ຕອນເຊົ້າຂອງວັນທີ 21 ພະຈິກ 2019, ງານແຂ່ງເວົ້າພາສາຈີນ “ຂັນຈຽງຊູ” ຮອບຊີງຊະນະເລີດປະຈໍາປີ 2019 ທີ່ ສປປ ລາວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ ຂອງສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ. ງານແຂ່ງເວົ້າພາສາຈີນໃນຄັ້ງນີ້ ແມ່ນເປັນເຈົ້າພາບຈັດໂດຍ ສູນແລກປ່ຽນວັດທະນະທໍາສາກົນ ແຂວງຈຽງຊູ ແລະ ມະຫາວິທະຍາໄລ ໜານຈິງ, ມະຫາວິທະຍາໄລ ຊູໂຈ ລາວ ແລະ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ຮັບຈັດງານ, ສະຖາບັນຂົງຈື ເປັນຜູ້ຊ່ວຍຈັດງານ.

ເຂົ້າຮ່ວມພາຍໃນພິທີຄັ້ງນີ້ໄດ້ມີ ທ່ານ ໂລອີມິນ ປະທານສູນແລກປ່ຽນວັດທະນະທໍາສາກົນ ແຂວງຈຽງຊູ, ອາດີດຮອງປະທານທີ່ປຶກການເມືອງແຂວງຈຽງຊູ, ທ່ານ.ຮສ.ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສິນເສິນ ທີ່ປຶກສາການເມືອງທູດຈີນປະຈໍາລາວ, ທ່ານ ອຸປະຊາ ສີສູນທອນ ຕາງໜ້າຈາກຫ້ອງການສົ່ງເສີມການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເຊິ້ງຕົງຫຼິນ ຄະນະປະຈຳສະມາຄົມຮ່ວມມິດຕະພາບຕ່າງປະເທດແຂວງຈຽງຊູ, ທ່ານ.ສຈ ຫວງຊິ້ງ ຮອງອະທິການບໍດີມະຫາວິທະຍາໄລ ຊູໂຈ ລາວ, ທ່ານ.ນາງ ສົມສະໜຸກ ດາລາວົງ ຫົວໜ້າພາກວິຊາພາສາຈີນ ມຊ, ທ່ານ.ນາງ ຍອນວິໄລ ໄຊຍະເລີດ ອໍານວຍການຝ່າຍລາວ ສະຖາບັນຂົງຈື, ທ່ານ ຄໍາຮຸ່ງ ຈັນທະວົງ ຮອງອໍານວຍການສະຖາບັນຂົງຈື, ທ່ານ ລີ່ອານຜິງ ຫົວໜ້າໜ່ວຍງານຊ່ຽວຊານພາສາຈີນ ວິທະຍາຄານປ້ອງການຊາດ ໄກສອນພົມວິຫານ, ທ່ານ. ພັທ ວຽງຄໍາ ພົມມະທີ ຫົວໜ້າຫ້ອງການຄົ້ນຄວ້າແລະສິດສອນພາສາຈີນ ວິທະຍາຄານປ້ອງການຊາດ ໄກສອນພົມວິຫານ, ທ່ານ.ນາງ ວຽງສຸວັນ ພະໄຊສົມບັດ ອໍານວຍການໂຮງຮຽນ ມສ ວຽງຈັນ, ທ່ານ.ນາງ ຈິນດາວັນ ສຸຂະວົງ ຮອງອໍານວຍການໂຮງຮຽນ ຈຸງເຕັກ ສະຫວັນນະເຂດ ພ້ອມດ້ວຍຜູ້ເຂົ້າແຂ່ງຂັນ, ຄູອາຈານ, ພະນັກງານ ແລະ ນັກຮຽນ ນັກສຶກສາ ທີ່ເຂົ້າຮ່ວມຊົມຮ່ວມເຊຍທັງໝົດ 250 ກວ່າຄົນ.

ການແຂ່ງຂັນໄດ້ເລີ່ມຕັ້ນຂຶ້ນໃນເວລາ 9:00 ໂມງ ທີ່ຫ້ອງປະຊຸມໃຫຍ່ສະຖາບັນຂົງຈື, ໂດຍໄດ້ມີທ່ານ.ຮສ.ປອ ຮຸ່ງເພັດ ຈັນທະວົງ ແລະ ທ່ານ ໂລອີມິນ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີ.

