ໃນຄັ້ງວັນທີ 23 ສິງຫາ 2020, ໃນສະພາບການສືບຕໍ່ປະຕິບັດມາດຕະການການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19,

ການສອບເສັງ HSK ຄັ້ງທີ 2 ປະຈໍາປີ 2020ຂອງສູນສອບເສັງມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດຂຶ້ນຢ່າງປະສົບຜົນສໍາເລັດ.ພາຍໄຕ້ ສະພາບການປົກກະຕິໃນຮູບແບບໃໝ່, ສໍາລັບການສອບເສັງຄັ້ງນີ້ ບໍ່ວ່າຈະເປັນລະບຽບການລົງທະບຽນສອບເສັງ,ການຝຶກອົບຮົມ

ລະບຽບການຍາມຫ້ອງເສັງ, ການຈັດສັນຫ້ອງສອບເສັງ, ການດໍາເນີນການສອບເສັງ,ການຕິດຕັ້ງອຸປະກອນ ແລະ ດ້ານອື່ນໆ ແມ່ນລ້ວນແຕ່ເປັນສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ແກ່ມະຫາວິທະຍາໄລຊູໂຈ ລາວ. ຜ່ານການປະສານງານ ແລະ ຄວາມເອົາໃຈໃສ່

ຂອງພະນັກງານທັງສອງຝ່າຍ ລາວ-ຈີນ,ທ້າຍສຸດກໍສາມາດຮັບປະກັນໃຫ້ການຈັດຕັ້ງການສອບເສັງໃນຄັ້ງນີ້ໄດ້ດໍາເນີນໄປຢ່າງປະສົບຜົນສໍາເລັດ.

ການສອບເສັງຄັ້ງນີ້ແມ່ນໄດ້ຈັດຢູ່ທີ່ນະຄອນຫຼວງວຽງຈັນ ແລະ ຢູ່ແຂວງຫຼວງນໍ້າທາ ໃນວັນເວລາດຽວກັນ,ລວມທັງໝົດມີ 39 ຫ້ອງເສັງ, ມີຜູ້ເຂົ້າຮ່ວມສອບເສັງທັງໝົດ 808 ຄົນ,ໄດ້ກາຍເປັນຕົວເລກສະຖິຕິໃໝ່ ທີ່ມີຜູ້ເຂົ້າຮ່ວມສອບເສັງຫຼາຍທີ່ສຸດຢູ່ສູນສອບເສັງ HSK

ຂອງມະຫາວິທະຍາໄລ ຊູໂຈ ລາວ.