ຕອນບ່າຍຂອງວັນທີ9/12/2020, ກິດຈະກໍາແຜນງານຊ່ວຍເຫຼືອການຮຽນ ”ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທໍາອິດຂອງ ລະຫວ່າງຄະນະວັດສະດຸ ແລະ ເຄມີສາດຂອງມະຫາວິທະຍາໄລ ຊູໂຈ ຈີນ ແລະ ມະຫາວິທະຍາໄລ ຊູໂຈ ລາວໄດ້ຈັດຂຶ້ນຢ່າງປະສົບຜົນສໍາເລັດ. ເຖິງໄລຍະຫ່າງທີ່ຍາວໄກ ແຕ່ອິນເຕີເນັດ ໄດ້ຊ່ວຍໃຫ້ພວກເຮົາຢູ່ໄກ້ກັນຫຼາຍຂຶ້ນ, ໃນຕໍ່ໄປ ນັກສຶກສາຈີນ ຈະຖືເອົານິຍາມຂອງຄໍາວ່າ “ໜຶ່ງແລວໜຶ່ງເສັ້ນທາງ”ເປັນບ່ອນອີງທາງດ້ານທິດສະດີ ໃນການຈັດຕັ້ງກິດຈະກໍາ ຊ່ວຍເຫຼືອນັກສຶກສາລາວໃນການຮຽນຮູ້ພາສາຈີນ,ຜ່ານກິດຈະກໍາ ຈະຊ່ວຍໃຫ້ທັງສອງຝ່າຍໄດ້ເຂົ້າໃຈກ່ຽວກັບ ລາວ ແລະ ຈີນ,ແລກປ່ຽນແນະນໍາກ່ຽວກັບວັດທະນະທໍາເຊິ່ງກັນແລະກັນ,ເພີ່ມທະວີຄວາມຮູ້ກ່ຽວກັບວັດທະນະທໍາທີ່ແຕກຕ່າງກັນ,ຝຶກໃຫ້ທຸກຄົນສໍາພັດໄດ້ເຖິງວັດທະນະທໍາ ທີ່ຫຼາກຫຼາຍ, ມີພິໄຫວແລະ ສາມາດປັບຕົວເຂົ້າກັບສະຖານະການໄດ້,ເຮັດໃຫ້ໄດ້ຕາມເປົ້າໝາຍທີ່ວ່າ ເອົາວັດທະນະທໍາເປັນເນື້ອໃນຫຼັກ,ເອົາພາສາ ເປັນເຄື່ອງມືໃນການສື່ສານ.

ກ່ອນການຈັດກິດຈະກໍາຄັ້ງນີ້, ອຈ ຫຼິວສຽນຫຼິນ ຜູ້ຮັບຜິດຊອບທີ່ “赤色蜗牛” ຈາກຄະນະວັດສະດຸແລະ ເຄມີສາດ ຂອງມະຫາວິທະຍາໄລ ຊູໂຈ ຈີນ ໄດ້ມີຄວາມກະຕືລືລົ້ນໃນການປະສານງານກັບທາງມ.ຊູໂຈ ລາວ, ໄດ້ກໍານົດລາຍຊື່ ແລະ ປຶກສາຫາລືວຽກງານລາຍລະອຽດຕ່າງໆເຊັ່ນ:ຄວາມແຕກຕ່າງກັນ ຂອງຄວາມລື້ງເຄີຍ ແລະ ຄວາມແຕກຕ່າງກັນທາງດ້ານວັດທະນະທໍາ,ພ້ອມທັງດັດແກ້ແຜນວຽກກິດຈະກໍາ, ຊ່ວຍພັກດັນໃຫ້ກິດຈະກໍາ ຊ່ວຍເຫຼືອການຮຽນ ”ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທໍາອິດ ໄດ້ເປີດຂຶ້ນຢ່າງປະສົບຜົນສໍາເລັດ.
ໃນເວລາເລີ່ມກິດຈະກໍານັ້ນ, ນັກສຶກສາທັງສອງຝ່າຍໄດ້ແນະນໍາເຊິ່ງກັນແລະກັນ,ໄດ້ຫຼິ້ນເກມງ່າຍໆນໍາກັນ ແລ້ວເຮັດໃຫ້ນັກສຶກສາທັງສອງຝ່າຍໄດ້ຄ່ອຍໆ ສະໜິດສະໜົມກັນຫຼາຍຂຶ້ນ.ຫຼັງຈາກນັ້ນ, ນັກສຶກສາຝ່າຍຈີນກໍໄດ້ແນະນໍາກ່ຽວກັບອາຫານທີ່ເປັນເອກະລັກທ້ອງຖິ່ນບ້ານຕົນເອງ, ນັກສຶກສາຝ່າຍລາວ ກໍໄດ້ພ້ອມກັນຟັງດ້ວຍຄວາມຕັ້ງໃຈ,ພ້ອມທັງໄດ້ສະແດງຄວາມຢາກຮູ້ຢາກເຫັນໃຫ້ຫຼາຍກວ່າເກົ່າ ຊຶ່ງໄດ້ເປັນການເພີ່ມທະວີຄວາມຮັບຮູ້ແລະ ເຂົ້າໃຈຕໍ່ກັບ ວັດທະນະທໍາຈີນ ໃຫ້ແກ່ນັກສຶກສາລາວ. ພ້ອມດຽວກັນນັ້ນ,ອາຫານທີ່ເປັນເອກະລັກຂອງປະເທດລາວ ກໍເປັນສິ່ງທີ່ດຶງດູດຄວາມສົນໃຈໃຫ້ແກ່ນັກສຶກສາຈີນ ທີ່ຍັງຄອງຄອຍຈະໄດ້ຮູ້ຈັກປະເທດທີ່ເລິກລັບແຫ່ງນີ້ຫຼາຍຂຶ້ນ.

ຜ່ານການເຊື່ອມຕໍ່ທາງອອນລາຍໃນຄັ້ງນີ້,ນັກສຶກສາທັງສອງຝ່າຍ ໄດ້ຈັບຄູ່ກັນແບບ “ໜຶ່ງຕໍ່ໜຶ່ງ”, ໄດ້ເປັນພື້ນຖານທີ່ດີໃຫ້ແກ່ການຈັດກິດຈະກໍາ“文化接力”ແບບອອຟລາຍ ໃນຄັ້ງຕໍ່ໄປ. ພວກເຮົາເຊື່ອໝັ້ນວ່າ: ກິດຈະກໍາແຜນງານຊ່ວຍເຫຼືອການຮຽນ ”ໜຶ່ງແລວໜຶ່ງເສັ້ນທາງ” ບໍ່ພຽງແຕ່ຈະເປັນການຊ່ວຍເຫຼືອ ນັກສຶກສາລາວໃນການຮຽນພາສາຈີນໃຫ້ໄດ້ດີ ແລະ ຮູ້ຈັກກ່ຽວກັບປະເທດຈີນຫຼາຍຂຶ້ນເທົ່ານັ້ນ, ອີກດ້ານໜຶ່ງກໍຖືວ່າເປັນການສ້າງສະພານມິດຕະພານມິດຕະພາບ ລະຫວ່າງຊາວໜຸ່ມຂອງສອງປະເທດ ລາວ-ຈີນ,ເປັນການເພີ່ມທະວີສາຍສໍາພັນຂອງສອງຊາດ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ.