ໃນຄັ້ງວັນທີ18 ມັງກອນ 2020, ການສອບເສັງ HSKຄັ້ງທໍາອິດປະຈໍາປີ 2020 ຂອງ ມຊລ ໄດ້ຈັດຂຶ້ນຢ່າງປະສົບຜົນສໍາເລັດ,ການສອບເສັງຄັ້ງນີ້ແມ່ນມີ 4 ລະດັບ, ມີຜູ້ເຂົ້າຮ່ວມສອບເສັງທັງໝົດ 425 ຄົນ,ໄດ້ແບ່ງເປັນ 19 ຫ້ອງສອບເສັງ.

ເພື່ອຮັບປະກັນການສອບເສັງໃຫ້ດໍາເນີນໄປຢ່າງຢຸດຕິທໍາ, ອີງຕາມລະບຽບ ແລະ ຂັ້ນຕອນທີ່ເຄີຍໄດ້ປະຕິບັດຜ່ານມາ,ທຸກໆຄັ້ງກ່ອນການສອບເສັງ ແມ່ນຈະໄດ້ມີການຈັດຝຶກອົບຮົມກ່ຽວກັບກົດລະບຽບການຍາມຫ້ອງເສັງໃຫ້ແກ່ຄະນະກໍາມະການທຸກໆທ່ານ, ສໍາລັບການສອບເສັງຄັ້ງນີ້ກໍເຊັ່ນດຽວກັນ. ໂດຍສະເພາະໃນຄັ້ງນີ້,ໂດຍອີງຕາມລະບຽບໃໝ່ຂອງ “ຮັ້ນປ້ານ”ທີ່ວ່າ: “ທຸກຂັ້ນຕອນໃນເວລາສອບເສັງແມ່ນຕ້ອງໄດ້ຖ່າຍວີດີໂອ ໄວ້ໝົດ”, ມຊລ ໄດ້ຊອກທຸກວິທີທາງເພື່ອແກ້ໄຂບັນຫາ ແລະ ເຮັດໃຫ້ໄດ້ຕາມລະບຽບການຢ່າງເຂັ້ມງວດ. ຄະນະກໍາມະການ ແລະພະນັກງານ ມຊລ ທຸກຄົນ ໄດ້ຊ່ວຍຊອກວິທີ ແລະ ໄດ້ນໍາໃຊ້ອຸປະກອນສ່ວນຕົວມາຮັບໃຊ້ການສອບເສັງ, ເຮັດໃຫ້ການສອບເສັງຄັ້ງນີ້ ໄດ້ດໍາເນີນໄປຢ່າງຖືກລະບຽບ, ຮັດກຸມແລະ ປະສົບຜົນສໍາເລັດຢ່າງເຕັມເມັດເຕັມໜ່ວຍ.

