ເພື່ອເປັນການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ, ພະນັກງານຄູອາຈານ, ອາດີດນັກສຶກສາ ແລະ ນັກສຶກສາທີ່ພວມສຶກສາຢູ່ຂອງ ມຊລ ໄດ້ພ້ອມກັນຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບຂຶ້ນ ໃນຕອນບ່າຍຂອງວັນທີ 3 ທັນວາ 2019, ກິດຈະກໍາຄັ້ງນີ້ ນອກຈາກຈຸດປະສົງເພື່ອສະເຫຼີມສະຫຼອງວັນສໍາຄັນຂອງຊາດລາວແລ້ວ, ຍັງໄດ້ເປັນໂອກາດທີ່ດີໃຫ້ແກ່ນັກສຶກສາໄດ້ມີໂອກາດພົບປະກັບຄູອາຈານ ແລະ ອາດີດນັກສຶກສາທີ່ຮຽນຈົບຈາກ ມຊລ ແລະ ໄດ້ມີວຽກເຮັດງານທໍາທີ່ດີກັນໝົດທຸກຄົນ, ໄດ້ເປັນໂອກາດທີ່ດີເພື່ອໃຫ້ນັກສຶກສາທັງເກົ່າ ແລະ ໃໝ່ໄດ້ຮູ້ຈັກລື້ງເຄີຍ ແລະ ແລກປ່ຽນປະສົບການໃນການສຶກສາທີ່