ໃນວັນທີ 19 ຕຸລາ 2019 ນັກສຶກສາລາວທີ່ມະຫາວິທະຍາໄລ ຊູໂຈ ສປ ຈີນ ໄດ້ຈັດພິທີມອບໃບຍ້ອງຍໍຈາກສະຖານກົງສຸນໃຫຍ່ ສປປ ລາວ ປະຈໍານະຄອນຊຽງໄຮ ໃຫ້ແກ່ນັກສຶກສາລາວທີ່ພວມສຶກສາຢູ່ມະຫາວິທະຍາໄລ ຊູໂຈ.

ໃຫ້ກຽດເຂົ້າຮ່ວມພາຍໃນງານຄັ້ງນີ້ມີ ທ່ານ ອາເລັກວິໄລ ສຸກຈະເລີນ ຮອງຫົວໜ້າສະຖານກົງສຸນໃຫຍ່ ສປປ ລາວ ປະຈໍານະຄອນຊຽງໄຮ ພ້ອມດ້ວຍພະນັກງານກົງສຸນ ແລະ ນັກສຶກສາລາວທີ່ມະຫາວິທະຍາໄລ ຊູໂຈ ທັງໝົດ ກໍໄດ້ມີໜ້າເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານຄັ້ງນີ້ ແມ່ນເພື່ອຍ້ອງຍໍນັກສຶກສາຜູ້ທີ່ຮຽນດີ, ຮຽນເກັ່ງ ແລະ ມີຄຸນສົມບັດດີ, ໃນນັ້ນນັກສຶກສາທີ່ໄດ້ຮັບການຍ້ອງຍໍ ຮຽນດີຮຽນເດັ່ນຮອບດ້ານປະເພດ 1 ທັງໝົດມີ 17 ຄົນ ແລະ ຮຽນດີຮຽນເດັ່ນປະເພດ 2 ທັງໝົດມີ 5 ຄົນ. ໂດຍທ່ານຮອງຫົວໜ້າສະຖານກົງສຸນໃຫຍ່ ໄດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍໃຫ້ແກ່ນ້ອງນັກສຶກສາທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້.


ພ້ອມດຽວກັນນັ້ນ, ໃນໂອກາດຄັ້ງນີ້ ຍັງຖືເປັນໂອກາດຈັດງານຮັບນ້ອງໃໝ່ຂອງນັກສຶກສາລາວທີ່ຮຽນຢູ່ ມະຫາວິທະຍາໄລ ຊູໂຈ, ເປັນໂອກາດດີທີ່ນັກສຶກສາທັງເກົ່າ ແລະ ໃໝ່ ຈະໄດ້ຮູ້ຈັກຮັກແພງ, ແລກປ່ຽນປະສົບການ ແລະ ແລກປ່ຽນຄວາມຄິດຄວາມເຫັນນໍາກັນ. ໃນຕອນທ້າຍຂອງພິທີ, ທ່ານ ອາເລັກວິໄລ ສຸກຈະເລີນ ໄດ້ໃຫ້ກຽດມີຄໍາເຫັນ ແລະ ກ່າວຄໍາໂອວາດ ຕໍ່ນັກສຶກສາທັງໝົດທີ່ເຂົ້າຮ່ວມພາຍໃນງານ.

