ໃນຄັ້ງວັນທີ 20 ທັນວາ 2019, ສະມາຄົມການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດງານວາງສະແດງການສຶກສາຂຶ້ນທີ່ນະຄອນຫຼວງວຽງຈັນ, ບ່ອນຈັດງານຄັ້ງນີ້ແມ່ນຈັດຢູ່ ມສ ວຽງຈັນ ແລະ ໂຮງຮຽນນານາຊາດ AIS.

ເຂົ້າຮ່ວມທໍາການວາງສະແດງພາຍໃນງານຄັ້ງນີ້ ນອກຈາກບັນດາສະຖາບັນການສຶກສາພາຍໃນນະຄອນຫຼວງວຽງຈັນຈໍານວນໜຶ່ງແລ້ວ, ຍັງໄດ້ມີສະຖາບັນການສຶກສາຈາກຕ່າງປະເທດເດີນທາງມາຮ່ວມທໍາການວາງສະແດງນໍາກັນເຊັ່ນ: ມະຫາວິທະຍາໄລ ມະຫາສະໝຸດ ຊຽງໄຮ (Shanghai Ocean University),ມະຫາວິທະຍາໄລ ເຕັກໂນໂລຊີ ຊຽງໄຮ (Shanghai Institute of Technology), ໂຮງຮຽນ ເຄັນທ໌ ການາດາ (KENT School Canada), ມະຫາວິທະຍາໄລ ຊູໂຈ ລາວ (Lao Soochow University) ເປັນມະຫາວິທະຍາໄລຕ່າງປະເທດທີ່ຕັ້ງຢູ່ພາຍໃນລາວ ແມ່ນໄດ້ຮັບຄວາມສົນໃຈເປັນຢ່າງດີຈາກນັກຮຽນ, ຄູອາຈານ ແລະ ຜູ້ຄົນທີ່ເຂົ້າຮ່ວມຊົມງານ.


ພາຍໃນງານ, ຕາງໜ້າຜູ້ເຂົ້າຮ່ວມວາງສະແດງ ໄດ້ຂຶ້ນແນະນໍາກ່ຽວກັບສະຖາບັນຂອງຕົນ, ພ້ອມທັງແນະນໍາໃຫ້ແກ່ນັກນ້ອງນັກຮຽນກ່ຽວກັບການວາງແຜນການຮຽນ, ການເລືອກສາຂາວິຊາ ແລະ ວິທີການສະໝັກເອົາທຶນການສຶກສາເພື່ອຮຽນຕໍ່ທີ່ສະຖາບັນຂອງຕົນ. ມະຫາວິທະຍາໄລ ຊູໂຈ ລາວ ເປັນທາງເລືອກໜຶ່ງສໍາລັບນ້ອງນັກຮຽນ ເພື່ອເຂົ້າຮຽນຕໍ່ໃນລະດັບປະລິນຍາຕີ ທີ່ຮຽນເປັນລະບົບພາສາຈີນ ພາຍໃນລາວ, ທ້າວ ເຂັມເພັດ ນັກສຶກສາປະລິນຍາຕີປີທີ 2 ຂອງມະຫາວິທະຍາໄລ ຊູໂຈ ລາວ, ໄດ້ຂຶ້ນແນະນໍາກ່ຽວກັບລະບົບການຮຽນ ແລະ ຄວາມຮູ້ສຶກຂອງຕົນພາຍຫຼັງທີ່ໄດ້ເຂົ້າມາຮຽນຢູ່ໂຮງຮຽນແຫ່ງນີ້.

ໃນຊ່ວງໄລຍະການເດີນທາງມາຮ່ວມງານວາງສະແດງຄັ້ງນີ້, ຄະນະຜູ້ແທນທັງພາຍໃນ ແລະ ຕ່າງປະເທດ ຍັງໄດ້ເຂົ້າພົບປະຢ້ຽມຢາມຄະນະພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຢ້ຽມຢາມໂຮງຮຽນສາມັນ ແລະ ວິທະຍາໄລ ພາກເອກະຊົນອີກຫຼາຍໆແຫ່ງ.
