
ຕາມເວລາປັກກິ່ງ ເວລາ 19:00ໂມງ ຂອງວັນທີ 16 ທັນວາ 2020, ພິທີມອບລາງວັນສູນສອບເສັງ HSK ດີເດັ່ນປະຈໍາປີ 2020 ໄດ້ຈັດຂຶ້ນຜ່ານລະບົບອອນລາຍ ແລະ ໄດ້ເຜີຍແຜ່ໄປທົ່ວໂລກໃນເວລາດຽວກັນ. ທ່ານ ຈ້າວໂກເສິນ ຮອງຫົວໜ້າສູນແລກປ່ຽນພາສາ ແລະ ການຮ່ວມມື ຈີນ-ຕ່າງປະເທດຂອງກະຊວງສຶກສາທິການ ສປ ຈີນ ໄດ້ອ່ານລາຍຊື້ສູນທີ່ໄດ້ຖືກຄັດເລືອກເປັນ “ສູນສອບເສັງ HSK ດີເດັ່ນ” ປະຈໍາສົກ 2020-2021 ແລະມອບໃລຢັ້ງຢືນ. ໃນນັ້ນ, ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຖືກຄັດເລືອກເປັນ “ສູນສອບເສັງ HSK ດີເດັ່ນ” ປະຈໍາສົກ 2020-2021.ການຄັດເລືອກຄັ້ງນີ້ ແມ່ນທາງສູນແລກປ່ຽນພາສາ ແລະ ການຮ່ວມມື ຈີນ-ຕ່າງປະເທດ ຂອງກະຊວງສຶກສາທິການສປ ຈີນ ແລະ ບໍລິສັດເຕັກໂນໂລຊີ ການສອບເສັງພາສາຈີນສາກົນ ຈໍາກັດຮ່ວມກັນຄັດເລືອກຈາກສູນສອບເສັງ HSK ທົ່ວໂລກຈໍານວນ 799 ສູນ, ໃນນັ້ນໄດ້ມີສູນທີ່ພ້ອມກັນໄດ້ຮັບການຄັດເລືອກເປັນສູນດີເດັ່ນທັງໝົດ 32 ສູນ. ອີງຕາມຂໍ້ມູນ, ຮອດເດືອນ 11 ປີ 2020 ທົ່ວໂລກມີສູນສອບເສັງ HSK ທັງໝົດ 1201 ສູນ, ໃນນັ້ນ ມີສູນສອບເສັງທີຢູ່ຕ່າງປະເທດທັງໝົດ799 ສູນ.

ໃນຖານະທີ່ເປັນມະຫາວິທະຍາໄລແຫ່ງທໍາອິດທີ່ລັດຖະບານຈີນໄດ້ອານຸຍາດໃຫ້ອອກໄປສ້າງຕັ້ງສາຂາຢູ່ຕ່າງປະເທດ, ມະຫາວິທະຍາໄລ ຊູໂຈ ລາວແມ່ນໄດ້ໃຫ້ ຄວາມສໍາຄັນເປັນຢ່າງສູງຕໍ່ການເຜີຍແຜ່ພາສາຈີນສູ່ສາກົນ.ໄປຄວບຄູ່ກັບການຈັດຕັ້ງການຮຽນ-ການສອນໃນລະດັບປະລິນຍາຕີ ເປັນລະບົບພາສາຈີນນັ້ນ, ກໍໄດ້ສ້າງຕັ້ງສຸນບໍາລຸງພາສາຈີນມາແຕ່ປີ2012 ແລະກໍໄດ້ເປີດສອນບໍາລຸງພາສາຈີນໃນທຸກໆລະດັບໃຫ້ແກ່ສັງທຸກຊັ້ນຄົນໃນສັງຄົມລາວໂດຍຕະຫຼອດມາ.ຮອດປະຈຸບັນນີ້, ໄດ້ເປີດຊຸດບໍາລຸງພາສາຈີນໄປແລ້ວທັງໝົດ 42 ຊຸດ,ໄດ້ມີນັກຮຽນເຂົ້າມາຮຽນແລ້ວທັງໝົດ 4000 ກວ່າເທື່ອຄົນ. ພ້ອມດຽວກັນນັ້ນ, ມະຫາວິທະຍາໄລຊູໂຈ ລາວ ຍັງໄດ້ມີການຮ່ວມມືກັບບັນດາວິສາຫະກິດຈີນພາຍໃນລາວ,ໄດ້ສ້າງຫຼັກສູດບໍາລຸງພາສາຈີນແບບສະເພາະດ້ານ,ໄດ້ສະໜອງບໍລິການບໍາລຸງພາສາຈີນເຖິງສະຖານທີ່. ນອກຈາກນັ້ນ ຍັງໄດ້ມີການເຊັນສັນຍາຮ່ວມມືກັບກະຊວງວິທະຍາສາດແລະ ເຕັກໂນໂລຊີ ລາວ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໃນການຊ່ວຍ ສ້າງບຸກຄະລາກອນທາງດ້ານພາສາຈີນໃຫ້ແກ່ລາວ.