ໃນບົດກ່າວເປີດພິທີຂອງ ທ່ານ.ຮສ.ປອ ຮຸ່ງເພັດ ຈັນທະວົງ ມີຕອນໜຶ່ງໄດ້ເວົ້າວ່າ: ສປປ ລາວ ແລະ ສປ ຈີນ ເປັນເພື່ອນມິດຍຸດທະສາດ ແລະ ເຄີຍມີມູນເຊື້ອອັນດີງາມໃນການໄປມາຫາສູ່ ແລະ ຮ່ວມມືເຊິ່ງກັນແລະກັນ ເຊິ່ງມັນໄດ້ສະແດງອອກໃນການຢຽ້ມຢາມຂອງການນຳລະດັບສູງຂອງສອງປະເທດ.ສາຍພົວພັນສາມັກຄີ ຈີນ-ລາວ ຈະສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ພັດທະນາຢ່າງແຂງແຮງຈາກປະຊາຊົນຮຸ່ນຕໍ່ໆໄປຂອງສອງປະເທດ ບົນເສັ້ນທາງກ້າວໄປສູ່ຄວາມສີວິໄລ, ຄວາມຜາສຸກແລະ ຄູ່ຮ່ວມຊະຕາກຳດ້ວຍກັນ. ທ່ານຍັງໄດ້ແນະນໍາໃຫ້ຮູ້ກ່ຽວກັບສະພາບ ແລະ ຄວາມມັກຮັກໃນການຮຽນຮູ້ພາສາຈີນຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຕະຫຼອດຮອດຊາວໜຸ່ມນັກຮຽນ ແລະ ຜູ້ຄົນທົ່ວໄປໃນສັງຄົມລາວ, ທ່ານຄິດວ່າ ງານແຂ່ງຂັນເວົ້າພາສາຈີນ “ຂັນຈຽງຊູ”ຈະເປັນໂອກາດອັນດີໃນການສົ່ງເສີມໃຫ້ນັກສຶກສາ ຕ່າງປະເທດ ກໍຄືຢູ່ໃນ ສປປ ລາວ ໃຫ້ຫັນມາສົນໃຈໃນການຮຽນພາສາຈີນໃຫ້ນັບມື້ຫຼາຍຂຶ້ນ ແລະ ງານແຂ່ງຂັນດັ່ງກ່າວນີ້ກໍ່ເປັນອີກເວທີໜຶ່ງເພື່ອສະແດງໃຫ້ເຫັນເຖິງລະດັບຄວາມສາມາດດ້ານພາສາຈີນ ແລະ ຄວາມຮັບຮູ້ກ່ຽວກັບວັດທະນະທຳຈີນ.

