ໃນຄັ້ງວັນທີ 12 ເມສາ 2023 ທີ່ວິທະຍາເຂດໃໝ່ ມະຫາວິທະຍາໄລ ຊູໂຈ ລາວ, ຄູອາຈານ ແລະ ນັກສຶກສາ ໄດ້ພ້ອມກັນຈັດກິດຈະກຳສະຫຼອງວັນບຸນຕຸສົງການປີໃໝ່ລາວຂຶ້ນ ຢ່າງມີບັນຍາກາດຟົດຟື້ນ.ພາຍໃນງານແມ່ນໄດ້ມີການຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີລາວ ເພື່ອເປັນການອວຍພອນເຊິ່ງກັນແລະກັນ ຫຼັງຈາກນັ້ນກໍໄດ້ມີການຫົດສົງຄູອາຈານ ທັງລາວແລະຈີນ ແລ້ວເບີກບານມ່ວນຊື່ນຕາມປະເພນີ.

ໃນແຕ່ລະປີ ມະຫາວິທະຍາໄລ ຊູໂຈ ລາວ ໄດ້ນຳພານັກຮຽນນັກສຶກສາ ແລະ ເຊື້ອເຊີນແຂກທີ່ສຳຄັນເຂົ້າຮ່ວມ ງານສະຫຼອງບຸນຕຸດສົງການປີໃໝ່ລາວ ທຸກຄັ້ງ, ການຈັດງານດັ່ງກ່າວ ນອກຈາກຈະເພື່ອເປັນການສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນຕໍ່ປະເພນີອັນດີງານຂອງທ້ອງຖິ່ນແລ້ວ ຍັງເພື່ອເປັນການແລກປ່ຽນວັດທະນະທຳນຳກັນລະຫວ່າງ ລາວ-ຈີນ,ເພີ່ມທະວີຄວາມເຂົ້າໃຈ ແລະ ປະສົມກົມກຽວລະຫວ່າງວັດທະນະທຳສອງຊາດ,ສອດຄ່ອງກັບແນວທາງ ການເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ.