ຮອດເດືອນ ພະຈິກ ປີ 2020, ໃນ 156 ປະເທດທົ່ວໂລກ ມີສູນສອບເສັງ HSK 1201 ສູນ, ແຕ່ເດືອນ ມັງກັນ - ທັນວາ ຂອງປີ 2020 ໄດ້ມີຜູ້ເຂົ້າຮ່ວມສອບເສັງ ທັງໝົດ 38,1000 ເທື່ອຄົນ. ສູນສອບເສັງ HSK ຂອງມະຫາວິທະຍາໄລ ຊູໂຈ ລາວ ໄດ້ຮັບອະນຸມັດ ແລະ ເລີ່ມຈັດການສອບເສັງມາແຕ່ປີ 2012, ຮອດປະຈຸບັນ ໄດ້ຈັດການສອບເສັງໃນທຸກໆລະດັບໄປແລ້ວທັງໝົດ 40 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 8000 ກວ່າເທື່ອຄົນ.

 ສູນສອບເສັງ HSK ຂອງມະຫາວິທະຍາໄລ ຊູໂຈ ລາວ ເປັນສູນສອບເສັງທີ່ໄດ້ມາດຕະຖານຂອງຈີນ, ມີການພັດທະນາຢ່າງວ່ອງໄວ, ຮັກສາລະບຽບວິໄນໄດ້ດີ ແລະ ມີຜູ້ເຂົ້າຮ່ວມສອບເສັງເປັນຈໍານວນຫຼາຍ. ຜ່ານການປະເມີນຢ່າງຮອບດ້ານຈາກ ຮັ້ນປ້ານ ສປ ຈີນ, ໃນສົກປີ 2020-2021 ມະຫາວິທະຍາໄລ ຊູໂຈ ລາວ ໄດ້ຖືກຮັບຮອງເປັນສູນສອບເສັງ HSK ດີເດັ່ນ ໃນສູນສອບເສັງ HSK ທັງໝົດທົ່ວໂລກ.