ທ່ານ ໂລອີມິນ ໄດ້ກ່າວວ່າ: ທ່ານໄດ້ມີຄວາມຮູ້ສຶກດີໃຈເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າຮ່ວມໃນງານແຂ່ງເວົ້າພາສາຈີນ “ຂັນຈຽງຊູ” ຮອບຊີງຊະນະເລີດຢູ່ ສປປ ລາວ, ໄດ້ມີໂອກາດມາຮ່ວມຊົມການແຂ່ງຂັນຂອງຜູ້ເຂົ້າແຂ່ງຂັນທຸກຄົນໃນມື້ນີ້. ທ່ານໄດ້ແນະນໍາໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ “ຂັນຈຽງຊູ”, ພ້ອມທັງໄດ້ຕີລາຄາສູງ ຕໍ່ການຈັດການແຂ່ງຂັນ ແລະ ຜົນຄະແນນຜູ້ເຂົ້າແຂ່ງຂັນໃນປີຜ່ານໆມາ, ໄດ້ລາຍງານໃຫ້ຮູ້ກ່ຽວກັບບັນຍາກາດ ແລະ ພຶດຕິກໍາຂອງຜູ້ຊະນະເລີດໃນຄັ້ງຜ່ານມາ ທີ່ໄດ້ໄປທັດສະນະສຶກສາທີ່ແຂວງ ຈຽງຊູ ເປັນໄລຍະເວລາ 8 ວັນ. ທ່ານຍັງໄດ້ເວົ້າຕື່ມອີກວ່າ ການຈັດໂຄງການແຂ່ງເວົ້າພາສາຈີນ “ຂັນຈຽງຊູ” ແມ່ນເພື່ອສ້າງເວທີໃຫ້ແກ່ນັກຮຽນທີ່ພວມຮຽນພາສາຈີນຢູ່ຕ່າງປະເທດ ໃຫ້ໄດ້ມີໂອກາດສະແດງທັກສະຄວາມສາມາດທາງດ້ານພາສາຈີນຂອງຕົນ ແລະ ເພື່ອເປັນອີກໜຶ່ງຊ່ອງທາງໃນການສຶກສາຮຽນຮູ້ກ່ຽວກັບແຂວງຈຽງຊູ, ຮັກແຂວງຈຽງຊູ ກໍຄືປະເທດຈີນ. ຫວັງຢ່າງຍິ່ງວ່າ, ເວທີດັ່ງກ່າວ ຈະເປັນສິ່ງຊຸກຍູ້ໃຫ້ແກ່ນັກຮຽນ-ນັກສຶກສາລາວ ໃຫ້ຫັນມາສົນໃຈຮຽນພາສາຈີນໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ຫວັງວ່າທຸກຄົນຈະປະສົບຜົນສໍາເລັດໃນຄວາມຝັນໃນການຮຽນຮູ້ພາສາຈີນ. ເພີ່ມທະວີມິດຕະພາບ ລາວ-ຈີນ ໂດຍສະເພາະໃນໝູ່ຊາວໜຸ່ມ ນັກສຶກສາໃຫ້ເຂົ້າໃຈເຊິ່ງກັນແລະກັນ, ພົວພັນແລກປ່ຽນ ແລະ ຮ່ວມມືນໍາກັນໃຫ້ນັບມື້ນັບຫຼາຍຂຶ້ນເທື່ອລະກ້າວ.

ພາຍຫຼັງຈົບການສະແດງບົດຟ້ອນທີ່ສະທ້ອນໃຫ້ເຫັນເຖິງມິດຕະພາບ ລາວ-ຈີນ ໃນບົດເພັງ “ດອກໄມ້ພາສາຈີນ” ແລ້ວ, ການແຂ່ງຂັ້ນກໍໄດ້ເລີ່ມຕົ້ນຂຶ້ນ. ການແຂ່ງຂັ້ນຄັ້ງນີ້ ໄດ້ແບ່ງອອກເປັນ 3 ບາດກ້າວຄື: ການເວົ້າໃນຫົວຂໍ້ທີ່ຕົນກະກຽມໄວ້, ຖາມຕອບຄະນະກໍາມະການ ແລະ ຈົກສະຫຼາກເອົາຄໍາຖາມ. ຜ່ານການຄັດເລືອກຢ່າງເຄັ່ງຄັດມາກ່ອນໜ້ານັ້ນແລ້ວ, ຄັດເລືອກໄດ້ຜູ້ເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ ທີ່ມາຈາກ 6 ພາກສ່ວນທັງໝົດ 19 ຄົນ. ໃນເວລາແຂ່ງຂັນ, ຜູ້ເຂົ້າແຂ່ງຂັນແຕ່ລະຄົນຕ່າງກໍໄດ້ສະແດງຢ່າງເປັນເອກະລັກສະເພາະຕົນ, ໃຊ້ສຽງສໍານຽງທີ່ອ່ອນຊ້ອຍ, ຕອບຄໍາຖາມຢ່າງຄ່ອງແຄ້ວ, ໄດ້ຮັບການຍ້ອງຍໍ ແລະ ຊົມເຊີຍຈາກຄະນະກໍາມະການ ແລະ ຜູ້ເຂົ້າຮ່ວມຊົມງານທຸກໆຄົນ.

