ຕອນເຊົ້າຂອງວັນທີ25 ກັນຍາ 2019, ນັກສຶກສາໃໝ່ທີ່ມາຈາກທຸກທິດຂອງປະເທດຈີນ ຈໍານວນ 12,603 ຄົນ ໄດ້ມາຮວມຕົວກັນຢູ່ທີ່ສະໜາມກິລາໃຫຍ່ມະຫາວິທະຍາໄລຊູໂຈ, ເພື່ອເຂົ້າຮ່ວມພາຍໃນພິທີເປີດສົກຮຽນໃໝ່ ປີ 2019.

 ໃຫ້ກຽດເຂົ້າຮ່ວມພາຍໃນງານຄັ້ງນີ້ມີຄະນະນໍາທັງໝົດຂອງມະຫາວິທະຍາໄລຊູໂຈ, ທ່ານ.ສຈ ພານຈູນຫົວ ສະມາຊິກສະພາບັນດິດວິສະວະກໍາສາດແຫ່ງ ສປ ຈີນ,ສາສະດາຈານຈາກສະຖາບັນວັດສະດຸ ແລະ ເຄມີອຸດສາຫະກໍາ, ທ່ານ.ສຈ ລ່າງຈ້ຽນຜິງສະມາຊິກສະພາບັນດິດວິທະຍາສາດ ເອີຣົບ, ອາດີດນັກສຶກສາທີ່ພົ້ນເດັ່ນຮຸ່ນປີ 1985, ນັກຄົ້ນຄວ້າໜຸ່ມນ້ອຍຜູ້ດີເດັ່ນ,ທ່ານ.ສຈ ເສິ້ນເຫວິນຈົງ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານແສງອາທິດ ມະຫາວິທະຍາໄລ ຈຽວທົງຊຽງໄຮ, ພ້ອມທັງບັນດາຄະນະບໍດີ, ພະນັກງານ, ຄູອາຈານ ແລະ ຕາງໜ້ານັກສຶກສາຊຸດເກົ່າກໍໄດ້ເຂົ້າຮ່ວມພາຍໃນງານ.ທ່ານ ຫຼິວປຽວ ຮອງອະທິການບໍດີມະຫາວິທະຍາໄລ ຊູໂຈ ໃຫ້ກຽດເປັນພິທີກອນດໍາເນີນພິທີ.

 ຕາງໜ້ານັກສຶກສາຂຶ້ນກ່າວຄວາມຮູ້ສຶກສ່ວນຕົວ ແລະ ກ່າວຄໍາປະຕິຍານຕົນ

 ທ່ານ.ສຈ ພານຈູນຫົວສະມາຊິກສະພາບັນດິດວິສະວະກໍາສາດແຫ່ງ ສປ ຈີນ ໄດ້ໃຫ້ກຽດເປັນຜູ້ຕາງໜ້າຄູອາຈານຂຶ້ນກ່າວໃນພິທີ,ທ່ານໄດ້ເລົ່າເຖິງຄວາມຊົງຈໍາຂອງຕົນໃນເມື່ອ 70 ປີກ່ອນ ທີ່ໄດ້ກ້າວເຂົ້າສູ່ຮົ້ວມະຫາວິທະຍາໄລ,ຄັ້ງທໍາອິດທີ່ຕົນໄດ້ເຫັນທຸງຊາດສີແດງຜືນໃຫຍ່ທີ່ສະທ້ອນໃຫ້ເຫັນເຖິງນໍ້າໃຈຮັກຊາດທີ່ບົກສະບັດໄປມາຢູ່ປາຍເສົາທີ່ຈະຕຸລັດ ທຽນອານເໝິນ ນະຄອນຫຼວງປັກກິ່ງ. ທ່ານຫວັງວ່ານັກສຶກສາທຸກຄົນຈະເຫັນໄດ້ເຖິງຄຸນຄ່າຂອງຊີວິດໄວໜຸ່ມ, ຈົ່ງນໍາໃຊ້ເວລາໃຫ້ເກີດປະໂຫຍດຢ່າງເຕັມທີ່,ຕັ້ງໃຈສຶກສາຮໍ່າຮຽນ, ໃຫ້ຮັກສານໍ້າໃຈໄຝ່ຫາຮຽນຮູ້ຢ່າງຕໍ່ເນື່ອງ,ສູ້ຊົນຝຶກຝົນຕົນເອງໃຫ້ກາຍເປັນຄົນທີ່ມີສິນທໍາປະຈໍາໃຈ,ມີຄວາມຮູ້ທາງດ້ານວິຊາສະເພາະທີ່ແໜ້ນໜາ, ໃຫ້ກາຍເປັນບຸກຄະລາກອນທີ່ມີຄວາມຮູ້ ແລະຖະໜອມທ່ອມຕົນ.

