ຕອນບ່າຍວັນທີ 16 ທັນວາ 2019, ມຊລ ໄດ້ຈັດພິທີແຕ່ງຕັ້ງ ສາດສະດາຈານ ຮັບເຊີນ, ໂດຍໄດ້ມີ ທ່ານ.ສຈ. ຫວງຊິ້ງ ຮອງອະທິການບໍດີ, ຄູອາຈານ, ພະນັກງານພະແນກການສຶກສາ ແລະ ຄຸ້ມຄອງນັກສຶກສາ, ພ້ອມດ້ວຍນັກສຶກສາລະດັບປະລິນຍາຕີ ຮຸ່ນປີ 2018 ແລະ 2019 ກໍໄດ້ເຂົ້າຮ່ວມພາຍໃນພິທີຄັ້ງນີ້.

ໃນເບື້ອງຕົ້ນ, ທ່ານ ຫວງຢູ້ຈ້ຽນ ຜູ້ຊ່ວຍອະທິການບໍດີ ໄດ້ແນະນໍາກ່ຽວກັບຊີວະປະຫວັດໂດຍຫຍໍ້ຂອງ ທ່ານ. ປອ. ວັນນະແສງພຸດທະປານ, ປະຈຸບັນຮັບໜ້າທີ່ເປັນຫົວໜ້າສູນວິທະຍາສາດສັດ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງວິທະຍາສາດແລະເຕັກໂນໂລຊີລາວ, ເຮັດວຽກກ່ຽວກັບວິທະຍາສາດການລ້ຽງສັດ, ການປ້ອງກັນ ແລະ ຄວບຄຸມພະຍາດ, ການຄົ້ນຄວ້າກ່ຽວກັບການປຸງແຕ່ງຜະລິດຕະພັນສັັດ. ຫຼັງຈາກນັ້ນ, ທ່ານ.ສຈ. ຫວງຊິ້ງ ໄດ້ໃຫ້ກຽດຂຶ້ນມອບໜັງສືແຕ່ງຕັ້ງ ສາດສະດາຈານ ຮັບເຊີນ ໃຫ້ແກ່ ປອ. ວັນນະແສງ.

ພາຍຫຼັງພິທີມອບຮັບໃບຢັ້ງຢືນແລ້ວ, ປອ. ວັນນະແສງ ໄດ້ແບ່ງປັນປະສົບການໃນການຮຽນພາສາຈີນ ແລະ ປະສົບການໃນການເຮັດວຽກຂອງຕົນ ໃຫ້ແກ່ນັກສຶກສາທັງໝົດທີ່ເຂົ້າຮ່ວມພາຍໃນພິທີ, ທ່ານໄດ້ແນະນໍານັກສຶກສາທຸກຄົນວ່າ: “ຈຸດເລີ່ມຕົ້ນຂອງຊີວິດ ເຮົາເລືອກເກີດບໍ່ໄດ້, ແຕ່ເປົ້າໝາຍຂອງຊີວິດ ແມ່ນສາມາດໄປເຖິງໄດ້ດ້ວຍຄວາມພາກພຽນພະຍາຍາມຂອງຕົນເອງ!”,ຜ່ານການເລົ່າປະຫວັດຊີວິດນັກສຶກສາທີ່ ສປ ຈີນ ຂອງຕົນ ເພື່ອເປັນກໍາລັງໃຈໃຫ້ແກ່ນ້ອງນັກສຶກສາທຸກຄົນທີ່ພວມສຶກສາຮໍ່າຮຽນຢູ່, ຕ້ອງຕັ້ງໃຈຮໍ່າຮຽນໃຫ້ໄດ້ຄວາມຮູ້ ໃຫ້ສົມກັບຄວາມຫວັງຕັ້ງໃຈຂອງຜູ້ປົກຄອງ ແລະ ໝູ່ຄູ່ພີນ້ອງ, ນອກຈາກຈະຕັ້ງໃຈຮໍ່າຮຽນພາຍໃນຫ້ອງຮຽນແລ້ວ, ຍັງຄວນຕ້ອງພະຍາຍາມໃຫ້ມີສ່ວນຮ່ວມໃນບັນດາກິດຈະກໍາຕ່າງໆທີ່ທາງໂຮງຮຽນຈັດຂຶ້ນ, ສະສົມປະສົບການດີໆໃຫ້ແກ່ຊີວິດຂອງຕົນ.