ໃນຕອນເຊົ້າຂອງວັນທີ 18 ຕຸລາ 2019, ໄດ້ມີນັກສຶກສາ ແລະ ຄູອາຈາກທັງໝົດຈາກທຸກຄະນະ-ພາກວິຊາໄດ້ມາຮວມຕົວກັນທີ່ສະໜາມກິລາກາງຂອງມະຫາວິທະຍາໄລ ຊູໂຈ ເພື່ອເປີດງານກິລານັກສຶກສາ ຄັ້ງທີ 57 ປະຈໍາສົກປີ 2019 ຂຶ້ນຢ່າງເປັນທາງການ.

ເພື່ອເປັນການສົ່ງເສີມໃຫ້ນັກສຶກສາໃຫ້ຫັນມາຮັກການຫຼິ້ນກິລາໃຫ້ນັບມື້ນັບຫຼາຍຂຶ້ນ, ໃຫ້ມີຄວາມສາມັກຄີໃນໝູ່ຄູ່ນັກສຶກສາດ້ວຍກັນ, ໃຫ້ມີນໍ້າໃຈນັກກິລາ, ຮູ້ເສຍ, ຮູ້ຊະນະ ແລະ ຮູ້ໃຫ້ອາໄພເຊິ່ງກັນແລະກັນ, ມະຫາວິທະຍາໄລ ຊູໂຈ ໄດ້ຈັດກິລານັກສຶກສາຂຶ້ນໃນທຸກໆສົກຮຽນ, ຊຶ່ງໄດ້ສືບທອດຈາກລຸ້ນສູ່ລຸ້ນມາເປັນເວລາດົນນານ, ສໍາລັບປີນີ້ແມ່ນການຈັດງານກິລານັກສຶກສາຄັ້ງທີ 57 ຂອງມະຫາວິທະຍາໄລ ຊູໂຈ.

ພາຍໃນງານຄັ້ງນີ້, ນອກຈາກນັກສຶກສາຈີນ ແລະ ຄູອາຈານທັງໝົດໄດ້ເຂົ້າຮ່ວມແລ້ວ, ຍັງມີນັກສຶກສາຕ່າງຊາດ ທີ່ມາຈາກຫຼາຍໆປະເທດ ກໍໄດ້ພ້ອມກັນເຂົ້າຮ່ວມຢ່າງຕັ້ງໜ້າ. ໃນນັ້ນ, ນັກສຶກສາລາວ ກໍຄືນັກສຶກສາມະຫາວິທະຍາໄລ ຊູໂຈ ລາວ ທີ່ພວມສຶກສາຢູ່ ຊູໂຈ ກໍໄດ້ປະກອບສ່ວນເຂົ້າຮ່ວມເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ.