ໃນຕອນເຊົ້າຂອງວັນທີ 24 ສິງຫາ 2020, ມະຫາວິທະຍາໄລ ຊູໂຈ ລາວໄດ້ຈັດກອງປະຊຸມຄົ້ນຄວ້າວຽກງານການຮຽນ-ການສອນພາສາຈີນ ສໍາລັບ 6ເດືອນທ້າຍປີ 2020 ຂຶ້ນ, ໂດຍໄດ້ມີ ອຈ ຊ້າວສວນຢົ້ງຫົວໜ້າຄະນະຄົ້ນຄວ້າວຽກງານການສິດສອນ ເປັນຜູ້ດໍາເນີນກອງປະຊຸມ, ອຈ ຫວງຢູ້ຈ້ຽນຜູ້ຊ່ວຍອະທິການບໍດີຝ່າຍຈີນ, ພະນັກງານຫ້ອງການການສຶກສາ ແລະ ຄຸ້ມຄອງນັກສຶກສາ ແລະອາຈານພາສາຈີນທັງໝົດ ໄດ້ເຂົ້າຮ່ວມພາຍໃນກອງປະຊຸມຄັ້ງນີ້.

ກອງປະຊຸມຄັ້ງນີ້ໄດ້ແບ່ງອອກເປັນ 3 ວາລະ ຄື: 1. ການແນະນໍາຕົວເອງຂອງອາຈານແຕ່ລະທ່ານ,ຮັບຮູ້ ແລະ ເຂົ້າໃຈກ່ຽວກັບໜ້າຄວາມ ແລະ ການແບ່ງໜ້າທີ່ ຮັບຜິດຊອບຂອງແຕ່ລະທ່ານ, 2.ແນະນໍາກ່ຽວກັບສະພາບການຈັດຕັ້ງການຮຽນ-ການສອນຂອງ ມຊລ ໃນປະຈຸບັນ ແລະ ຈຸດພິເສດຂອງນັກຮຽນລາວ,3. ການເພີ່ມ ສະມັດຕະພາບໃນການສິດສອນພາສາຈີນ ໃນບາດກ້າວຕໍ່ໄປ. ພະນັກງານບໍລິຫານຝ່າຍລາວແລະ ອາຈານຈີນທີ່ມາຮັບຜິດຊອບການສິດສອນຢູ່ລາວ ເປັນໄລຍະຍາວ ຕ່າງກໍ່ໄດ້ແນະນໍາກ່ຽວກັບປະສົບການໃນການເຮັດວຽກຢູ່ລາວຂອງຕົນ ຕໍ່ອາຈານຈີນທີ່ມາຮັບໜ້າທີ່ໃໝ່,ເພື່ອຊ່ວຍໃຫ້ອາຈານໃໝ່ກໍາໄດ້ສະພາບ ແລະ ເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງການສິດສອນໃຫ້ໄດ້ຮັບຜົນດີ.ໂດຍອີງໃສ່ປະສົບການ ແລະ ຈຸດພິເສດໃນການສິດສອນຂອງຕົນ, ອາຈານໃໝ່ແຕ່ລະທ່ານຕ່າງກໍ່ໄດ້ສະເໜີ ແນວຄວາມຄິດທີ່ສ້າງສັນກ່ຽວກັບການສິດສອນແລະ ກິດຈະກໍາຂອງນັກຮຽນ ໃນພາກຮຽນຕໍ່ໄປ.
ພວກເຮົາເຊື່ອໝັ້ນວ່າ, ຜ່ານການເອົາໃຈໃສ່ ແລະທຸ້ມເທເຮື່ອແຮງຂອງອາຈານທຸກໆທ່ານ, ການຈັດຕັ້ງການຮຽນ-ການສອນພາສາຈີນໃນສົກຮຽນໃໝ່ ຂອງມະຫາວິທະຍາໄລຊູໂຈ ລາວ ຕ້ອງຍາດໄດ້ຜົນງານອັນໃໝ່ທີ່ໂດດເດັ່ນກວ່າເກົ່າແນ່ນອນ.