ໃນຕອນຄໍ່າຂອງວັນທີ17 ມັງກອນ 2020, ມຊລ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຮຽນຈົບຫຼັກສູດບໍາລຸງພາສາຈີນ ຊຸດທີ31 ຂຶ້ນທີ່ໂຮງຮຽນຂອງຕົນ. ໂດຍມີ ທ່ານ.ສຈ ຫວງຊິ້ງ ຮອງອະທິການບໍດີ, ທ່ານ. ຫວງຢູ້ຈ້ຽນຜູ້ຊ່ວຍອະທິການ, ພ້ອມດ້ວຍພະນັກງານບໍລິຫານ ແລະ ອາຈານສອນພາສາຈີນ ໄດ້ໃຫ້ກຽດເຂົ້າຮ່ວມພາຍໃນພິທີຄັ້ງນີ້.

ໃນຕອນຕົ້ນຂອງພິທີ, ຜ່ານການສິດສອນ ແລະຮ່ວມເຮັດກິດຈະກໍາຕົວຈິງ, ອາຈານ ເຢ້ຈຸ້ນຫຼານ ໄດ້ຕາງໜ້າໃຫ້ແກ່ອາຈານສອນພາສາຈີນ ຍົກຄໍາຂວັນສໍາລັບການຮຽນພາສາຈີນໃນຊຸດນີ້ວ່າ:“ຮຽນມ່ວນ,ໝູ່ຄະນະມ່ວນ, ຕົນເອງມ່ວນ”,ໂດຍຫວັງວ່ານັກຮຽນທຸກຄົນ ຈະໄດ້ຮໍ່າຮຽນຢູ່ທີ່ໂຮງຮຽນແຫ່ງນີ້ຢ່າງເບີກບານມ່ວນຊື່ນ,ແລ້ວຊ່ວຍສ້າງບັນຍາກາດໃຫ້ໝູ່ຄູ່ທັງໝົດໄດ້ມີຄວາມເບີກບານມ່ວນຊື່ນ,ຮູ້ເກັບກ່ຽວເອົາແຕ່ສິ່ງທີ່ດີໃຫ້ແກ່ຕົນເອງ. ຫຼັງຈາກນັ້ນນັກຮຽນແຕ່ລະຄົນກໍໄດ້ຂຶ້ນທໍາການແນະນໍາຕົນເອງດ້ວຍພາສາຈີນ, ຮ່ວມຮ້ອງເພັງຈີນ, ອ່ານຄໍາກອນແລະ ກິດຈະກໍາອື່ນໆ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດທີ່ຕົນໄດ້ຮຽນຜ່ານມາ. ອາຈານປະຈໍາຫ້ອງແຕ່ລະທ່ານ,ອາຈານ ຫວງຢູ້ຈ້ຽນ, ສຈ ຫວງຊິ້ງ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນການຮຽນຈົບ, ໃບກຽດຕິຄຸນ ແລະໃບຢັ້ງຢືນການໄດ້ຮັບທຶນການສຶກສາ ໃຫ້ແກ່ນ້ອງນັກຮຽນ, ພິທີຄັ້ງນີ້ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ.

ໃນຕອນທ້າຍຂອງພິທີ, ທ່ານ.ສຈ ຫວງຊິ້ງ ໄດ້ປະກອບຄໍາເຫັນແລະ ໃຫ້ການຍອມຮັບຕໍ່ໝາກຜົນທີ່ນ້ອງນັກຮຽນແຕ່ລະຄົນໄດ້ຕັ້ງໃຈ ແລະ ຍາດແຍ່ງມາໄດ້, ໄດ້ໃຫ້ຄໍາອວຍພອນແດ່ນັກຮຽນທຸກຄົນທີ່ປະສົບຜົນສໍາເລັດໃນການຮຽນຊຸດນີ້,ຫວັງວ່າທຸກຄົນຈະສືບຕໍ່ພາກພຽນພະຍາຍາມ, ຮັກການຮຽນຮູ້ຕະຫຼອດໄປ ແລະພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນທ່ານຮອງອະທິການຍັງໄດ້ນັດໝາຍກັບນັກຮຽນທຸກຄົນວ່າ: ພວກເຮົາພົບກັນ  ໃໝ່ໃນພິທີເປີດຮຽນຕົ້ນເດືອນ 3, ບໍ່ພົບ-ບໍ່ເລີກລາ!!