ຄັ້ງວັນທີ 12 ກໍລະກົດ 2020, ສູນສອບເສັງ HSK ມະຫາວິທະຍາໄລ ຊູໂຈ ລາວໄດ້ຈັດການສອບເສັງທີ່ແຂວງຫຼວງນໍ້າທາ, ຊຶ່ງການສອບເສັງຄັ້ງນີ້ລວມມີ 4 ລະດັບ ຄື: HSK3, HSK4, HSK5 ແລະ HSK6, ລວມມີທັງໝົດ 35ຫ້ອງສອບເສັງ, ມີນັກສອບເສັງເຂົ້າຮ່ວມທັງໝົດ 665 ຄົນ.

ໃນຊ່ວງເດືອນມິຖຸນາ ຂອງປີນີ້,ມີພຽງບາງປະເທດເທົ່ານັ້ນທີ່ສາມາດຄວບຄຸມສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ໄດ້, ຊຶ່ງການສອບເສັງ HSKກໍໄດ້ເລີ່ມຫັນຈາກການຈັດສອບເສັງຜ່ານລະບົບ ອອນລາຍ ມາເປັນລະບົບ ອອຟລາຍ.ການຈັດສອບເສັງຄັ້ງນີ້, ແມ່ນການສອບເສັງຄັ້ງທໍາອິດຂອງສູນພວກເຮົາ ພາຍຫຼັງສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19.ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ,ເຮັດໃຫ້ນັກຮຽນຫຼາຍຄົນບໍ່ສາມາດກັບໄປສອບເສັງຢູ່ຈີນບວກໃສ່ນັກຮຽນອີກຈໍານວນໜຶ່ງທີ່ໄດ້ລົງທະບຽນໄວ້ກ່ອນໜ້ານັ້ນແລ້ວພ້ອມກັນເຂົ້າຮ່ວມການສອບເສັງໃນຄັ້ງນີ້, ເຮັດໃຫ້ຈໍານວນຜູ້ເຂົ້າຮ່ວມການສອບເສັງເພີ່ມຂຶ້ນເປັນຈໍານວນຫຼວງຫຼາຍ.

ເພື່ອເປັນການປະຕິບັດກົດລະບຽບຂອງການສອບເສັງຢ່າງເຂັ້ມງວດ,ຊຸກຍູ້ໃຫ້ຜູ້ສອບເສັງຊ່ວຍຮັກສາລະບຽບວິໄນໃນເວລາສອບເສັງ, ພວກເຮົານອກຈາກການຈັດຝຶກອົບຮົມກໍາມະການຍາມຫ້ອງເສັງແລະ ການກວດກາສະຖານທີ່ຫ້ອງສອບເສັງແລ້ວ, ການສອບເສັງໃນຄັ້ງນີ້ ຍັງໄດ້ທໍາການບັນທຶກວີດີໂອ ຕະຫຼອດ ແລະ ທຸກຂັ້ນຕອນຂອງການສອບເສັງນໍາອີກ.

ພະຍາດ COVID-19ໄດ້ເຮັດໃຫ້ເກີດວິກິດຫຼາຍຢ່າງໃຫ້ແກ່ໂລກ, ແລະກໍໄດ້ສ້າງຄວາມທ້າທາຍສິ່ງໃໝ່ໃຫ້ແກ່ພວກເຮົາໃນການຈັດຕັ້ງການສອບເສັງ HSKເຊັ່ນກັນ. ສູນສອບເສັງ HSKຂອງພວກເຮົາ, ຈະສູ້ຊົນຜ່ານຜ່າອຸປະສັກດັ່ງກ່າວ, ສືບຕໍ່ຕັ້ງໃຈເຮັດໃຫ້ການຈັດການສອບເສັງHSKໃຫ້ໄດ້ຮັບປະສິດທິຜົນເປັນຢ່າງດີ.