ໃນຕອນບ່າຍຂອງວັນທີ 25 ຕຸລາ 2019, ມຊລ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານພາຍໃນຂອງພະນັກງານຝ່າຍລາວ ປະຈໍາປີ 2019 ຂຶ້ນທີ່ຫ້ອງປະຊຸມຊັ້ນ 3, ກອງປະຊຸມຄັ້ງນີ້ແມ່ນ ທ່ານ ພູວຽງ ແກ້ວມະນີ ຜູ້ຊ່ວຍອະທິການບໍດີ ເປັນຜູ້ຮັບຜິດຊອບດໍາເນີນພິທີ, ທ່ານ ຫຸມເພັງ ບຸບຜາຄໍາ ທີ່ປຶກສາ ມຊລ ພ້ອມດ້ວຍພະນັກງານລາວຈາກແຕ່ລະພະແນກ ແລະ ອາຈານປະຈໍາ ກໍໄດ້ເຂົ້າຮ່ວມປຶກສາຫາລືວຽກງານນໍາກັນ. ກ່ອນອື່ນ, ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະທ່ານ ໄດ້ສະຫຼຸບຄືນກ່ຽວກັບການປະຕິບັດວຽກງານຂອງຕົນໃນໄລຍະທີ່ຜ່ານມາ, ໂດຍໄດ້ລາຍງານກ່ຽວກັບຈຸດດີ, ຈຸດອ່ອນ, ບັນຫາຄົງຄ້າງ ແລະ ອຸປະສັກຕ່າງໆທີ່ຕົນໄດ້ປະເຊີນ. ພ້ອມດຽວກັນນັ້ນ, ຍັງໄດ້ສະເໜີກ່ຽວກັບຄວາມຄາດຫວັງ ເພື່ອປັບປຸງວຽກງານຂອງຕົນໃຫ້ນັບມື້ນັບດີຂຶ້ນ, ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະທ່ານ ກໍໄດ້ປະກອບຄໍາເຫັນຊ່ວຍກັນຢ່າງກົງໄປກົງມາ.

ພະນັກງານຝ່າຍລາວ ແມ່ນຂອດກຸນແຈສໍາຄັນໃນການປະສານງານລະຫວ່າງມະຫາວິທະຍາໄລ ຊູໂຈ ລາວ ກັບພາກລັດ ກໍຄື ກັບນັກສຶກສາລາວ, ເພື່ອຮັບປະກັນຄຸນນະພາບການສຶກສາ ແລະ ປະຕິບັດວຽກງານໃຫ້ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງຂອງລາວນັ້ນ, ທ່ານຜູ້ຊ່ວຍອະທິການ ໄດ້ມີຂໍ້ສະເໜີຕໍ່ກອງປະຊຸມວ່າ: ນອກຈາກຈະເຮັດວຽກຕາມໜ້າທີ່ຮັບຜິດຊອບຂອງຕົນໃຫ້ໄດ້ດີແລ້ວ, ພະນັກງານຝ່າຍລາວທຸກຄົນຍັງຄວນຕ້ອງໝັ່ນຕິດຕາມສະພາບເຫດການອ້ອມຕົວ, ໝັ່ນສະຫຼຸບສັງລວມວຽກງານ ແລະ ລາຍງານໃຫ້ຂັ້ນເທິງເປັນແຕ່ລະໄລຍະ, ຖ້າເກີດມີເຫດດ່ວນທີ່ຕົນບໍ່ສາມາດຕັດສິນໄດ້ ຕ້ອງຮີບຟ້າວລາຍງານໃຫ້ແກ່ຂັ້ນເທິງຂອງຕົນຢ່າງທັນການ. ເພື່ອຖ່າຍທອດບົດຮຽນ ແລະ ປະສົບການທາງດ້ານການສຶກສາຂອງ ມະຫາວິທະຍາໄລ ຊູໂຈ ຈີນ ທີ່ໄດ້ສະສົມມາເປັນເວລາ 100 ກວ່າປີ ອອກສູ່ສັງຄົມລາວໃຫ້ໄດ້ຢ່າງເຕັມທີ່ນັ້ນ, ກ່ອນອື່ນພະນັກງານຝ່າຍລາວຂອງ ມຊລ ຕ້ອງໄດ້ສຶກສາ ແລະ ເຂົ້າໃຈກ່ຽວກັບມະຫາວິທະຍາໄລ ຊູໂຈ ຢ່າງເລິກເຊິ່ງ, ຕ້ອງໄດ້ໝັ່ນສຶກສາຮຽນຮູ້ ແລະ ຍົກລະດັບຄວາມສາມາດທາງດ້ານວິຊາສະເພາະຂອງຕົນໃຫ້ນັບມື້ນັບສູງຂຶ້ນ, ສ້າງຄວາມສໍາພັນ ແລະ ສາມັກຄີກັບພະນັກງານຝ່າຍຈີນ, ພ້ອມກັນສູ້ຊົນສ້າງສະພາບແວດລ້ອມໃນການເຮັດວຽກ ແລະ ການຮຽນ-ການສອນ ພາຍໃນມະຫາວິທະຍາໄລໃຫ້ມີບັນຍາກາດຟົດຟື້ນ.