ການສອບເສັງຄັດເລືອກນັກສຶກສາ ແລະ ຊີງທຶນການສຶກສາເຂົ້າຮຽນຕໍ່ໃນລະດັບປະລິນຍາຕີ ປະຈໍາສົກສຶກສາ 2020-2021 ຂອງມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດຂຶ້ນໃນຄັ້ງວັນທີ 21 ກັນຍາ 2020.
ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດCOVID-19ໃນທົ່ວໂລກ, ວຽກງານແຕ່ລະດ້ານຂອງ ມຊລ ເວົ້າລວມ,ເວົ້າສະເພາະແມ່ນວຽກງານການໂຄສະນາ ແລະ ຮັບສະໝັກນັກສຶກສາ ແມ່ນໄດ້ຮັບຜົນກະທົບ ແລະປະເຊີນກັບສິ່ງທ້າທາຍໃນຮູບແບບໃໝ່. ຕໍ່ໜ້າສະພາບຄວາມຫຍຸ້ງຍາກດັ່ງກ່າວນັ້ນ, ມຊລໄດ້ຈັດຕັ້ງ ຄະນະຮັບຜິດຊອບວຽກງານໂຄສະນາຮັບສະໝັກນັກສຶກສາ, ໄດ້ເລີ່ມລົງມືທໍາການກະກຽມ,ສ້າງແຜນດໍາເນີນງານ ແລະ ເລີ່ມລົງມືປະຕິບັດມາຕັ້ງແຕ່ຕົ້ນເດືອນ ມີນາ 2020.

ສໍາລັບວຽກງານການໂຄສະນາຮັບສະໝັກນັກສຶກໃນປີນີ້ແມ່ນໄດ້ເນັ້ນການໂຄສະນາຜ່ານສື່ສັງຄົມອອນລາຍເປັນຫຼັກ,ສໍາລັບການໂຄສະນາແບບດັ້ງເດີມ ທີ່ເຄີຍເຮັດຜ່ານມາ ກໍໄດ້ເຮັດໄປຄວບຄູ່ກັນ. ໃນນັ້ນ,ພວກເຮົາໄດ້ເນັ້ນການຖ່າຍທໍາວີດີໂອ ບັນຍາກາດ ແລະ ລາຍລະອຽດຂອງການຄຸ້ມຄອງບໍລິຫານ ແລະການຈັດຕັ້ງການຮຽນການສອນຕ່າງໆ ເພື່ອສື່ອອກໄປໃຫ້ສັງຄົມໄດ້ຮັບຮູ້, ພ້ອມດຽວກັນນັ້ນ ມຊລຍັງໄດ້ສົ່ງວີດີໂອໂຄສະນາລົງໃນ Facebook ຂອງມະຫາວິທະຍາໄລເປັນປະຈໍາ. ນອກນັ້ນ,ຍັງໄດ້ລົງໂຄສະນາຜ່ານສື່ໜັງສືພິມ, ລົງແຈກຢາຍແຜ່ນພັບໂຄສະນາ ຢູ່ຕາມສູນສອບເສັງຈົບ ມ7.ຜ່ານການໂຄສະນາດັ່ງກ່າວ, ແມ່ນໄດ້ມີນັກຮຽນ ແລະ ຜູ້ປົກຄອງໂທມາສອບຖາມເປັນຈໍານວນຫຼາຍ, ໄດ້ມີຜູ້ເຂົ້າເບິ່ງໜ້າໂຄສະນາຜ່ານທາງFacebook ຂອງມຊລ ເປັນຈໍານວນຫຼາຍກວ່າ 10000 ເທື່ອຄົນ, ສະເລ່ຍໃນແຕ່ລະວັນໄດ້ມີ ຜູ້ປົກຄອງ ຫຼືນັກຮຽນ ໂທມາສອບຖາມ ຫຼື ເຂົ້າມາສອບຖາມທີ່ຫ້ອງການ ຈໍານວນ 10 ກວ່າຄົນ.


ພາຍຫຼັງສິ້ນສຸດວຽກງານການໂຄສະນາແລ້ວ,ມຊລ ກໍໄດ້ຈັດຕັ້ງອາຈານເພື່ອຮັບຜິດຊອບອອກຫົວບົດສອບເສັງ, ກະກຽມວຽກງານ ແລະຈັດຕາຕະລາງສອບເສັງ. ການສອບເສັງໃນຄັ້ງວັນທີ 21 ກັນຍາ 2020 ແມ່ນໄດ້ດໍາເປັນໄປຢ່າງມີລະບຽບຮຽບຮ້ອຍແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍ.
