ວັນທີ 15 ຕຸລາ 2019 ເວລາ 13:30 ໂມງ, ມຊລ ໄດ້ຈັດການບັນຍາຍກ່ຽວກັບ “ວັດທະນະທໍາຈີນ”ຕອນທີ 5 ພາຍໄຕ້ຫົວຂໍ້“ວັດທະນະທໍາການຕັ້ງຊື່ຂອງຈີນ”, ການບັນຍາຍຄັ້ງນີ້ ແມ່ນອາຈານ ຫຼວນເສີນເຈີ ເປັນຜູ້ຮັບຜິດຊອບ, ໂດຍໄດ້ມີອາຈານຈາກພະແນກການສຶກສາ ແລະ ຄຸ້ມຄອງນັກສຶກສາ ມຊລ, ອາຈານສອນພາສາຈີນ ແລະ ນັກສຶກສາປະລິນຍາຕີຮຸ່ນປີ 2018 ແລະ 2019 ເຂົ້າຮ່ວມ.

ກ່ອນເຂົ້າສູ່ການບັນຍາຍ, ອຈ ຫຼວນເສີນເຈີ ໄດ້ເລົ່ານິທານຊວນຫົວກ່ຽວກັບການອອກສຽງທີ່ໄກ້ຄຽງກັນຂອງ ຊື່ ແລະ ນາມສະກຸນຄົນຈີນ, ສາມາດຊ່ວຍສ້າງບັນຍາກາດ ກ່ອນການເລີ່ມງານໄດ້ເປັນຢ່າງດີ. ຫຼັງຈາກນັ້ນ, ອຈ ຫຼວນ ກໍໄດ້ນໍາໃຊ້ PPTພ້ອມດ້ວຍຮູບພາບ, ສຽງ ແລະ ວີດີໂອ ປະກອບໃສ່ການບັນຍາຍ. ໂດຍ ອຈ ຫຼວນ ໄດ້ທໍາການແນະນໍາກ່ຽວກັບວັດທະນະທໍາການຕັ້ງຊື່ຂອງຄົນຈີນຈາກ 3 ດ້ານໃຫຍ່ ຄື: ແນະນໍາກ່ຽວກັບທີ່ມາຂອງນາມສະກຸນຄົນຈີນ, ການຕັ້ງຊື່ ແລະ ທ່າອ່ຽງໃນການປ່ຽນແປງຂອງການຕັ້ງຊື່ຕາມຍຸກສະໄໝ, ຜ່ານການບັນຍາຍດັ່ງກ່າວ ແມ່ນໄດ້ສ່ອງແສງໃຫ້ເຫັນວ່າ ວັດທະນະທໍາການຕັ້ງຊື່ຂອງຄົນຈີນ ແມ່ນເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ ແລະ ມີທີ່ມາຢ່າງໜ້າສົນໃຈ.

ໃນຄະນະທີ່ອາຈານພວມທໍາການບັນຍາຍຢູ່ນັ້ນ, ນັກສຶກສາທີ່ເຂົ້າຮ່ວມ ກໍເກີດຄວາມສົນໃຈຂຶນມາທັນທີ ພ້ອມທັງໄດ້ມີຄໍາຖາມເພື່ອແລກປ່ຽນກັບອາຈານ. ຫຼັງຈາກການບັນຍາຍຂອງອາຈານໄດ້ສິ້ນສຸດລົງ, ນັກສຶກສາກໍໄດ້ຂຶ້ນແນະນໍາກ່ຽວກັບປະຫວັດຄວາມເປັນມາຂອງ ຊື່ ແລະ ນາມສະກຸນຂອງຕົນ. ທ.ເຂັມເພັດພະໂພ,ນ. ອໍລະຍາຂັນພອນໄຊ,ທ. ພູມິນຮຸ່ງບຸນຍວງ ນັກສຶກສາປະລິນຍາຕີຮຸ່ນປີ 2018 (ປີ2) ຕ່າງກໍໄດ້ໃຊ້ພາສາຈີນແນະນໍາກ່ຽວກັບທີ່ມາ ແລະ ຄວາມໝາຍຂອງ ຊື່ ແລະ ນາມສະກຸນຂອງຕົນໃນພາສາລາວ ແລະ ຊື່ພາສາຈີນ ໄດ້ຢ່າງຄ່ອງແຄ້ວ. ພ້ອມດຽວກັນນັ້ນ, ຍ້ອນກໍາລັງໃຈຈາກໝູ່ເພື່ອນ, ນ. ອາພິນຍາເມກດາລາ ແລະ ທ. ອ່ອນສີຈັນທະວົງ ນັກສຶກສາປະລິນຍາຕີຮຸ່ນປີ 2019 (ປີ1) ກໍໄດ້ທົດລອງນໍາໃຊ້ພາສາຈີນ ແນະນໍາກ່ຽວກັບ ຊື່ ແລະ ນາມສະກຸນຂອງຕົນ ໃຫ້ແກ່ໝູ່ນັກສຶກສາ ແລະ ຄູອາຈານ ທີ່ເຂົ້າຮ່ວມພາຍໃນງານ.

ການບັນຍາຍຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດແບບເປັນກັນເອງ, ພາຍໃນງານ ໄດ້ມີການແລກປ່ຽນສົນທະນານໍາກັນຢ່າງມີບັນຍາກາດຟົດຟື້ນ, ຫວັງວ່າຜ່ານການຈັດກິດຈະກໍາແບບນີ້ເລື້ອຍໆ ຈະສາມາດຊ່ວຍໃຫ້ນັກສຶກສາພວກເຮົາມີຄວາມເຂົ້າໃຈກ່ຽວກັບວັດທະນະທໍາຈີນໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມທັງຫວັງວ່າ ຈະເປັນການສ້າງເງື່ອນໄຂ ແລະ ໂອກາດທີ່ດີ ໃຫ້ແກ່ນັກສຶກສາໃນການຝຶກເວົ້າພາສາຈີນ ແລະ ຍົກສະດັບພາສາຈີນໃຫ້ນັບມື້ນັບສູງຂຶ້ນ.