
ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍອໍານວຍການຝ່າຍຈີນ, ຜູ້ອໍານວຍການຝ່າຍລາວ ແລະ ພະນັກງານ ຄູອາຈານ ຂອງ ສະຖາບັນຂົງຈື່ ມະຫາວິທະຍາໄລ ສຸພານຸວົງ ຢ້ຽມຢາມມະຫາວິທະຍາໄລ ຊູໂຈ ລາວ ໃນຄັ້ງວັນທີ 3 ມີນາ 2022 ທີ່ຜ່ານມາ, ໃຫ້ກຽດຕ້ອນຮັບໂດຍທ່ານ ອຈ ພູວຽງ ແກ້ວມະນີ ຜູ້ຊ່ວຍອະທິການບໍດີ ມຊລ.
ຈຸດປະສົງຕົ້ນຕໍຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຮັດແໜ້ນສາຍສໍາພັນ, ແລກປ່ຽນບົດຮຽນໃນການຈັດຕັ້ງການຮຽນ-ການສອນ ພາສາຈີນ, ການຄຸ້ມຄອງການ ສອບເສັງວັດລະດັບພາສາຈີນ HSK ແລະ ການຄຸ້ມຄອງບໍລິຫານສະຖານການສຶກສາຂອງທັງສອງຝ່າຍ.
