ໃນຄັ້ງວັນທີ 26 ເມສາ 2022 ທ່ານ.ອຈ ພູວຽງ ແກ້ວມະນີ ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ ໄດ້ພົບປະ ແລະ ຮ່ວມເຮັດວຽກກັບຄະນະຜູ້ຮັບຜິດຊອບກະກຽມວຽກງານໂຄງການຊ່ວຍເຫຼືອລ້າ ຂອງມູນນິທິ ກົ້ງສຽງ (GX Foundation).

ທັງສອງຝ່າຍໄດ້ຮ່ວມສົນທະນາກ່ຽວກັບການກະກຽມວຽກງານໃນເບື້ອງຕົນ ເພື່ອກ້າວໄປສູ່ຂັ້ນຕອນການສະໜອງການບໍລິການ ຊ່ວຍເຫຼືອລ້າ ການຜ່າຕັດພະຍາດແກ່ນຕາຂຸ້ນ ໃຫ້ແກ່ປະຊາຊົນລາວ, ວຽກງານອັນຮີບດ່ວນໃນໄລຍະຕົ້ນ ຂອງໂຄງການແມ່ນ ການແປເອກະສານ ຈີນ-ລາວ ທີ່ສໍາຄັນຈໍານວນໜຶ່ງ, ການຮັບສະໝັກພະນັກງານ, ຮັບນັກສຶກສາອາສາສະໝັກ ແລະ ການຝຶກອົບຮົມພື້ນຖານພາສາ ວັດທະນະທໍາລາວ ໃຫ້ແກ່ຊ່ຽວຊານແພດໝໍ.

ຕໍ່ກັບໂຄງການຊ່ວຍເຫຼືອລ້າໃນການຜ່າຕັດພະຍາດແກ່ນຕາຂຸ້ນ ຂອງມູນນິທິ ກົ້ງສຽງ (GX Foundation), ແມ່ນເປັນໂຄງການທີ່ຈະໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວຢ່າງແທ້ຈິງ, ດັ່ງນັ້ນ, ຄະນະນໍາມະຫາວິທະຍາໄລ ຊູໂຈ ລາວ ຈິ່ງເຫັນໄດ້ເຖິງຄວາມໝາຍ ຄວາມສໍາຄັນ ແລະ ມີຄວາມຍິນດີປະກອບສ່ວນ ໃຫ້ການຮ່ວມມືໃນການປະຕິບັດວຽກງານຂອງໂຄງການຢ່າງເຕັມທີ່.