ຕອນບ່າຍຂອງວັນທີ 5 ພະຈິກ 2019, ມຊລ ໄດ້ຈັດກິດຈະກໍາ ມຸມພາສາຈີນ ຄັ້ງທີ 11 ຂຶ້ນ, ກິດຈະກໍາຄັ້ງນີ້ ແມ່ນ ອຈ ລ້ວນເສິນເຈີ ເປັນຜູ້ຮັບຜິດຊອບໃນການບັນຍາຍ, ໂດຍມີນັກສຶກສາລະດັບປະລິນຍາຕີລຸ້ນປີ 2018 ແລະ 2019 ທັງໝົດເຂົ້າຮ່ວມ, ນັກສຶກສາທຸກຄົນ ໄດ້ສໍາພັດ ແລະ ຮຽນຮູ້ກ່ຽວກັບຫັດຖະກໍາການຖັກຂອງຈີນ ຢ່າງເບີກບານມ່ວນຊື່ນ.

ອຈ ລ້ວນເສິນເຈີ ໄດ້ກະກຽມມາເປັນຢ່າງດີ, ບັນຍາຍຢ່າງລະອຽດ ແລະ ມີບັນຍາກາດຟົດຟື້ນ, ອາຈານຄົນອື່ນກໍໄດ້ເຂົ້າຮ່ວມໃຫ້ການແນະນໍາໄປພ້ອມ. ນັກສຶກສາຄົນອື່ນທີ່ຮຽນຮູ້ໄດ້ໄວນັ້ນ ຍັງສາມາດສອນຕໍ່ໃຫ້ໝູ່ຄົນອື່ນໄດ້ອີກ, ເຫັນໄດ້ວ່າ ນັກສຶກສາແຕ່ລະຄົນ ແມ່ນມີຄວາມສົນໃຈເປັນຢ່າງສູງ, ປະສານງານກັນໄດ້ດີ, ນອກຈາກຈະໄດ້ຮຽນສີມືຫັດຖະກຳແລ້ວ ຍັງໄດ້ຮຽນພາສາຈີນໄປພ້ອມອີກ.



