ໃນຕອນບ່າຍຂອງວັນທີ13 ສິງຫາ 2020 ເວລາ 13:00 ໂມງ, ອຈ ພູວຽງ ແກ້ວມະນີ ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລຊູໂຈ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ໂອ້ລົມຂອງທ່ານ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ.ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ອາລຸນໄຊ ສູນນະລາດກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຮາກຖານຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການແລະ ກິລາ, ປະທານສະມາຄົມການສຶກສາພາກເອກະຊົນ, ຕາງໜ້າຫ້ອງການສຶກສາທິການ ແລະ ກິລາແຕ່ລະເມືອງອ້ອມຂ້າງນະຄອນຫຼວງ ວຽງຈັນ, ຜູ້ບໍລິຫານ-ຜູ້ປະກອບການໂຮງຮຽນເອກະຊົນ,ຕາງໜ້າຄູອາຈານ ແລະ ຊາວໜຸ່ມ ນັກຮຽນ ນັກສຶກສາຈາກໂຮງຮຽນເອກະຊົນ ໃນຂອບເຂດທົ່ວປະເທດ ກໍໄດ້ເຂົ້າຮ່ວມ.

ໃນເບື້ອງຕົ້ນ,ປະທານສະມາຄົມການສຶກສາພາກເອກະຊົນໄດ້ລາຍງານສະພາບການພັດທະນາຂອງການສຶກສາພາກເອກະຊົນໃນປະຈຸບັນ, ຜົນງານການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປ ລາວ ແລະ ແຜນພັດທະນາຂອງການສຶກສາພາກເອກະຊົນໃນອານາຄົດ.

ຫຼັງຈາກນັ້ນ, ທ່ານ ອາລຸນໄຊ ສູນນະລາດກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວໄດ້ແນະນໍາໃຫ້ເຫັນໄດ້ເຖິງ ຄວາມສໍາຄັນຂອງຊາວໜຸ່ມຕໍ່ການພັດທະນາຊັບພະຍາກອນມະນຸດ,ຄວາມສໍາຄັນຂອງຊາວໜຸ່ມຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງການພັດທະນາ ຊາວໜຸ່ມຂອງສປປ ລາວ.ພ້ອມທັງໄດ້ມີຄໍາເຫັນແນະນໍາກ່ຽວກັບການພັດທະນາການສຶກສາພາກເອກະຊົນໃນຫຼາຍໆດ້ານດັ່ງນີ້:
ການສຶກສາພາກເອກະຊົນຕ້ອງໄດ້ພ້ອມກັນສ້າງສະພາບແວດລ້ອມໃໝ່ ເພື່ອດຶງດູດນັກຮຽນ ແລະ ຕະຫຼາດແຮງງານ;
ຕ້ອງໄດ້ຍົກລະດັບຄວາມສາມາດໃຫ້ແກ່ຜູ້ບໍລິຫານ,ເພີ່ມຄວາມຮູ້ທາງດ້ານວິຊາສະເພາະໃຫ້ແກ່ຄູອາຈານ, ສ້າງນັກຮຽນທາງດ້ານຈິນຕະນາການ ແລະຫົວຄິດປະດິດສ້າງ;
ຄວນຕ້ອງມີກອງທຶນພັດທະນາຂອງຕົນເອງ;
ປັບປຸງຫຼັກສູດໃຫ້ແທດເໝາະກັບລະບຽບຫຼັກການ ມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາ,ແລະໃຫ້ແທດເໝາະກັບສະພາບຄວາມຮຽກຮ້ອງ ຕ້ອງການຕົວຈິງຂອງສັງຄົມ;
ຕ້ອງໄດ້ແຍກໃຫ້ລະອຽດຈະແຈ້ງລະຫວ່າງ ສ່ວນລວມ ແລະ ສ່ວນຕົວ, ໃຫ້ເຂົ້າໃຈຢ່າງຈະແຈ້ງລະຫວ່າງການບໍລິຫານສະມາຄົມ ແລະບໍລິຫານສະຖາບັນ ການສຶກສາຂອງຕົນ;
ໂຮງຮຽນເອກະຊົນຄວນຕ້ອງໄດ້ສ້າງວັດທະນະທໍາໃໝ່ທີ່ມີລັກສະນະວິທະຍາສາດ,ຖືກຕ້ອງ ແລະ ໄປຕາມທິດທາງການພັດທະນາແບບຍືນຍົງ.