ການຈັດກິດຈະກໍາ“ຮຽນຮູ້ກ່ຽວກັບຈີນທຸກຊົ່ວໂມງ” ຕາມແຜນຮຽນຮູ້ວັດທະນະທໍາຈີນ ໃນເດືອນນີ້ແມ່ນໄດ້ຈັດໄປແລ້ວ 4 ຄັ້ງ, ຜ່ານການນໍາໃຊ້ຄໍາສັບພາສາຈີນແບບງ່າຍດາຍ ແລະ ເຂົ້າໃຈງ່າຍ, ໄດ້ເປັນການຊ່ວຍໃຫ້ນັກສຶກສາທີ່ຫາກໍເລີ່ມຮຽນພາສາຈີນໃໝ່ ບໍ່ພຽງແຕ່ໄດ້ຮຽນຮູ້ພາສາຈີນໃນຊົ່ວໂມງຮຽນແລ້ວ, ຍັງສາມາດຊ່ວຍໃຫ້ເຂົາເຈົ້າໄດ້ຮູ້ຈັກກ່ຽວກັບວັດທະນະທໍາທີ່ດີງາມຂອງຈີນນໍາອີກ, ເພີ່ມຄວາມຮູ້ ຮອບຕົວ ແລະ ຮັບຮູ້ກ່ຽວກັບປະເທດຈີນໃຫ້ຫຼາຍຂຶ້ນ.
ຕອນບ່າຍວັນທີ 10/10/2019, ໃນຊົ່ວໂມງຮຽນ “ການສື່ສານພາສາຈີນຂັ້ນພື້ນຖານ”, ກິດຈະກໍາ “ຮຽນຮູ້ກ່ຽວກັບຈີນທຸກຊົ່ວໂມງ” ຄັ້ງທີ 4 ພາຍໄຕ້ຫົວຂໍ້ “ວີທີ່ມີຊື່ສຽງທັງ 4 ຢ່າງ”ໄດ້ຈັດຂຶ້ນຢ່າງປະສົບຜົນສໍາເລັດ, ກິດຈະກໍາຄັ້ງນີ້ແມ່ນ ອຈ ຫວັງອີ້ເສິນ ເປັນຜູ້ຮັບຜິດຊອບ.
ອຈ ຫວັງອີ້ເສິນ ໄດ້ນໍາໃຊ້ຮູບພາບ ແລະ ວີດີໂອ ມາປະກອບໃສ່ໃນເວລາແນະນໍາກ່ຽວກັບວັດທະນະທໍາການໃຊ້ວີ ຂອງຄົນຈີນ. ວີໄມ້ຈັນຫອມ ຂອງແຂວງຈຽງຊູ, ວີໄມ້ໄຜ່ ຂອງເສສວນ ແລະອື່ນໆທີ່ໄດ້ປະດິດຂຶ້ນມາຢ່າງປານີດ ແລະ ສວຍງາມ ທີ່ນັກສຶກເຫັນແລ້ວກໍອັດສະຈັນໃຈ, ບໍ່ຄິດວ່າວີນ້ອຍອັນໜຶ່ງ ຈະແອບແຝງເຕັມໄປດ້ວຍປະຫວັດວັດທະນະທໍາທີ່ເກົ່າແກ່.

ຕອນເຊົ້າວັນທີ 14/10/2019, ໃນຊົ່ວໂມງຮຽນ “ການອອກສຽງພາສາຈີນຂັ້ນພື້ນຖານ” ກໍໄດ້ຈັດກິດຈະກໍາ “ຮຽນຮູ້ກ່ຽວກັບຈີນທຸກຊົ່ວໂມງ” ຄັ້ງທີ 5 ຂຶ້ນ ພາຍໄຕ້ຫົວຂໍ້ “ດອກໄມ້ທັງ 4 ຢ່າງ”, ອຈ ເຢ້ຈຸ້ນຫຼານ ເປັນຜູ້ທໍາການສິດສອນ.
ອຈ ເຢ້ຈຸ້ນຫຼານ ໄດ້ອອກແບບ PPT ທີ່ສວຍງານ ແລະ ສຽງດົນຕີທີ່ອ່ອນຊ້ອຍ ປະກອບໃສ່ການແນະນໍາກ່ຽວກັບດອກ ໂບຕັນ ຂອງເມືອງໂລ້ຢາງ ແຂວງເຫີໜານ, ດອກ ຈີຮົວ ຂອງເມືອງຫາງໂຈ ແຂວງເຈີຈຽງ, ດອກຊາພູເຂົາ ເມືອງຄຸນມິງ ແຂວງຢູນນານ ແລະ ດອກສຸ້ຍຊຽນ ເມືອງຈ້າງໂຈ ແຂວງຝູຈ້ຽນ. ນັກສຶກສາທີ່ເຂົ້າຮ່ວມທຸກຄົນ ພາຍຫຼັງຟັງແລ້ວກໍພາກັນຫຼົງໄຫຼນໍາສະເໜ່ຂອງດອກໄມ້ເຫຼົ່ານີ້, ພ້ອມທັງສາມາດຈື່ແຫ່ງກໍາເນີດຂອງດອກໄມ້, ຊະນິດ ແລະ ເອກະລັກຂອງດອກໄມ້ແຕ່ລະປະເພດໄດ້ເປັນຢ່າງດີ.