 ຫວັງວ່ານັກສຶກສາທຸກຄົນຈະເຂົ້າໃຈຢ່າງຖືກຕ້ອງກ່ຽວກັບວິທີການຮຽນແລະ ຄົ້ນຄວ້າ ຢູ່ໃນລະດັບມະຫາວິທະຍາໄລ,ສາມາດປະກອບສ່ວນຢ່າງເຕັມທີ່ເຂົ້າໃນການທົດລອງຄັ້ງຍິ່ງໃຫຍ່ເພື່ອຍາດໄດ້ໝາກຜົນຂອງເປົ້າໝາຍການສ້າງສາປະເທດຊາດ ແລະ ປະຊາຊົນບັນດາເຜົ່າ ໃຫ້ມັ່ງຄັ່ງເຂັ້ມແຂງ.ອາດີດນັກສຶກສາທີ່ພົ້ນເດັ່ນຮຸ່ນປີ 1985, ທ່ານ.ສຈ ເສິ້ນເຫວິນຈົງ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານແສງອາທິດມະຫາວິທະຍາໄລ ຈຽວທົງ ຊຽງໄຮ ໄດ້ແນະນໍາກ່ຽວກັບເຕັກນິກ ແລະ ໝາກຜົນຂອງການຄົ້ນຄວ້າໃນຂົງເຂດດັ່ງກ່າວຂອງສປ ຈີນ, ເພິ່ນໄດ້ເນັ້ນໜັກວ່າ ໃຫ້ນັກສຶກສາທຸກຄົນຈົ່ງເປັນຄົນທີ່ມີຄວາມກ້າສະແດງຮັບຜິດຊອບ,ປະກອບສ່ວນຢ່າງມີສີສັນເຂົ້າໃນການສ້າງສາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ.

 ຄວາມຝັນ ແລະ ຄວາມຫວັງຂອງນັກສຶກສາໃໝ່ ໄດ້ເລີ່ມຕົ້ນນະທີ່ແຫ່ງນີ້ຈາກລຸ້ນສູ່ລຸ້ນ,ທ່ານ.ສຈສົງຊືຕົງ ອະທິການບໍດີມະຫາວິທະຍາໄລ ຊູໂຈ ໄດ້ໃຊ້ຄໍາວ່າ: “ມະຫາວິທະຍາໄລ ຊູໂຈ 4 ລະດູ”ເປັນຫົວຂໍ້ ໃນການໃຫ້ຄໍາໂອວາດຄັ້ງນີ້, ທ່ານໄດ້ເວົ້າວ່າ ມະຫາວິທະຍາໄລ ຊູໂຈເປັນມະຫາວິທະຍາໄລທີ່ມີບັນຍາກາດ ແລະ ມີສີສັນທີ່ແຕກຕ່າງກັນໃນທັງ 4 ລະດູການ,ເປັນສະຖານທີ່ທີ່ແທດເໝາະແກ່ການສຶກສາຮຽນຮູ້,ນັກສຶກສາທຸກຄົນເຂົ້າມາພ້ອມກັບສີສັນຂອງທັງ 4 ລະດູ,ເຊື່ອວ່າທຸກຄົນຈະໄດ້ຮັບປະສົບການທີ່ມີສີສັນໃນຊີວິດນັກສຶກສາຂອງຕົນແນ່ນອນ.

 ມະຫາວິທະຍາໄລ ຊູໂຈ ໄດ້ມີປະຫວັດຍາວນານເກືອບ 120 ປີ,ຕະຫຼອດໄລຍະເວລາຮ້ອຍກວ່າປີທີ່ຜ່ານມາ, ຄູອາຈານມະຫາວິທະຍາໄລ ຊູໂຈ ທຸກຄົນ ໄດ້ເອົາໃຈໃສ່ພັດທະນາການສຶກສາ,ສ້າງຄວາມພູມໃຈໃຫ້ແກ່ມວນຊົນ, ສູ້ຊົນສິດສອນ ແລະ ສຶກສາຄົ້ນຄວ້າ,ຫວັງວ່ານັກສຶກສາທຸກຄົນຈະສຶກສາ ແລະ ຮຽນເອົາແບບຢ່າງທີ່ດີຂອງເພິ່ນ,ນໍາໃຊ້ຄວາມໜຸ່ມນ້ອຍ ແລະ ຄວາມພາກພຽນພະຍາຍາມຂອງຕົນ ສຶກສາຮຽນຮູ້ເພີ່ມໂສມໜ້າໃໝ່ໃຫ້ແກ່ມະຫາວິທະຍາໄລ ຊູໂຈ.

 ຫວັງວ່ານັກສຶກສາທຸກຄົນຈະຕັ້ງໃຈຂຶ້ນຫ້ອງຮຽນທຸກໆຊົ່ວໂມງ,ສູ້ຊົນສຶກສາເກັບກ່ຽວເອົາຄວາມຮູ້, ຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ມີແນວຄິດຮັກຊາດຢ່າງເລິກເຊິ່ງ,ຝຶກຕົນເອງໃຫ້ມີຄວາມສາມາດໃນການຄົ້ນຄິດ ຢ່າງເປັນເອກະລາດ, ເຮັດທຸກການທົດລອງໃຫ້ໄດ້ຮັບໝາກຜົນ,ໝັ່ນຮຽນຮູ້ຈາກຄົນອ້ອມຕົວ, ເຕີບໂຕໃນໝູ່ຄະນະ, ສຶກສາຮຽນຮູ້ຢ່າງຕໍ່ເນື່ອງແລະກວ້າງຂວາງ.ທ່ານອະທິການບໍດີ ຍັງເປັນກໍາລັງໃຈໃຫ້ນັກສຶກສາທຸກຄົນຈົ່ງເປັນຄົນກ້າຄິດ, ກ້າຝັນ ແລະເປັນນັກລ້າຝັນໃຫ້ໄດ້, ໃຫ້ເປັນຄົນທີ່ເຂັ້ມແຂງ, ກ້າລົງມືເຮັດ ແລະມີຄວາມສາມາດໃນການຕັດສິນບັນຫາ, ຈົ່ງເປັນປັນຍາຊົນທີ່ມີຫົວຄິດປະດິດສ້າງ ແລະມີຄວາມໂອບເອື້ອອາລີ.