ກິດຈະກໍາ “ມຸມພາສາຈີນ” ຄັ້ງທີ10

ໃນຕອນບ່າຍຂອງວັນທີ 1 ຕຸລາ2019, ມຊລ ໄດ້ຈັດກິດຈະກໍາ “ມຸມພາສາຈີນ” ຄັ້ງທີ10 ຂຶ້ນ. ກິດຈະກໍາຄັ້ງນີ້ ແມ່ນຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປ ຈີນ ພວມສະເຫຼີມສະຫຼອງວັນສະຖາປະນາສປ ຈີນ ຄົບຮອບ 70 ປີ, ພ້ອມດຽວກັນນັ້ນ ກໍເປັນການປະຕິບັດໃຫ້ໄດ້ຕາມ 5 ຫຼັກມູນການສຶກສາ(ສິນລະປະສຶກສາ) ທີ່ກະຊວງສຶກສາທິການ ແລະ ກິລາ ລາວ ວາງອອກ. ອຈ ເລີ້ຈຸ້ນຫຼານໄດ້ເປັນຜູ້ນໍາພານັກສຶກສາຮຽນແຕ້ມຮູບຕົ້ນໄຜ່ດ້ວຍຟອຍ ແລະ ມຶກສີດໍາເພື່ອເປັນຂອງຂວັນອວຍພອນແດ່ວັນຊາດຈີນ ຄົບຮອບ 70 ປີ.
ກ່ອນອື່ນ, ອຈ ເລີ້ຈຸ້ນຫຼານໄດ້ອະທິບາຍໃຫ້ນັກສຶກສາຮັບຮູ້ກ່ຽວກັບຄວາມໝາຍຂອງຄໍາວ່າ“四君子”,ພ້ອມທັງໄດ້ແນະນໍາໃຫ້ເຫັນເຖິງສະເໜ່ຂອງ “ການແຕ້ມຮູບໄມ້ໄຜ່ດ້ວຍມຶກດໍາຂອງຈີນ”. ຫຼັງຈາກນັ້ນ, ອຈ ເລີ້ ກໍໄດ້ສາທິດການແຕ້ມ,ພ້ອມທັງໄດ້ອາທິບາຍກ່ຽວກັບບາດກ້າວການແຕ້ມ ໃບໄຜ່, ລໍາຕົ້ນ, ປ້ອງ ແລະ ກິ່ງງ່າ,ແຕ້ມໃບຫຍ້າ ແລະ ອົງປະກອບອື່ນໆຂອງຮູບ. ຫຼັງຈາກນັ້ນ, ນັກສຶກສາແຕ່ລະຄົນກໍໄດ້ເລີ່ມລົງມືແຕ້ມຕາມທັກສະແລະ ຈິນຕະນາການຂອງຕົນ.

ກິດຈະກໍາຄັ້ງນີ້ໄດ້ເຮັດໃຫ້ນັກສຶກສາແຕ່ລະຄົນທີ່ເຂົ້າຮ່ວມ ສໍາພັດໄດ້ເຖິງສະເໜີຂອງສິນລະປະການແຕ້ມຮູບຂອງຈີນ,ພ້ອມດຽວກັນນັ້ນຍັງໄດ້ສະແດງໃຫ້ເຫັນເຖິງຄວາມຮັກເຊື້ອແພງຊາດຂອງຄົນຈີນທີ່ສອດແຊກຢູ່ໃນສິນລະປະການແຕ້ມຮູບດັ່ງກ່າວ. ກິດຈະກໍາດັ່ງກ່າວໄດ້ດໍາເນີນໄປຢ່າງມີບັນຍາກາດເບີກບານມ່ວນຊື່ນ,ເປັນກິດຈະກໍາໜຶ່ງເພື່ອຊ່ວຍໃຫ້ນັກສຶກສາ ມຊລ ໄດ້ມີໂອກາດຝຶກເວົ້າພາສາຈີນ ແລະເຂົ້າໃຈເຖິງສິນລະປະວັດທະນະທໍາທີ່ມີສະເໜ່ຂອງຈີນ.