ຕອນບ່າຍຂອງວັນທີ 25/10/2019, ໃນຊົ່ວໂມງຮຽນ “ການເວົ້າພາສາຈີນຂັ້ນພື້ນຖານ” ໄດ້ຈັດກິດຈະກໍາ “ຮຽນຮູ້ກ່ຽວກັບຈີນທຸກຊົ່ວໂມງ” ຄັ້ງທີ 6 ຂຶ້ນ ພາຍໄຕ້ຫົວຂໍ້ “ການປະດິດທັງ 4” ທີ່ຮັບໜ້າທີ່ບັນຍາຍໂດຍ ອຈ ລ້ວນເສິນເຈິ.
ອຈ ລ້ວນເສິນເຈິ ໄດ້ກະກຽມ PPT ມາເປັນຢ່າງດີ ປະກອບໃນການບັນຍາຍ ເພື່ອແນະນໍາກ່ຽວກັບການປະດິດທີ່ຍິ່ງໃຫຍ່ຂອງຈີນໃນຍຸກກ່ອນ. ເຕັກນິດການປະດິດເຈ້ຍ, ເຕັກນິກການພິມ, ເຂັມທິດ ແລະ ດິນລະເບີດ, ນັກສຶກສາໄດ້ຍິນແລ້ວກໍເກີດມີຄວາມສົນໃຈ ແລະ ຮູ້ສຶກນັບຖືເປັນຢ່າງຍິ່ງ ຕໍ່ກັບພູມປັນຍາ ຫົວຄິດປະດິດສ້າງຂອງປະຊາຊົນຜູ້ອອກແຮງງານຂອງຈີນ.

ຕອນເຊົ້າຂອງວັນທີ 29/10/2019, ໃນຊົ່ວໂມງຮຽນ “ການສື່ສານພາສາຈີນຂັ້ນພື້ນຖານ” ໄດ້ຈັດກິດຈະກໍາ “ຮຽນຮູ້ກ່ຽວກັບຈີນທຸກຊົ່ວໂມງ” ຄັ້ງທີ 7 ຂຶ້ນ ພາຍໄຕ້ຫົວຂໍ້ “ວັດທະນະທໍາຄໍາສອນທັງ 3 ຢ່າງ”, ກິດຈະກໍາຄັ້ງນີ້ແມ່ນໃຫ້ການບັນຍາຍໂດຍ ອຈ ຫວັງອີ້ເສິນ.
ຫຼູ້, ຊື້, ເຕົ໋າ ທັງສາມຄໍາສອນ ແມ່ນເປັນວັດທະນະທໍາທີ່ເກົ່າແກ່ ແລະ ມີຄວາມສໍາຄັນເປັນຢ່າງສູງສໍາລັບຄົນຈີນ, ອຈ ຫວັງອີ້ເສິນ ໄດ້ກະກຽມຮູບພາບ ແລະ ວີດີໂອ ມາປະກອບໃສ່ການບັນຍາຍ, ອຈ ຫວັງ ໄດ້ແນະນໍາໃຫ້ຮູ້ກ່ຽວກັບເນື້ອໃນ ແລະ ຄວາມສໍາຄັນຂອງຄໍາສອນທັງສາມຢ່າງ ແມ່ນໄດ້ມີອິດທິພົນຫຼາຍທີ່ສຸດຕໍ່ກັບສັງຄົມຈີນ. ໃນການຮຽນທີ່ຜ່ານມາ, ນັກສຶກສາເຮົາກໍໄດ້ຮັບຮູ້ໄປແລ້ວບໍ່ຫຼາຍກໍໜ້ອຍ ກ່ຽວກັບວັດທະນະທໍາຄໍາສອນ ຫຼູ້ ຊຶ່ງມີ ຂົງຈື້ ເປັນຕົວແທນ, ເນື່ອງຈາກວ່າ ສາດສະໜາພຸດ ແມ່ນຖືວ່າເປັນສາດສະໜາປະຈໍາຊາດຂອງລາວ, ໃນນັ້ນກໍລ້ວນແຕ່ເຕັມໄປດ້ວຍຄໍາບອກສອນຕ່າງໆ, ສະນັ້ນນັກສຶກສາທຸກຄົນ ຕ່າງກໍໄດ້ມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບວັດທະນະທໍາຄໍາສອນທັງ 3 ຢ່າງຂອງຈີນ.
