ຕອນບ່າຍຂອງວັນທີ17 ກໍລະກົດ 2020 ເວລາ 14:30 ໂມງ, ອຈ ຫວງອີ້ຈ້ຽນ ຜູ້ຊ່ວຍອະທິການບໍດີ ພ້ອມດ້ວຍ ອຈ.ເກດວິໄລ ຜູ້ຮັບຜິດຊອບພະແນກການສຶກສາ ແລະ ຄຸ້ມຄອງນັກສຶກສາ ພ້ອມດ້ວຍ ອຈ. ເຊົ້າສວນຢົ້ງຫົວຫນ້າຄະນະຄົ້ນຄວ້າວຽກງານການສິດສອນ, ອຈ. ລູ້ຖິງຖິງ ແລະ ອຈ. ບຸນມີ ໄດ້ຮ່ວມກັນປະຊຸມປຶກສາຫາລືກ່ຽວກັບແຜນການຈັດຕັ້ງການຮຽນ-ການສອນ ສໍາລັບນັກສຶກສາ ປະລິນຍາຕີ ແລະບໍາລຸງພາສາຈີນໄລຍະສັ້ນ ຂອງ ມຊລ ໃນໄລຍະ 6 ເດືອນທ້າຍປີ 2020.

ເນື່ອງຈາກຜົນກະທົບຈາກCOVID-19, ໄດ້ສົ່ງຜົນກະທົບຕໍ່ນັກສຶກສາປະລິນຍາຕີທີ່ພວມສຶກສາຢູ່ໃນລະບົບ “1+3”ບໍ່ສາມາດເດີນທາງໄປສືບຕໍ່ຮຽນທີ່ສປ ຈີນ ໄດ້ຕາມແຜນທີ່ກໍານົດໄວ້. ດັ່ງນັ້ນ, ໃນສົກປີຕໍ່ໄປ ມຊລ ຈະໄດ້ເປີດການຮຽນ-ການສອນສໍາລັບນັກສຶກສາປະລິນຍາຕີ ປີທີ 3 ຢູ່ທີນະຄອນຫຼວງວຽງຈັນ ເປັນຄັ້ງທໍາອິດ,ພ້ອມດຽວກັນນັ້ນ, ຈໍານວນນັກຮຽນທີ່ເຂົ້າຮຽນໃນຫຼັກສູດບໍາລຸງພາສາຈີນໄລຍະສັ້ນທີ່ສູນບໍາລຸງພາສາຈີນ ມຊລ ກໍໄດ້ມີທ່າອ່ຽງເພີ່ມຂຶ້ນ, ທັງເພື່ອເປັນການກະກຽມຮອງຮັບນັກສຶກສາປະລິນຍາຕີ ທີ່ຈະເຂົ້າໃໝ່ໃນສົກປີຕໍ່ໄປ, ຊຶ່ງໄດ້ເປັນສິ່ງທ້າທາຍອັນໃໝ່ໃຫ້ແກ່ວຽກງານການຄຸ້ມຄອງການຈັດຕັ້ງການຮຽນ-ການສອນຂອງມຊລ.

ດັ່ງນັ້ນ,ມຊລ ຈຶ່ງໄດ້ຄັດເລືອກອາຈານຜູ້ດີເດັ່ນມາຮັບຜິດຊອບເປັນຫົວຈັກຫຼັກແຫຼ່ງ,ນໍາໃຊ້ອາຈານພາຍໃນລາວ, ຮັບເອົາອາຈານຝຶກຫັດທີ່ດີເດັ່ນ ແລະ ຮູບການອື່ນໆ ເພື່ອເສີມທີມງານຄູອາຈານໃຫ້ນັບມື້ນັບເຂັ້ມແຂງ,ປະສານສົມທົບກັບຈຸດພິເສດຂອງນັກສຶກສາໃນແຕ່ລະຊັ້ນຮຽນ ແລະ ທ່າແຮງຂອງຄູອາຈານແລ້ວຈັດກອງປະຊຸມປຶກສາຫາລືວຽກງານການຮຽນ-ການສອນ ຄັ້ງນີ້ຂຶ້ນ,ກໍານົດເອົາແບບແຜນການຈັດຕັ້ງການຮຽນ-ການສອນ ສໍາລັບ ໄລຍະ 6 ເດືອນທ້າຍປີ 2020ຢ່າງເໝາະສົມ.
