
ໃນວັນທີ 9 ພຶດສະພາ 2022, ທ່ານ. ອຈ ພູວຽງ ແກ້ວມະນີ ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຕ້ອນຮັບທ່ານ ນາງ ເຈິ້ງເຈຍເຫວິນ ຜູ້ຮັບຜິດຊອບຝ່າຍບຸກຄະລາກອນ (HR) ຂອງບໍລິສັດ Huawei ສາຂາປະເທດລາວ, ຈຸດປະສົງຕົ້ນຕໍຂອງການພົບປະຄັ້ງນີ້ ແມ່ນເພື່ອຢາກຮູ້ກ່ຽວກັບຫຼັກສູດສາຂາການຮຽນຂອງ ມຊລ ແລະ ສະພາບຂອງນັກສຶກສາທີ່ພວກສຶກສາຢູ່ ໃນລະດັບປະລິນຍາຕີ, ເພື່ອຮັບເຂົ້າຝຶກງານ ຫຼື ບັນຈຸເຂົ້າເປັນພະນັກງານຂອງບໍລິສັດພາຍຫຼັງຮຽນຈົບ. ພາຍຫຼັງການລາຍງານສະພາບຕ່າງໆແລ້ວ, ທ່ານຜູ້ຊ່ວຍອະທິການບໍດີ ຍັງໄດ້ນໍາພາ ທ່ານ ນາງ ເຈິ້ງເຈຍເຫວິນ ລົງພົບປະໂອ້ລົມກັບນັກສຶກສາ ເພື່ອທ່ໍາການແນະນໍາກ່ຽວກັບບໍລິສັດ ແລະ ຕໍາແໜ່ງງານທີ່ມີຄວາມຕ້ອງການພະນັກງານໃນແຕ່ລະໄລຍະ. ນັກສຶກສາແຕ່ລະຄົນໄດ້ມີຄວາມສົນໃຈເປັນຢ່າງສູງ ແລະ ໄດ້ມີບາງຄົນສະໝັກເຂົ້າຝຶກງານຕາມຕໍາແໜ່ງງານທີ່ທາງບໍລິສັດຕ້ອງການ.
