ໃນເວລາ 19:00 ໂມງ ຂອງວັນທີ 18 ພະຈິກ 2019, ມຊລ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໄດ້ຮ່ວມຈັດພິທີເຊັນສັນຍາຮ່ວມມື ແລະ ເປີດຫ້ອງບໍາລຸງພາສາຈີນ ຊຸດທີ 31 ຂຶ້ນ. ເຂົ້າຮ່ວມພາຍໃນພິທີຄັ້ງນີ້ ມີ ທ່ານ.ສຈ ຫວງຊິ້ງ ຮອງອະທິການບໍດີ ມຊລ, ທ່ານ ບຸນລັດ ແກ້ວອາສາ ຫົວໜ້າຫ້ອງການສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ພະນັກງານ, ຄູອາຈານ ມຊລ, ຕາງໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ນັກຮຽນບໍາລຸງພາສາຈີນ ຊຸດທີ 31 ທັງໝົດ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານນໍາກັນ.

ທ່ານ.ສຈ ຫວງຊິ້ງ ແລະ ທ່ານ ບຸນລັດ ແກ້ວອາສາ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ແລະ ຄອງຄອຍຕໍ່ວັນເວລາແຫ່ງການຮ່ວມມືຂອງທັງສອງຝ່າຍ, ທ່ານ.ສຈ ຫວງຊິ້ງ ຍັງໄດ້ແນະນໍາກ່ຽວກັບຈຸດໂດດເດັ່ນຂອງ ມຊລ ຕໍ່ບັນດາແຂກທີ່ເຂົ້າຮ່ວມພາຍໃນພິທີ, ພ້ອມທັງໄດ້ຝາກຄວາມຫວັງມາຍັງນັກຮຽນທຸກຄົນ, ຫວັງວ່າທຸກຄົນຈະສາມາດຮຽນໄດ້ພາສາຈີນໂດຍໄວ, ສາມາດນໍາໃຊ້ພາສາຈີນ ແລະ ປະກອບສ່ວນເຂົ້າໃນການພົວພັນທາງດ້ານວັດທະນະທໍາຂອງ ລາວ ແລະ ຈີນ ໄດ້ຢ່າງເຕັມທີ່. ທ່ານ ບຸນລັດ ແກ້ວອາສາ ກໍໄດ້ຮຽກຮ້ອງມາຍັງພະນັກງານຂອງຕົນ ຜູ້ທີ່ຖືກຄັດເລືອກເຂົ້າຮຽນ ທີ່ ມຊລ ຊຸດນີ້, ຫວັງວ່າທຸກຄົນຈະປະສົບຜົນສໍາເລັດໃນການຮຽນ ແລະ ສາມາດນໍາໄປໃຊ້ໃຫ້ເກີດປະໂຫຍດ. ໃນຕອນທ້າຍພິທີ ກໍໄດ້ມີການເຊັນສັນຍາຮ່ວມກັນ ພາຍໄດ້ການເປັນສັກຂີພິຍານຂອງພະນັກງານ-ຄູອາຈານ ມຊລ, ບັນດາແຂກຈາກສະຖາບັນ ແລະ ນັກຮຽນຂອງ ມຊລ.