ໃນຕອນເຊົ້າຂອງວັນທີ 1 ຕຸລາ 2019, ທ່າມກາງບັນຍາການການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ທີ່ພວມຈັດພິທີຢ່າງຍິ່ງໃຫຍ່ ຢູ່ຈະຕຸລັດ ທຽນອານເໝິນ ນະຄອນຫຼວງປັກກິ່ງ ສປ ຈີນ ຢູ່ນັ້ນ, ເພື່ອເປັນການສະແດງໃຫ້ເຫັນເຖິງນໍ້າໃຈຮັກຊາດ ແລະ ທັງເພືອໃຫ້ນັກສຶກສາຂອງຕົນ ໄດ້ເຫັນເຖິງບັນຍາກາດຂອງການສະເຫຼີມສະຫຼອງທີ່ຍິ່ງໃຫຍ່ຂອງຈີນ, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດຕັ້ງການຮ່ວມຮັບຊົມບັນຍາກາດການຖ່າຍທອດສົດທາງໂທລະພາບ, ໂດຍໄດ້ມີ່ ທ່ານ.ສຈ ຫວງຊິ້ງ ຮອງອະທິການບໍດີ ພ້ອມດ້ວຍພະນັກງງານຄູອາຈານທັງຝ່າຍລາວ ແລະ ຈີນ ແລະ ນັກສຶກສາປະລິນຍາຕີເຂົ້າຮ່ວມຮັບຊົມນໍາກັນ.