ໃນຕອນເຊົ້າຂອງວັນທີ 2 ຕຸລາ 2020, ມະຫາວິທະຍາໄລ ຊູໂຈ ລາວໄດ້ຈັດພິທີເປີດສົກຮຽນໃໝ່ປະຈໍາສົກສຶກສາ 2020-2021 ຂຶ້ນ ທີ່ຫ້ອງ 102,ເຂົ້າຮ່ວມ ພາຍໃນພິທີຄັ້ງນີ້ມີ ທ່ານ.ສຈ ຫວງຊິ້ງ ຮອງອະທິການບໍດີ, ທ່ານ ພູວຽງ ແກ້ວມະນີຜູ້ຊ່ວຍອະທິການບໍດີຝ່າຍລາວ, ທ່ານ ຊ້າວສວນຢົງ ຫົວໜ້າຫ້ອງການ ຄົ້ນຄວ້າການສິດສອນພາສາຈີນ ພ້ອມດ້ວຍພະນັກງານ, ຄູອາຈານ ແລະນັກສຶກສາທັງໝົດ. ອຈ ບຸນມີ ວິລະວົງ ແລະ ອຈ ລູ້ຖິງຖິງ ຮັບໜ້າທີ່ເປັນພິທີກອນ.


ທ່ານ.ສຈ ຫວງຊິ້ງໄດ້ກ່າວຄໍາຍິນດີຕ້ອນຮັບນັກສຶກສາຊຸດໃໝ່ທີ່ໄດ້ເຂົ້າມາຮຽນຢູ່ທີ່ ມຊລ ໃນສົກປີນີ້,ພ້ອມທັງໄດ້ໃຫ້ຄໍາໂອວາດ ແລະ ຝາກຄວາມຫວັງມາຍັງ ນັກສຶກສາທຸກຄົນຈົ່ງຝຶກຝົນຕົນເອງໃຫ້ກາຍເປັນຊາວໜຸ່ມທີ່“ມີຄວາມຝັນ, ມີຄວາມສາມາດ, ມີຄວາມຮັບຜິດຊອບ”,ພ້ອມທັງໄດ້ເນັ້ນໜັກ ໃຫ້ທຸກຄົນຈົ່ງຕັ້ງໃຈຮໍ່າຮຽນ,ດຸໝັ່ນຂະຫຍັນພຽນຊອກສະແຫວງຫາຄວາມກ້າວໜ້າ. ທ່ານ ຊ້າວສວນຢົງໄດ້ເປັນຜູ້ຕາງໜ້າໃຫ້ແກ່ພະນັກງານ ແລະ ຄູອາຈານ ປະກອບຄໍາເຫັນພາຍໃນພິທີ, ທ່ານໄດ້ມີຂໍ້ສະເໜີ,ຄວາມຫວັງ ແລະ ຄໍາອວຍພອນມາຍັງນ້ອງນັກສຶກທີ່ເຂົ້າຮ່ວມພາຍໃນພິທີໝົດທຸກຄົນ. ນາງ ອໍລະຍາ ໄດ້ຕາງໜ້ານັກສຶກສາທັງໝົດຂຶ້ນກ່າວຮັບຄໍາໂອວາດ, ກ່າວຄວາມຮູ້ສຶກ ແລະ ແບ່ງປັນປະສົບການຂອງຕົນຕໍ່ນັກສຶກສາລຸ້ນນ້ອງທີ່ເຂົ້າມາໃໝ່.

ລາຍຊື່ນັກສຶກສາທີ່ໄດ້ຮັບການຍ້ອງຍໍ:
ຮຸ່ນປີ 2018
- ນາງ ອໍລະຍາ ໄດ້ຮັບທຶນການສຶກສາດີເດັ່ນປະເພດ 1
- ທ້າວ ເຂັມເພັດ ໄດ້ຮັບທຶນການສຶກສາດີເດັ່ນປະເພດ 2
ຮຸ່ນປີ 2019
- ທ້າວ ວິທູນ ໄດ້ຮັບທຶນການສຶກສາດີເດັ່ນປະເພດ 3
ຮຸ່ນປີ 2020
- ນາງ ພອນສະຫວັນ ໄດ້ຮັບທຶນພາສາຈີນດີເດັ່ນ