ຜົນຂອງການແຂ່ງຂັນຜູ້ຊະນະເລີດອັນດັບ 1 ໄດ້ແກ່ນາງພອນທິວາພົງສະຫວັນແລະນາງສຸກັນດາເພັດສີໂນລັດ ນັກຮຽນຈາກໂຮງຮຽນຈຸງເຕັກແຂວງສະຫວັນນະເຂດ, ອັນດັບ 2 ມີຈໍານວນ 4 ຄົນໄດ້ແກ່ ນາງ ເມຫຼົງ, ນາງ ທັກສະພອນກິລາທອງ, ນາງອາລິຢາທ່າວ ແລະ ນາງທິບພາວັນຫລວງກິ່ງ,  ອັນດັບ 3 ມີຈໍານວນ 13ຄົນ. ໃນນັ້ນຜູ້ຊະນະເລີດອັນດັບ 1 ແລະ 2 ແມ່ນຈະໄດ້ໄປທັດສະນະສຶກສາຢູ່ແຂວງຈຽງຊູ ເປັນເວລາ 8 ວັນ, ໃນເວລານັ້ນ, ນັກສຶກສາເຫຼົ່ານີ້ ຈະໄດ້ມີໂອກາດຮູ້ຈັກ ແລະ ພົບປະກັບຜູ້ຊະເລີດ ຈາກງານແຂ່ງເວົ້າພາສາຈີນ“ຂັນຈຽງຊູ” ທີ່ມາຈາກຫຼາຍໆປະເທດໃນທົ່ວໂລກ. ຜ່ານການແຂ່ງຂັນດັ່ງກ່າວ, ຜູ້ເຂົ້າແຂ່ງຂັນບໍ່ພຽງແຕ່ຈະໄດ້ຮັບຜົນຄະແນນຈາກການແຂ່ງຂັນເທົ່ານັ້ນ, ສິ່ງທີ່ສໍາກວ່ານັ້ນກໍແມ່ນ ມັນຈະສາມາດຊ່ວຍພັດທະນາຕົວເອງໃນການຜ່ານເວທີການແຂ່ງຂັນ, ຊ່ວຍໃຫ້ໄດ້ມີການຊອກຮູ້ກ່ຽວກັບວັດທະ ນະທໍາຈີນໃຫ້ຫຼາຍຂຶ້ນ, ຊ່ວຍສັນຝັນໃນການຮຽນຮູ້ພາສາຈີນໃຫ້ໄດ້ປະກົດຜົນເປັນຈິງໂດຍໄວ.

ງານແຂ່ງເວົ້າພາສາຈີນ“ຂັນຈຽງຊູ” ແມ່ນເພື່ອເຜີຍແຜ່ວັດທະນະທໍາອັນດີງານຂອງຈີນ, ເພື່ອຊ່ວຍໃຫ້ຜູ້ຄົນໄດ້ຮັບຮູ້ກ່ຽວກັບມົນສະເໜ່ ແລະ ຄວາມສວຍສົດງົດງາມຂອງແຂວງຈຽງຊູ. ນັບແຕ່ປີ 2017 ພາຍຫຼັງທີ່ໄດ້ມາຈັດການແຂ່ງຂັນທີ່ ສປປ ລາວ ເປັນຕົ້ນມາ, ກໍໄດ້ຮັບຄວາມນິຍົມ ແລະ ຕອບຮັບເປັນຢ່າງດີຈາກສັງຄົມ, ໄດ້ຊ່ວຍໃຫ້ນັກຮຽນ ນັກສຶກສາລາວ ໄດ້ຮັບຮູ້ກ່ຽວກັບແຂວງຈຽງຊູ ນັບມື້ນັບຫຼາຍຂຶ້ນ, ໄດ້ຮັບຮູ້ກ່ຽວກັບປະເທດຈີນ ແລະ ໄດ້ມີບົດຄວາມ “ມະໂນພາບຈຽງຊູ” ທີ່ເປັນຂອງຕົນເອງ. ພວກເຮົາຫວັງວ່າ, ຜ່ານການສືບຕໍ່ຈັດການແຂ່ງຂັນໃນຫຼາຍຄັ້ງ, ການແລກປ່ຽນລະຫວ່າງສອງວັດທະນະທໍາ ລາວ-ຈີນ ຈະໄດ້ເປັນການຊ່ວຍໃຫ້ໄດ້ມີໝາກຜົນແຕກໜໍ່ຈໍ່ແໜງຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການປະຕິບັດຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເສີມສ້າງສາຍສໍາພັນມິດຕະພາບ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.