
ຕອນບ່າຍວັນທີ 24 ກໍລະກົດ 2020, ອຈ. ພູວຽງແກ້ວມະນີ ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ ໄດ້ເຂົ້າຮ່ວມກອງປະຊຸມສາຍອາຊີວະ ແລະ ການ ສຶກສາຊັ້ນສູງທົ່ວປະເທດ ຂອງສະມາຄົມການສຶກສາພາກເອກະຊົນທີ່ຫ້ອງປະຊຸມຂອງວິທະຍາໄລ ຄອມເຊັນເຕີ້ ນະຄອນຫຼວງວຽງຈັນ. ໃນກອງປະຊຸມຄັ້ງນີ້, ອຈ.ພູວຽງ ແກ້ວມະນີ ໄດ້ນໍາໃຊ້ປະສົບການ ແລະ ອຸປະກອນທີ່ມີຂອງ ມຊລ ປະກອບສ່ວນຊ່ວຍສະມາຄົມຈັດກອງປະຊຸມທາງໄກ ຜ່ານລະບົບອອນລາຍ, ຊ່ວຍໃຫ້ ສະມາຊິກຕ່າງແຂວງ ທີ່ບໍ່ສະດວກເດີນທາງມາຮ່ວມກອງປະຊຸມສາມາດເຂົ້າຮ່ວມຮັບຟັງ ແລະ ປະກອບຄໍາເຫັນຕໍ່ກອງປະຊຸມໄດ້ພ້ອມໆກັນ.

ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາຢ່າງຍືນຍົງຂອງການສຶກສາຊັ້ນສູງເອກະຊົນລາວ,ອຈ. ພູວຽງ ໄດ້ປະກອບຄໍາເຫັນສະເໜີໃຫ້ສະມາຄົມເນັ້ນໜັກການຄົ້ນຄວ້າ ໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ສຶກສາ ສະພາບການພັດທະນາການສຶກສາຊັ້ນສູງເອກະຊົນລາວແລະ ທິດທາງການພັດທະນາໃນອານາຄົດ, ສຶກສາ ຮູບແບບ ຄວາມເປັນໄປໄດ້ໃນການພັດທະນາ ການສຶກສາຊັ້ນສູງເອກະຊົນລາວຈາກກໍລະນີສຶກສາສະພາບບົດຮຽນຂອງຈີນ, ສຶກສາ ຄວາມຫມາຍຄວາມສຳຄັນຄວາມຈຳເປັນ ໃນການຮ່ວມມືສາກົນຂອງການສຶກສາຊັ້ນສູງເອກະຊົນລາວ ແລະ ສິ່ງທ້າທາຍທີ່ພວມປະເຊີນຢູ່ແລ້ວລາຍງານຜົນງານການຄົ້ນຄວ້າຂອງສະມາຄົມໃຫ້ແກ່ກະຊວງ ສຶກສາທິການ ແລະ ກິລາ.

ໃນກອງປະຊຸມຄັ້ງນີ້, ອຈ. ພູວຽງ ແກ້ວມະນີ ໄດ້ຖືກຄັດເລືອກເປັນໜຶ່ງໃນຄະນະບໍລິຫານງານສາຍອາຊີວະ ແລະ ການສຶກສາຊັ້ນສູງທົ່ວປະເທດ ຂອງສະມາຄົມ ການສຶກສາພາກເອກະຊົນລາວ.
