
ໃນເວລາ14:30 ໂມງ ຂອງວັນທີ 25 ກັນຍາ 2019 ທີ່ຫ້ອງປະຊຸມຊັ້ນ 3, ມຊລ ໄດ້ຈັດກອງປະຊຸມ ປຶກສາຫາລືດ້ານວິຊາການກ່ຽວກັບ“ການຍົກຄຸນນະພາບການຮຽນ-ການສອນໃນຫຼັກສູດປະລິນຍາຕີ ແລະ ຫຼັກສູດບໍາລຸງພາສາຈີນ” ຂຶ້ນ, ຮັບໜ້າທີ່ດໍາເນີນກອງປະຊຸມໂດຍ ອຈ ບຸນມີ ໂດຍໄດ້ມີອາຈານສອນພາສາຈີນ ແລະພະນັກງານບໍລິຫານຂອງພະແນກການສຶກສາ ແລະ ຄຸ້ມຄອງນັກສຶກສາ ທັງລາວ ແລະ ຈີນ ເຂົ້າຮ່ວມ.
ຜູ້ຮັບຜິດຊອບວຽກງານການຄຸ້ມຄອງການຮຽນ-ການສອນທັງ ປະລິນຍາຕີ ແລະ ບໍາລຸງພາສາຈີນ ໄດ້ສະຫຼຸບ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດລະບຽບໃນການປະເມີນຜົນ,ການຕິດຕາມການຂຶ້ນຫ້ອງຮຽນ, ຂັ້ນຕອນການຮຽນ-ການສອນ ແລະ ຜົນຕອບຮັບຈາກການຮຽນ-ການສອນພາຍຫຼັງທີ່ໄດ້ເປີດຮຽນມາເປັນເວລາເກືອບໜຶ່ງເດືອນ ທີ່ຜ່ານມາ. ອາຈານຝ່າຍຈີນແຕ່ລະທ່ານ ໄດ້ແບ່ງປັນປະສົບການແລະ ມີຂໍ້ສະເໜີທີ່ດີ ສໍາລັບວຽກງານການຈັດສັນຕາຕະລາງ, ການຄຸ້ມຄອງການຮຽນ-ການສອນ,ວິທີການສິດສອນ, ສໍານຽນການອອກສຽງ ລວມທັງການພັດທະນາຕົນເອງຂອງອາຈານ ແລະ ອື່ນໆ.
ສໍາລັບວຽກງານການກະກຽມເຂົ້າຮ່ວມງານແຂ່ງເວົ້າພາສາຈີນຈຽງຊູຄັບ 2019 ທີ່ຈະຈັດຂຶ້ນໃນເດືອນ ພະຈິກ ທີ່ຈະມາເຖິງນັ້ນ,ອາຈານທຸກທ່ານແມ່ນໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນເປັນຢ່າງສູງ,ເອົາໃຈໃສ່ໃນການຝຶກຊ້ອມນັກສຶກສາ, ການດັດແກ້ບົດແບບໜຶ່ງຕໍ່ໜຶ່ງ ແລ້ວປຶກສາຫາລືກັນເປັນກຸ່ມ.
ທ້າຍສຸດ,ກອງປະຊຸມໄດ້ມີຄວາມເຫັນດີເປັນເອກະພາບນໍາກັນກ່ຽວກັບກົນໄກການປະສານງານ ແລະ ການຮັດແໜ້ນຄວາມສາມັກຄີຮ່ວມມືກັນ ເພື່ອຮັບປະກັນຄຸນນະພາບຂອງວຽກງານການຮຽນ-ການສອນ,ພ້ອມກັັນສ້າງສະພາບແວດລ້ອມທາງດ້ານການຮຽນທີ່ດີໃຫ້ແກ່ນັກສຶກສາ ປະລິນຍາຕີກໍຄືນັກຮຽນໃນຫຼັກສູດບໍາລຸງພາສາຈີນ.