເຫຼືອດ້ານການແພດ ໃຫ້ແກ່ບັນດາປະເທດດ້ອຍພັດທະນາ ໃນຊຸມປີຜ່ານມາແລະ ເປົ້າໝາຍຂອງປະທານກອງທຶນໃນໄລຍະຍາວ.

ນອກຈາກນັ້ນ,ທັງສອງຝ່າຍຍັງໄດ້ສົນທະນາກ່ຽວກັບການຮ່ວມແບ່ງປັນຊັບພະຍາກອນນໍາກັນ,ເພີ່ມທະວີການພົວພັນຮ່ວມມື ແລະ ຮ່ວມປະກອບສ່ວນເຂົ້າໃນການຜັນຂະຫຍາຍຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ”. ທັງສອງຝ່າຍ ໄດ້ເຫັນດີຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືນໍາກັນໃນໂອກາດທີ່ ຄະນະກອງທຶນຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງຕໍ່ໄປ.