ຕອນບ່າຍວັນທີ 16 ພະຈິກ 2019, ມຊລ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ຫຼັກສູດບໍາລຸງພາສາຈີນ ຊຸດທີ 30 ຂຶ້ນ, ເຂົ້າຮ່ວມພາຍໃນພິທີຄັ້ງນີ້ມີ ທ່ານ ຫວງຊິ້ງ ຮອງອະທິການບໍດີ, ທ່ານ ຫວງຢູ້ຈ້ຽນ ຜູ້ຊ່ວຍອະທິການບໍດີ, ຫົວໜ້າພະແນກການສຶກສາ ແລະ ຄຸ້ມຄອງນັກສຶກສາ ພ້ອມດ້ວຍຄູອາຈານພາສາຈີນທັງໝົດ.

ກ່ອນອື່ນ ທ່ານ ຫວງຊິ້ງ ໄດ້ສະແດງຄວາມຊົມເຊີຍຕໍ່ນັກຮຽນທຸກຄົນທີ່ສອບເສັງໄດ້ຄະແນນດີ ແລະ ຍັງໄດ້ທົດສອບລະດັບຄວາມເຂົ້າໃຈຂອງນັກຮຽນໄປພ້ອມ. ນັກຮຽນຄົນໜຶ່ງ ທີ່ເປັນອາຈານສອນຄະນິດສາດຈາກໂຮງຮຽນມັດທະຍົມແຫ່ງໜຶ່ງ ສາມາດສື່ສານດ້ວຍພາສາຈີນໄດ້ຢ່າງຄ່ອງແຄ້ວ.ແລະຍັງມີນັກຮຽນຍິງທີ່ເປັນລູກຊອດຈີນອີກຄົນໜຶ່ງ, ໄດ້ໃຊ້ເວລາປະມານ 1 ນາທີ ເພື່ອແນະນໍາຕົນເອງ ດ້ວຍພາສາຈີນ ທີ່ຕົນໄດ້ຮຽນມາເປັນເວລາສອງເດືອນປາຍ, ລາວເວົ້າພາສາຈີນໄດ້ຄ່ອງແຄ້ວດີສົມຄົນ ແລະ ໄດ້ຮັບການຊົມເຊີຍຈາກໝູ່ຄູ່ທຸກຄົນທີ່ເຂົ້າຮ່ວມພິທີ. ທ່ານ ຫວງຊິ້ງ ໄດ້ສະແດງຄວາມຊົມເຊີຍ ຕໍ່ນ້ອງນັກຮຽນທຸກຄົນທີ່ຕັ້ງໃຈຮໍ່າຮຽນ ແລະ ກ້າສະແດງອອກ. ທ່ານ ຫວງຊິ້ງ ຍັງໄດ້ເວົ້າຕື່ມອີກວ່າ, ໃບຢັ້ງຢືນທີ່ໄດ້ຮັບນັ້ນ, ກໍເປັນເໝືອນດັ່ງໃບອະນຸຍາດຂັບຂີ່ລົດ, ແຕ່ກ່ອນຈະນໍາໃຊ້ໃຫ້ຊໍານານ ແລະ ຄ່ອງແຄ້ວ ແມ່ນຕ້ອງໄດ້ສືບຕໍ່ຕັ້ງໃຈຮໍ່າຮຽນ, ສູ້ຊົນ ແລະ ເພີ່ມຄວາມກະຕືລືລົ້ນໃນການຮຽນຮູ້ໃຫ້ຫຼາຍຂຶ້ນ.

ໃນຕອນທ້າຍຂອງພິທີ, ນັກຮຽນຈາກແຕ່ລະຫ້ອງໄດ້ພ້ອມກັນຮ້ອງເພັງຈີນ ເພື່ອສະແດງໃຫ້ເຫັນເຖິງໝາກຜົນທີ່ໄດ້ຮັບຈາກການຮຽນ ແລະ ຄວາມມັກຮັກຕໍ່ພາສາ ແລະ ວັດທະນະທໍາຈີນ. ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ມີການມອບໃບກຽດຕິຄຸນ ແລະ ທຶນການສຶກສາໃຫ້ແກ່ນັກຮຽນຜູ້ທີ່ຮຽນດີຮຽນເກັ່ງ,ເພື່ອເປັນກໍາລັງໃຈ ແລະ ສົ່ງເສີມໃຫ້ນັກຮຽນທຸກຄົນ ຈົ່ງສືບຕໍ່ຕັ້ງໃຈຮໍ່າຮຽນໃຫ້ພ້ອມກັນພັດທະນາຂຶ້ນໄປເລື້ອຍໆ.

