
ເພື່ອເປັນການເສີມສ້າງມາດຕະຖານໃນການຂຽນຕົວອັກສອນຈີນ ແລະ ສະແດງໃຫ້ເຫັນເຖິງມົນສະເໜ່ຂອງສິນລະປະການແຕ້ມແບບຈີນ,ຝຶກຝົນໃຫ້ນັກຮຽນຫັນມາໃສ່ໃຈຕໍ່ການຮຽນພາສາຈີນແບບ “ສຸກໃຈຮຽນພາສາຈີນ”.
ດັ່ງນັ້ນ, ຫ້ອງບໍາລຸງພາສາຈີນຊຸດທີ 30 ຂອງ ມະຫາວິທະຍາໄລ ຊູໂຈ ລາວຈຶ່ງໄດ້ຈັດກິດຈະກຳ ສິນລະປະການແຕ້ມ ແລະ ຂຽນອັກສອນຈີນ ພາຍໄຕ້ຫົວຂໍ້ “ຫົວໃຈຈີນ ໃນນ້ຳມຶກສີດຳ”ຂຶ້ນໃນຄັ້ງວັນທີ 6 ແລະ 4 ຕຸລາ 2019 ທີ່ຫ້ອງ204 ມຊລ. ກິດຈະກຳຄັ້ງນີ້ ແມ່ນໄດ້ມີ ອຈ ຊ້າວສວນໂຢງ, ອຈ ບຸນມີ, ອຈ ຄວນ, ອຈ ເຢ້ຈຸ້ນຫລານ, ອຈ ຫວັງອີ້ເສີນ ແລະ ອຈ ຫຼວນເສີນເຈີ ຂອງ ມຊລ ພ້ອມກັນກະກຽມ ແລະ ຈັດຕັ້ງປະຕິບັດ.

ເພື່ອເປັນການກະຕຸ້ນ ແລະ ສ້າງຄວາມສົນໃນໃຫ້ແກ່ນັກຮຽນທີ່ເຂົ້າຮ່ວມພາຍໃນງານ, ກ່ອນອື່ນ ອຈ ຊ້າວສວນໂຢງ ໄດ້ອາທິບາຍຢ່າງເລິກເຊິ່ງກ່ຽວກັບທ່າທີ ແລະ ວິທີການຈັບບິກໃຫ້ຖືກຕ້ອງ ໃນເວລາຂຽນຕົວອັກສອນ. ເພື່ອເປັນການສົ່ງເສີມໃຫ້ນັກຮຽນທຸກຄົນໄດ້ມີແນວຄິດປະດິດສ້າງ, ອຈ ເຢ້ຈຸ້ນຫລານ ໄດ້ອາທິບາຍກ່ຽວກັບເຕັກນິໃນການແຕ້ມຮູບ ພ້ອມທັງໄດ້ລົງມືສາທິດການແຕ້ມຮູບ ດອກເໝີຍ ທີ່ເປັນເອກະລັກຂອງຈີນ. ນັກຮຽນທຸກຄົນກໍໄດ້ຕັ້ງໃຈຟັງຄໍາອາທິບາຍ ຫຼັງຈາກນັ້ນກໍໄດ້ລົງມືແຕ້ມຢ່າງເປັນຮູບເປັນຮ່າງ ແລະ ມີສີສັນ ທີ່ໜ້າສົນໃຈ.

ກິດຈະກໍາຄັ້ງນີ້, ໄດ້ຊ່ວຍໃຫ້ນັກຮຽນລາວ ທີ່ພວມຮຽນພາສາຈີນຢູ່ ມຊລ ໄດ້ສໍາພັດ ແລະ ຮຽນຮູ້ ກ່ຽວກັບສິນລະປະການແຕ້ມ ແລະ ຂຽນຕົວອັກສອນຈີນ, ໄດ້ຊ່ວຍເພີ່ມຄວາມສົນໃຈໃຫ້ແກ່ນັກຮຽນຕໍ່ກັບການຮຽນຮູ້ພາສາ ແລະ ວັດທະນະທໍາຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍຖືເປັນໂອກາດເພື່ອສ້າງຄວາມໄກ້ຊິດຕິດແທດ ລະຫວ່າງ ນັກຮຽນ ແລະ ຄູອາຈານ, ຊຶ່ງຈະເປັນຜົນດີໃຫ້ແກ່ການສ້າງບັນຍາກາດພາຍໃນຫ້ອງຮຽນໃຫ້ຟົດຟື້ນຍິ່ງໆຂຶ້ນ.