ເພື່ອເປັນສາງສະໜອງການບໍລິການທີ່ດີເລີດ ແລະອໍານວຍຄວາມສະດວກໃຫ້ແກ່ຜຸ້ຮຽນພາສາຈີນ ພາຍໃນລາວ,ພາຍຫຼັງການສ້າງຕັ້ງສູນບໍາລຸງພາສາຈີນແລ້ວ, ມະຫາວິທະຍາໄລ ຊູໂຈ ລາວກໍໄດ້ຮັບການອານຸມັດຈາກ ຮັ້ນປ້ານ ສປ ຈີນ ເຫັນດີໃຫ້ສ້າງຕັ້ງ ສູນສອບເສັງວັດລະດັບພາສາຈີນHSK ຢູ່ຕ່າງປະເທດ,ໄດ້ກາຍ ເປັນສູນສອບເສັງ HSK ແຫ່ງທີ2 ປະຈໍາ ສປປ ລາວ ຕໍ່ຈາກສະຖາບັນ ຂົງຈື ມຊ. ໃນຊຸມປີໝໍ່ໆມານີ້, ມະຫາວິທະຍາໄລ ຊູໂຈ ລາວ“ໄດ້ຖືເອົາຄວາມລະອຽດ ໃນການບໍລິການເປັນມາດຖານສ້າງການຍອມຮັບໃຫ້ແກ່ສັງຄົມ”, ໄດ້ເພີ່ມທະວີການສະໜອງຂໍ້ມູນຂ່າວສານ, ການລົງທະບຽນສອບເສັງ,ການຝຶກອົບຮົມ ການຍາມຫ້ອງສອບເສັງ, ການຈັດສັນຫ້ອງສອບເສັງ, ການຮັບປະກັນ ການຕິດຕາມ ແລະການຄຸ້ມຄອງ ທຸກໆໜ້າວຽກແມ່ນລ້ວນແຕ່ໄດ້ມີການພັດທະນາຂຶ້ນ ຢ່າງບໍ່ຢຸດຢັ້ງ,ສູ້ຊົນໃຫ້ໄດ້ເຖິງເປົ້າໝາຍ ຫ້າມເກີດຄວາມຜິດພາດໃນວຽກງານການກະກຽມກ່ອນການສອບເສັງ.ພ້ອມດຽວກັນນັ້ນ, ມະຫາວິທະຍາໄລ ຊູໂຈ ລາວ ຍັງໄດ້ໃຫ້ຄວາມສໍາຄັນຕໍ່ກັບລະບຽບການ ແລະໃຫ້ການຮ່ວມມືກັບສູນສອບເສັງພາສາຈີນສາກົນ ເປັນຢ່າງດີ,ໂດຍໄດ້ປະກອບອຸປະກອນຕິດຕາມ ຄວບຄຸມ ຫ້ອງສອບເສັງໄດ້ຄົບ ຢ່າງທັນເວລາ, ໄດ້ເພີ່ມທະວີຄວາມເປັນລະບຽບຮຽບຮ້ອຍແລະ ການປະຕິບັດລະບຽບວິໄນຫ້ອງສອບເສັງ ໄດ້ຢ່າງມີປະສິດທິຜົນ, ໄດ້ສະໜອງ ວີດີໂອເພື່ອເປັນບ່ອນອີງໃນການກວດສອບຄືນ ແລະ ການແກ້ໄຂບັນຫາຫຼັງການສອບເສັງໄດ້ເປັນຢ່າງດີ.

ນອກຈາກນີ້, ມະຫາວິທະຍາໄລ ຊູໂຈ ລາວຍັງໄດ້ມີການບຸກເບີກໂສມໜ້າໃໝ່, ໂດຍໄດ້ມີການຮ່ວມມືກັບພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ, ໄດ້ຮ່ວມມກັນສ້າງຕັ້ງສູນສອບເສັງHSK ຍ່ອຍ ປະຈໍາທ້ອງຖິ່ນນໍາອີກ,ໃນແຕ່ລະປີກໍໄດ້ມີການຈັດສອບເສັງຢູ່ສູນຫຼວງນໍ້າທາຫຼາຍໆຄັ້ງ, ບໍ່ພຽແຕ່ເປັນການ ອໍານວຍຄວາມສະດວກໃຫ້ແກ່ຜູ້ຮຽນພາສາຈີນຢູ່ແຂວງຫຼວງນໍ້າທາ,ແຕ່ຍັງເປັນການເຜີດແຜ່ຊື່ສຽງຂອງ ມະຫາວິທະຍາໄລ ຊູໂຈ ລາວ ແລະ ສູນສອບ ເສັງພາສາຈີນສາກົນນໍາອີກ.

ໃນໄລຍະຊຸມປີໝໍ່ໆມານີ້,ຜູ້ເຂົ້າສອນເສັງ HSKທີ່ສູນສອບເສັງຂອງມະຫາວິທະຍາໄລ ຊູໂຈ ລາວ ແມ່ນນັບມື້ນັບຫຼາຍຂຶ້ນຢ່າງຕໍ່ເນື່ອງ,ຈໍານວນຜູ້ເຂົ້າຮ່ວມ ສອບເສັງໃນແຕ່ລະຄັ້ງ ໃນເບື້ອງຕົ້ນ ເລີ່ມແຕ່ຈໍານວນ 40 ຄົນໄດ້ເພີ່ມມາເປັນ 800 ກວ່າຄົນ. ໂດຍສະເພາະ ພາຍໃນປີ 2020, ເນື່ອງຈາກຜົນກະທົບຈາກພະຍາດ COVID-19, ໃນຊ່ວງ 6 ເດືອນຕົ້ນປີ ທີ່ພວກເຮົາບໍ່ສາມາດຈັດການສອບເສັງໄດ້ນັ້ນ, ໃນ6 ເດືອນທ້າຍປີ ໄດ້ມີຜູ້ເຂົ້າຮ່ວມການສອບເສັງເປັນຈໍານວນຫຼວງຫຼາຍ, ລວມທັງໝົດພາຍໃນປີນີ້ໄດ້ມີຜູ້ເຂົ້າຮ່ວມການສອບເສັງທັງໝົດ 2531 ເທື່ອຄົນ,ຫຼາຍກວ່າປີ 2019 ໜຶ່ງທົບ.