ໃນຄັ້ງວັນທີ 6/12/2020, ສູນສອບເສັງ HSKຂອງມະຫາວິທະຍາໄລ ຊູໂຈ ລາວ ໄດ້ຈັດການສອບເສັງຄັ້ງສຸດທ້າຍຂອງປີ 2020ຂຶ້ນຢ່າງປະສົບຜົນສໍາເລັດ. ໃນການສອບເສັງຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມສອບເສັງທັງໝົດ 306ຄົນ, ໃນນັ້ນໄດ້ເປີດການສອບເສັງໃນສາມລະດັບຄື HSK3, HSK4ແລະ HSK5.

ໃນສະພາບການທີ່ຍັງຢູ່ໃນໄລຍະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດCOVID-19 ຢ່າງບໍ່ມີວັນລົດລະຢູ່ນັ້ນ,ເຖິງວ່າສະພາບການປ້ອງກັນຢູ່ພາຍໃນລາວ ໃນໄລຍະຜ່ານມາຈະເຮັດໄດ້ດີປານໄດກໍຕາມ, ສະພາບການແຜ່ລະບາດໃນປະຈຸບັນກໍຍັງບໍ່ສາມາດເຮັດໃຫ້ເຮົານິ້ງນອນໃຈໄດ້, ໃນນັ້ນ, ມະຫາວິທະຍາໄລ ຊູໂຈ ລາວຍັງຄົງສືບຕໍ່ເຂັ້ມງວດຕໍ່ວຽກງານການປ້ອງກັນ COVID-19,ບໍ່ວ່າຈະເປັນໃນຊ່ວງໄລຍະການຮັບລົງທະບຽນ, ຫຼັງການລົງທະບຽນ ຫຼືກ່ອນການເຂົ້າຫ້ອງສອບເສັງ ກໍລ້ວນແຕ່ໄດ້ເຕືອນໃຫ້ຜູ້ຈະເຂົ້າສອບເສັງຕ້ອງໄດ້ໃສ່ຜ້າປິດປາກ-ດັງອານາໄມ, ໃຫ້ຫຼີກລ້ຽງການຊຸມນຸມ, ໃຫ້ຮັກສາໄລຍະຫ່າງທາງສັງຄົມ,ໃຫ້ເຮັດການປ້ອງກັນໃຫ້ດີ, ຮັກຕົນເອງ ແລະ ຄົນອ້ອມຂ້າງ.

ນອກຈາກນັ້ນ, ກ່ອນວັນຈັດການສອບເສັງຄັ້ງນີ້, ມະຫາວິທະຍາໄລ ຊູໂຈ ລາວຍັງໄດ້ສືບຕໍ່ຈັດຝຶກອົບຮົມອາຈານຍາມຫ້ອງສອບເສັງ ເໝືອນທຸກໆຄັ້ງທີ່ຜ່ານມາ, ແຕ່ໃນຄັ້ງນີ້ແມ່ນໄດ້ເນັ້ນໜັກໃຫ້ມີສະຕິໃນການປ້ອງກັນ COVID-19 ໃນຊ່ວງເວລາສອບເສັງເປັນພິເສດ. ພ້ອມດຽວກັນນັ້ນ,ຍັງໄດ້ຮຽກຮ້ອງໃຫ້ອາຈານຍາມຫ້ອງເສັງ ທຸກທ່ານຕ້ອງໄດ້ປະຕິບັດຕາມກົດລະບຽບຫ້ອງເສັງຢ່າງເຂັ້ມງວດ,ປະຕິບັດໜ້າທີ່ຂອງຕົນໃຫ້ຄົບຕາມມາດຕະຖານ, ໃຫ້ໝັ່ນກວດການ ແລະ ແຈ້ງເຕືອນ ໃນເວລາເສັງ,ຊ່ວຍແນະນໍາຜູ້ສອບເສັງໃຫ້ຂຽນຂໍ້ມູນ ຫຼື ຕອບຄໍາຖາມໃຫ້ຖືກຕ້ອງຕາມຫຼັກການ,ເຮັດວຽກຂອງຕົນໃຫ້ລະອຽດ ແລະ ປະຕິບັດຕາມໂມງເວລາ ຢ່າງເຄັ່ງຄັດ,ທ້າຍສຸດການສອບເສັງໃນຄັ້ງນີ້ ກໍໄດ້ດໍາເນີນໄປຢ່າງປະສົບຜົນສໍາເລັດ.
