
ໃນຄັ້ງວັນທີ 13 ຕຸລາ 2019, ນັກສຶກສາລາວທີ່ພວມສຶກສາຢູ່ ມະຫາວິທະຍາໄລ ຊູໂຈ ສປ ຈີນ ໄດ້ພ້ອມກັນເຂົ້າຮ່ວມສະແດງສິນລະປະ ແລະ ວາງສະແດງກ່ຽວກັບວັດທະນະທໍາລາວ ພາຍໃນການ “ສັບປະດາສາກົນ ມະຫາວິທະຍາໄລ ຊູໂຈ 2019” ທີ່ທາງມະຫາວິທະຍາໄລ ຊູຳຈ ໄດ້ຈັດຂຶ້ນເປັນຄັ້ງທີ 2 ທີ່ນະຄອນຊູໂຈ ສປ ຈີນ.


ພາຍໃນງານແມ່ນໄດ້ເຊື້ອເຊີນເອົາມະຫາວິທະຍາໄລທີ່ມີຊື່ສຽງທັງໝົດ 10 ກວ່າມະຫາວິທະຍາໄລ ທີ່ມາຈາກທັງ 4 ທະວີບ ໃນທົ່ວໂລກເຂົ້າຮ່ວມ.


ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມຊົມງານສາມາດໄດ້ຮັບຂໍ້ມູນ ແລະ ສອບຖາມກ່ຽວກັບການໄປສຶກສາ ຫຼື ແລກປ່ຽນຢູ່ຕ່າງປະເທດ.


ເປັນໂອກາດແລກປ່ຽນ ສື່ສານ ລະຫວ່າງບັນດາທູດວັດທະນະທໍາ (ນັກສຶກສາຕ່າງປະເທດ) ທີ່ມາຈາກທົ່ວທຸກມຸມໂລກ (ລວມທັງນັກສຶກສາຈີນ) ທີ່ສາມາດເວົ້າພາສາຈີນໄດ້ຢ່າງຄ່ອງແຄ້ວ.



ໄດ້ສໍາພັດກັບສິນລະປະ, ວັດທະນະທໍາ, ອາຫານ ແລະ ຂອງທີ່ລະນຶກທີ່ຫຼາກຫຼາຍສີສັນຈາກ 18 ປະເທດ ທີ່ນໍາມາວາງສະແດງພາຍໃນງານ.




ພາຍໃນງານຄັ້ງນີ້, ນັກສຶກສາລາວ ໃນນາມທູດວັດທະນະທໍາທີ່ດີເດັ່ນຂອງລາວ ກໍໄດ້ປະກອບຜົນງານຢ່າງຕັ້ງໜ້າ, ບໍ່ວ່າຈະເປັນບົດຟ້ອນທີ່ເປັນເອກະລັກຂອງຊາດລາວ, ອາຫານລາວ ແລະ ການໂຄສະນາກ່ຽວກັບລາວ ສູ່ໝູ່ເພື່ອນນັກສຶກສາຈາກແຕ່ລະປະເທດ, ນັກສຶກສາຈີນ ແລະ ບັນດາແຂກຜູ້ມີກຽດ ທີ່ໄດ້ເຂົ້າຮ່ວມຊົມງານ. ນັກສຶກສາລາວ ທຸກຄົນທີ່ພວມສຶກສາຢູ່ ມະຫາວິທະຍາໄລ ຊູໂຈ ສປ ຈີນ ໄດ້ພ້ອມກັນກະກຽມ ແລະ ຝຶກຊ້ອມຢ່າງຕັ້ງອົກຕັ້ງໃຈ ກ່ອນເຂົ້າຮ່ວມງານ, ຊຶ່ງມັນໄດ້ສ່ອງແສງໃຫ້ເຫັນວ່າ, ຍາມໃນນັກສຶກສາລາວທຸກຄົນ ກໍມີຄວາມຮັກເຊື້ອແພງຊາດ, ຮັກໃນສິນລະປະວັດທະນະທໍາຂອງລາວ, ພາກພູມໃຈທີ່ໄດ້ມີໂອກາດໃນໂຄສະນາປະເທດລາວສູ່ສາຍຕາຜູ້ຄົນທົ່ວໂລກ.

