ໃນຕອນບ່າຍຂອງວັນທີ22 ກໍລະກົດ 2020, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດປະຊຸມປຶກສາຫາລື ແລະວາງແຜນວຽກງານການໂຄສະນາ ແລະ ຮັບນັກສຶກສາໃໝ່ ປະຈໍາສົກສຶກສາ 2020-2021.ກອງປະຊຸມຄັ້ງນີ້ ແມ່ນດໍາເນີນໂດຍ ອຈ ພູວຽງ ແກ້ວມະນີ ຜູ້ຊ່ວຍອະທິການບໍດີ, ໄດ້ມີພະນັກງານ,ຄູອາຈານ ທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມ.

ເນື້ອໃນຫຼັກຂອງການປະຊຸມຄັ້ງນີ້ແມ່ນເນັ້ນໜັກກ່ຽວກັບສະຖານທີ່ບ່ອນໂຄສະນາ, ວັນເວລາ,ວັນທີຈັດການສອບເສັງຄັດເລືອກນັກສຶກສາ, ການກະກຽມຖາມຕອບ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກກ່ຽວກັບວິທີການສື່ໃຫ້ສັງຄົມຮັບຮູ້ ແລະເຫັນໄດ້ກ່ຽວກັບການຈັດຕັ້ງປະຕິມາດຕະການປ້ອງກັນ ເຊື້ອພະຍາດ COVID-19,ປຶກສາຫາລືກ່ຽວກັບການນໍາໃຊ້ເວັບໄຊ້ ຂອງຕົນ ແລະ ສື່ອອນລາຍອື່ນໆ ເປັນເຄື່ອງມືຫຼັກໃນການໂຄສະນາຢ່າງກວ້າງຂວາງ.