ໃນຕອນຄໍ່າຂອງວັນທີ 5ສິງຫາ 2020, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດພິທີສະຫຼຸບ ແລະ ມອບ-ຮອບ ໃບຢັ້ງຢືນການຮຽນຈົບຫຼັກສູດບໍາລຸງພາສາຈີນຊຸດທີ 32 ແລະ ພົບປະຄູອາຈານ ແລະ ນັກຮຽນດີເດັ່ນຈາກການຮຽນໃນຊຸດນີ້, ພິທີດັ່ງກ່າວຍັງໄດ້ທໍາການຖ່າຍທອດສົດຜ່ານທາງFacebook ໄປພ້ອມ.ເຂົ້າຮ່ວມພາຍໃນພິທີຄັ້ງນີ້ມີ ອຈ ຫວງຢູ້ຈ້ຽນ ຜູ້ຊ່ວຍອະທິການບໍດີຝ່າຍຈີນ,ອຈ ພູວຽງແລ້ວມະນີ ຜູ້ຊ່ວຍອະທິການບໍດີຝ່າຍລາວ, ອຈ ຊ້າວສວນຢົ້ງ ຫົວໜ້າໜ່ວຍງານຄົ້ນຄວ້າການສິດສອນ,ອາຈານສອນພາສາຈີນ ອຈ ບຸນມີ ວິລະວົງ, ອຈ ຊຸນຊືຢ້ຽນ, ອຈ ຝາງຣົ້ວຊານ, ອຈ ລູ້ຖິງຖິງ, ອຈຫວງຊືຖິງ ແລະ ອຈ ເພັງ, ອຈ ຄວນ ຈາກຫ້ອງການຮັບສະໝັກ ແລະ ຄຸ້ມຄອງຫ້ອງບໍາລຸງພາສາຈີນພ້ອມດ້ວຍນັກຮຽນຜູ້ດີເດັ່ນທີ່ຕາງໜ້າໃຫ້ແຕ່ລະຫ້ອງ ກໍມີໜ້າເຂົ້າຮ່ວມ.

ໃນເບື້ອງຕົ້ນ, ຫ້ອງບໍາລຸງພາສາຈີນຊຸດນີ້ແມ່ນໄດ້ເລີ່ມເປີດຮຽນໃນຕົ້ນເດືອນມີນາ 2020, ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ທີ່ຕ້ອງໄດ້ໂຈະການຮຽນເປັນເວລາ2 ເດືອນປາຍ, ຫຼັງຈາກນັ້ນ ພວກເຮົາໄດ້ກັບມາເປີດຮຽນຄືນໃນຕົ້ນເດືອນ ມິຖຸນາ 2020. ການຮຽນໃນຊຸດນີ້ເຖິງວ່າຈະມີອຸປະສັກຫຼາຍປານໄດກໍຕາມ, ແຕ່ກໍບໍ່ສາມາດກີດກັ້ນ ຫຼື ເຮັດໃຫ້ຄວາມຕັ້ງໃຈຂອງນັກຮຽນມ.ຊູໂຈ ລາວ ໃນການຮຽນພາສາຈີນ ລົດລະລົງໄດ້. ພາຍຫຼັງກັບມາເປີດຮຽນຄືນແລ້ວກໍເຫັນວ່ານັກຮຽນທຸກຄົນກໍໄດ້ກັບມາຕັ້ງໃຈຮຽນຢ່າງເປັນປົກກະຕິ. ຫ້ອງບໍາລຸງພາສາຈີນຊຸດທີ 32 ໄດ້ເປີດຮຽນທັງໝົດ 9 ຫ້ອງ, ໄດ້ມີນັກຮຽນເຂົ້າມາຮຽນທັງໝົດ 124 ຄົນ, ຄັດເລືອກໄດ້ນັກຮຽນທີ່ຮຽນດີຮຽນເກັ່ງທັງໝົດ 24 ຄົນ, ຄັດເລືອກໄດ້ນັກຮຽນດີເລີດຈໍານວນ 9 ຄົນ.

