
ມະຫາວິທະຍາໄລ ຊູໂຈ ລາວ ໄດ້ເລີ່ມເປີດຮັບນັກສຶກສາລະດັບປະລິນຍາຕີ, ນັກຮຽນບໍາລຸງພາສາຈີນ ແລະ ຈັດສອບເສັງວັດລະດັບພາສາຈີນ HSK ນັບແຕ່ປີ 2022 ເປັນຕົ້ນມາ. ຜ່ານມາ ໃນຊ່ວງປີ 2020-2021 ທີ່ມີການແຜ່ລະບາດຂອງເຊື້ອພະຍາດ COVID-19 ມຊລ ກໍໄດ້ເລື່ອນການຈັດສອບເສັງ HSK ໃນຫຼາຍໆຄັ້ງ.ມາໃນປີ 2022 ພາຍຫຼັງທີ່ໄດ້ຜ່ານການກວດກາ ປະເມີນສະພາບຕົວຈິງ ແລະ ໄດ້ຮັບອານຸມັດຈາກຄະນະສະເພາະກິດ ໃຫ້ສາມາດກັບມາເປີດ ຮຽນ-ສອບເສັງ ແບບເຊິ່ງໜ້າໄດ້ແລ້ວນັ້ນ, ມຊລ ກໍໄດ້ຮີບຟ້າວຈັດການສອບເສັງໂດຍໄວ.
ທັງນີ້, ເພື່ອເປັນການປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ, ເພື່ອຫຼີກລ້ຽງຄວາມແອອັດ ໃນວັນສອບເສັງ ແລະ ຮັບປະກັນໄດ້ມາດຕະການຮັກສາໄລຍະຫ່າງທາງສັງຄົມ, ມຊລ ໄດ້ຈໍາກັດຈໍານວນຜູ້ເຂົ້າຮ່ວມສອບເສັງ ໃຫ້ຫ້ອງໜຶ່ງບໍ່ເກີນ 15 ຄົນ ແລະ ໄດ້ແບ່ງຈັດການສອບເສັງໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນວັນທີ 14 ພິດສະພາ 2022 ທີ່ຜ່ານມາ, ໄດ້ມີຜູ້ເຂົ້າຮ່ວມສອບເສັງ HSK ແລະ HSKK ທັງໝົດ 90 ຄົນ ແລະ ແຜນ ການສອບເສັງໃນຄັ້ງຕໍ່ໄປ ແມ່ນຈະຈັດໃນວັນທີ 16 ກໍລະກົດ 2022 ຢູ່ທີ່ສູນສອບເສັງ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງນໍ້າທາ.ສໍາລັບທ່ານໃດທີ່ສົນໃຈຈະເຂົ້າຮ່ວມການສອບເສັງໃນຄັ້ງຕໍ່ໄປ ແມ່ນສາມາດລົງທະບຽນໄດ້ຜ່ານຊ່ອງທາງອອນລາຍ www.chinesetest.cn ແຕ່ວັນທີ 20 ພຶດສະພາ 2022 ເປັນຕົ້ນໄປ.
