ໃນຄັ້ງວັນທີ 30 ກັນຍາ 2019, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດການສອບເສັງຄັດເລືອກນັກສຶກສາ ເພື່ອເຂົ້າຮຽນໃນລະດັບປະລິນຍາຕີ ປະຈໍາສົກສຶກສາ 2019, ໃນສົກສຶກສາດັ່ງກ່າວ ມຊລ ຈະຮັບນັກສຶກສາໃນສອງສາຂາ ຄື: ປະລິນຍາຕີ ເສດຖະສາດ ແລະ ການຄ້າສາກົນ, ປະລິນຍາຕີ ພາສາຈີນ.

ຫຼັກສູດການຮຽນໃນລະດັບປະລິນຍາຕີຂອງມະຫາວິທະຍາໄລ ຊູໂຈ ລາວ ສໍາລັບປີທີ 1 ແມ່ນຈະໄດ້ຮຽນໝວດວິຊາພື້ນຖານ ທີ່ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ກຳນົດໃຫ້ຮຽນຄົບ ໂດຍອາຈານຄົນລາວເປັນຜູ້ສອນ, ພ້ອມດຽວກັນນັ້ນ ນັກສຶກສາຍັງຈະຕ້ອງໄດ້ຮຽນວິຊາພາສາຈີນໄປພ້ອມ, ເພາະໃນປີທີ 2 ຫາປີທີ 4 ແມ່ນ ແມ່ນຈະໄດ້ຮຽນໝວດວິຊາສະເພາະທັງໝົດ ເປັນພາສາຈີນ, ສອນໂດຍອາຈານຈີນ, ນັກສຶກສາທຸກຄົນຕ້ອງໄດ້ຄົບຫຼັກສູດ ແລະ ເສັງຜ່ານລະດັບພະສາຈີນ HSK ຕາມທີ່ທາງໂຮງຮຽນກໍານົດໄວ້ ຈິ່ງຈະສາມາດຈົບການສຶກສາໄດ້.