ໃນຕອນຕົ້ນຂອງພິທີ, ອຈ ຫວງຢູ້ຈຽນໄດ້ສະແດງຄວາມຍິນດີຕໍ່ຜົນການຮຽນຂອງນ້ອງໆທຸກຄົນທີ່ຍາດແຍ່ງມາໄດ້, ໄດ້ໃຫ້ກໍາລັງໃຈແກ່ນັກຮຽນທຸກຄົນ,ເນັ້ນໜັກໃຫ້ທຸກຄົນຈົ່ງເຫັນຄຸນຄ່າຂອງການເວລາ ແລະ ຈັບກາລະໂອກາດໃຫ້ໄດ້,ອວຍພອນແກ່ທຸກຄົນ ພາຍຫຼັງຮຽນຈົບອອກໄປແລ້ວ ໃຫ້ສາມາດສ້າງຜົນງານທີ່ດີຍິ່ງກວ່າເກົ່າ. ອຈຊຸນຊືຢ້ຽນ ເປັນອາຈານທີ່ມີປະສົບການໃນການໄປຊ່ວຍສິດສອນຢູ່ ອາຟະລິກາ ມາແລ້ວເປັນເວລາສອງປີໄດ້ເປັນຜູ້ຕາງໜ້າອາຈານສອນພາສາຈີນຂຶ້ນມີຄໍາເຫັນພາຍໃນພິທີ, ອຈ ຊຸນໄດ້ຕີລາຄາສູງຕໍ່ກັບການຮຽນ-ການສອນ ໃນຫ້ອງບໍາລຸງພາສາຈີນຊຸດນີ້,ພ້ອມທັງໄດ້ມີຂໍ້ແນະນໍາກ່ຽວກັບການຮຽນພາສາຈີນ, ໄດ້ໃຫ້ຄໍາອວຍພອນ ແລະໃຫ້ຄວາມຫວັງຕັ້ງໃຈວ່າ ມື້ໃດມື້ໜຶ່ງ ຈະມີໂອກາດໄດ້ພົບພໍ້ກັບນັກຮຽນພວກເຮົາຢູ່ທີ່ ສປຈີນ.

ທ້າວ ລໍວັນສິດ, ທ້າວ ວິທູນ ແລະ ນາງ ອອນສຸດາ ໄດ້ເປັນຕາງໜ້ານັກຮຽນໃນຊຸດນີ້ຂຶ້ນກ່າວຄວາມຮູ້ສຶກສ່ວນຕົວໃນຫົວຂໍ້ທີ່ວ່າ: “ປະສົບການໃນການຮຽນພາສາຈີນໃຫ້ໄດ້ດີ,ຄວາມປະທັບໃຈໃນການເລືອກເຂົ້າມາຮຽນພາສາຈີນທີ່ມະຫາວິທະຍາໄລ ຊູໂຈ ລາວ, ຄວາມຄາດຫວັງຂອງຕົນໃນອານາຄົດ”, ນ້ອງນັກຮຽນທັງສາມໄດ້ສະແດງໃຫ້ເຫັນໄດ້ເຖິງທັກສະ, ຄວາມສາມາດ ແລະ ໝາກຜົນຈາກການຮຽນຂອງຕົນ,ໃຫ້ສະແດງໃຫ້ເຫັນເຖິງຄວາມຮູ້ສຶກ ແລະ ມິດຕະພາບຂອງໝູ່ເພື່ອນພາຍໃນຫ້ອງ. ຫຼັງຈາກນັ້ນ, ອຈ ຊ້າວສວນຢົ້ງແລະ ອຈ ຫວງຢູ້ຈ້ຽນ ໄດ້ໃຫ້ກຽດເປັນຜູ້ມອບ ໃບຍ້ອງຍໍໃຫ້ແກ່ນັກຮຽນດີເດັ່ນ ແລະ ໃບຍ້ອງຍໍໃຫ້ແກ່ນັກຮຽນດີເລີດ,ພິທີດັ່ງກ່າວແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ. ໃນຕອນທ້າຍພິທີ, ຄູອາຈານ ແລະນ້ອງນັກຮຽນທີ່ເຂົ້າຮ່ວມໃນພິທີທັງໝົດ ໄດ້ອວຍພອນເຊິ່ງກັນ ແລະ ກັນ ແລ້ວຮ່ວມກັນຖ່າຍຮູບລວມໝູ່ເພື່ອເປັນທີ່ລະນຶກ.