shiyan
shiyan 首页  shiyan

ມຊລ ຈັດພິທີເປີດສົກຮຽນໃໝ່ສໍາລັບນັກສຶກສາລະດັບປະລິນຍາຕີ ຊຸດປີ 2019,ມອບໃບກຽດຕິຄຸນ ແລະ ທຶນການສຶກສາ ໃຫ້ແກ່ນັກສຶກສາປະລິນຍາຕີຜູ້ທີ່ຮຽນດີຮຽນເກັ່ງ


ໃນຕອນເຊົ້າຂອງວັນທີ 4 ຕຸລາ 2019, ມະຫາວິທະຍາໄລ ຊູໂຈ ລາວ (ມຊລ) ໄດ້ຈັດພິທີເປີດສົກຮຽນໃໝ່ສໍາລັບ ນັກສຶກສາລະດັບປະລິນຍາຕີ ຊຸດປີ 2019 ຂຶ້ນທີ່ນະຄອນຫຼວງວຽງຈັນ, ພ້ອມດຽວກັນນັ້ນພາຍໃນງານ ກໍຍັງໄດ້ມີການຍ້ອງຍໍ ແລະ ມອບທຶນການສຶກສາໃຫ້ແກ່ນັກສຶກສາລະດັບປະລິນຍາຕີທັງເກົ່າ ແລະ ໃໝ່.

ໃນໂອກາດອັນສະຫງ່າລາສີ ແລະ ປິຕິຊົມຊື່ນຄັ້ງນີ້, ທ່ານ.ສຈ ຫວງຊິ້ງ ຮອງອະທິການບໍດີ ມຊລ ໄດ້ໃຫ້ກຽດເຂົ້າຮ່ວມພາຍໃນພິທີ ພ້ອມທັງໄດ້ຂຶ້ນໃຫ້ຄໍາໂອວາດແກ່ນັກສຶກສາໃໝ່, ແນະນໍາກ່ຽວກັບການໃຊ້ຊີວິດ ແລະ ວິທີສຶກສາຮໍ່າຮຽນໃນລະດັບປະລິນຍາຕີ, ພ້ອມທັງໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນໃນການຮຽນຮູ້ພາສາຈີນ ສໍາລັບຊາວໜຸ່ມໃນຍຸກປະຈຸບັນ. 

ໃນໂອກາດດັ່ງກ່າວ, ທ່ານ.ສຈ ຫວງຊິ້ງ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ນັກສຶກສາປະລິນຍາຕີຮຸ່ນປີ 2018 ຜູ້ທີ່ຮຽນດີຮຽນເກັ່ງ ແລະ ນັກສຶກສາໃໝ່ຮຸ່ນປີ 2019 ທີ່່ສາມາດໄດ້ຮັບທຶນການສຶກສາຈາກ ມຊລ.ໃນນັ້ນ, ນັກສຶກສາຮຸ່ນປີ 2018 ທີ່ໄດ້ຮັບການຍ້ອງຍໍ ແລະ ໄດ້ຮັບທຶນການສຶກສາຈາກ ມຊລ ມີຄື: ນາງ ອໍລະຍາ ຂັນພອນໄຊ  ໄດ້ເປັນນັກສຶກສາດີເດັ່ນປະເພດໜຶ່ງ, ທ້າວ ຕູ້ເຢີວື ໜາວລີວື່ ໄດ້ເປັນນັກສຶກສາດີເດັ່ນປະເພດສາມ, ທ້າວ ເຂັມເພັດ ພະໂພ ໄດ້ເປັນນັກສຶກສາ ພາສາຈີນ ດີເດັ່ນ, ທ້າວ ຈື່ຕູຄ້າ ຊົງດາ ແມ່ນນັກສຶກສາໃໝ່ ຮຸ່ນປີ 2019 ທີ່ຜ່ານການສອບເສັງຄັດເລືອກ ແລະ ສາມາດໄດ້ຮັບທຶນການສຶກປະເພດ ພາສາຈີນດີເດັ່ນ.

ທ່ານຮອງອະທິການບໍດີໄດ້ເນັ້ນຕື່ມອີກວ່າ ສໍາລັບນ້ອງນັກສຶກສາທີ່ໄດ້ຮັບທຶນການສຶກສາໃນປີນີ້ ກໍຈົ່ງສືບຕໍ່ຮັກສາມູນເຊື້ອ, ສໍາລັບຜູ້ທີ່ບໍ່ໄດ້ ກໍຂໍໍໃຫ້ສືບຕໍ່ພະຍາຍາມຕັ້ງໃຈຮໍ່າຮຽນ, ເພາະໂອກາດແບບນີ້ຈະມີທຸກໆປີ, ທັງນີ້ກໍເພື່ອເປັນການສ້າງ ບັນຍາກາດໃນການແຂ່ງຂັນຮໍ່າຮຽນ ແລະ ຍ້ອງຍໍຊົມເຊີຍສໍາລັບຜູ້ທີ່ຮຽນດີ, ປະພຶດດີ, ຄວາມສາມາດສູງ ແລະ ມີຄຸນສົມບັດດີ ຢ່າງຮອບດ້ານ.