ໃນຕອນບ່າຍຂອງວັນທີ 13 ມີນາ 2020, ພະນັກງານ ແລະ ຄູອາຈານ ທັງໝົດຂອງ ມຊລ ໄດ້ຮ່ວມກັນຈັດປະຊຸມມອບໝາຍວຽກງານກ່ອນເປີດພາກຮຽນໃໝ່. ກອງປະຊຸມຄັ້ງນີ້ແມ່ນ ທ່ານ.ສຈ ຫວງຊິ້ງ ຮອງອະທິການບໍດີ ເປັນປະທານ.
ກ່ອນອື່ນ, ທ່ານ.ສຈ ຫວງຊິ້ງ ໄດ້ລາຍງານຕໍ່ກອງປະຊຸມໃຫ້ຮັບຊອບທົ່ວເຖິງກັນວ່າ, ພະນັກງານ-ຄູອາຈານຝ່າຍຈີນ ໄດ້ເດີນທາງມາຮອດລາວ ຕັ້ງແຕ່ວັນທີ 26 ກຸມພາ 2020, ຫຼັງຈາກນັ້ນກໍໄດ້ທໍາການປິດບໍລິເວນເພື່ອສັງເກດການ ເປັນເວລາ 14 ວັນ ຕາມລະບຽບການ. ໃນໄລຍະການປິດບໍລິເວນຢູ່ນັ້ນ, ພວກເຮົາກໍໄດ້ຈັດການປະຊຸມປຶກສາຫາລືວຽກງານຜ່ານທາງ ອິນເຕີເນັດ ຫຼາຍໆຄັ້ງ, ໂດຍໄດ້ປຶກສາຫາລືກ່ຽວກັບການກະກຽມເປີດພາກຮຽນໃໝ່ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມເຊື້ອພະຍາດ COVID-19. ທ່ານ.ສຈ ຫວງຊິ້ງ ໄດ້ລາຍງານຕື່ມອີກວ່າ, ເນື່ອງຈາກບັນດາສະຖາບັນການສຶກສາແຫ່ງຕ່າງໆພາຍໃນລາວ ແມ່ນໄດ້ດໍາເນີນການເປີດຮຽນໄປຢ່າງເປັນປົກກະຕິແລ້ວ, ກິດຈະກໍາ ແລະ ການເຄື່ອນໄຫວວຽກງານຕ່າງໆໃນສັງຄົມລາວ ກໍຍັງໄດ້ດໍາເນີນໄປຢ່າງເປັນປົກກະຕິຢູ່. ດັ່ງນັ້ນ, ມຊລ ຈິ່ງຕັດສິນໃຈເປີດພາກຮຽນໃໝ່ ເລີ່ມແຕ່ວັນທີ 14 ມີນາ 2020 ເປັນຕົ້ນໄປ. ນັກສຶກສາປະລິນຍາຕີ, ນັກຮຽນບໍາລຸງພາສາຈີນທັງໝົດ ແມ່ນຈະໄດ້ເລີ່ມເຂົ້າຮຽນຢ່າງເປັນປົກກະຕິ. ແຕ່ເນື່ອງຈາກວ່າ ສະພາບການແຜ່ລະບາດຂອງເຊື້ອພະຍາດ ຍັງພວມແຜ່ລະບາດຢູ່ຫຼາຍໆປະເທດໃນທົ່ວໂລກ, ດັ່ງນັ້ນ, ພວກເຮົາຕ້ອງຖືກເອົາວຽກງານການປ້ອງກັນເຊື້ອພະຍາດ COVID-19 ເປັນສິ່ງສໍາຄັນທີ່ສຸດ. ສໍາລັບວຽກງານການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ COVID-19, ມຊລ ໄດ້ມີມາດຕະການດັ່ງຕໍ່ໄປນີ້:
1. ທຸກພະແນກ ແລະ ພະນັກງງານ-ຄູອາຈານ ໝົດທຸກຄົນ, ຕ້ອງໄດ້ເພີ່ມທະວີສະຕິໃນການປ້ອງກັນ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວ, ໃຫ້ພ້ອມກັນເຮັດວຽກງານການປ້ອງກັນເຊື້ອພະຍາດ ເລີ່ມຈາກໜ່ວຍງານຂອງຕົນ ແລະ ການປ້ອງກັນຕົນເອງມາກ່ອນ, ຕື່ນຕົວປະຕິບັດມາດຕະການທີ່ວາງອອກ, ເຮັດວຽກງານການປ້ອງກັນ ແລະ ຄວມຄຸມເຊື້ອພະຍາດໃຫ້ດີ.
2. ພະນັກງານຝ່າຍຈີນ ໃຫ້ຫຼີກລ້ຽງການອອກໄປຂ້າງນອກ, ຫ້າມໄປຍັງສະຖານທີ່ບ່ອນທີ່ມີຜູ້ຄົນແອອັດ. ຖ້າມີຄວາມຈໍາເປັນຕ້ອງອອກໄປຂ້າງນອກເພື່ອປະຕິບັດວຽກງງານ ຫຼື ຈັດຊື້ວັດຖຸສິ່ງຂອງທີ່ຈໍາເປັນຕ່າງໆ ແມ່ນໃຫ້ໃສ່ຜ້າປິດປາກອານາໄມທຸກໆຄັ້ງ, ພາຍຫຼັງກັບມາຮອດຫ້ອງການແລ້ວ ຕ້ອງໄດ້ຮີບຟ້າວລ້າງມືທັນທີ. ໃນເວລາໜັ່ງກິນເຂົ້າ ແມ່ນໃຫ້ແຍກໜັ່ງໃຜໜັ່ງລາວ, ພາຍໃນຫ້ອງພັກ ຕ້ອງໝັ່ນເປີດປ່ອງຢ້ຽມ ເພື່ອໃຫ້ອາກາດໂລ່ງ ເປັນປະຈໍາ. ຖ້າຜູ້ໃດຫາກມີອາການເປັນຫວັດ, ຄີງຮ້ອນ, ເປັນໄອ ແລະ ອາການອື່ນໆທີ່ບໍ່ດີ ແມ່ນໃຫ້ລາຍງານການຈັດຕັ້ງທັນທີ.
3. ພະນັກງານຝ່າຍລາວ ຕ້ອງໄດ້ພ້ອມກັນປ້ອງກັນຕົນເອງ ແລະ ສະມາຊິກພາຍໃນຄອບຄົວໃຫ້ດີ. ພະຍາຍາມຢ່າເດີນທາງດ້ວຍລົດໂດຍສານສາທາລະນະ, ບໍ່ໃຫ້ໄປຍັງສະຖານທີ່ບ່ອນທີ່ມີຜູ້ຄົນແອອັດ, ບໍ່ເຂົ້າຮ່ວມງານດອງ ແລະ ງານຊຸມນຸມສັງສັນອື່ນໆ, ໃຫ້ຫຼີກລ້ຽງການສໍາພັດຢ່າງໄກ້ຊິດກັບບຸກຄົນແປກໜ້າ ທີ່ເດີນທາງໄປ ຫຼື ມາຈາກປະເທດທີ່ມີຜູ້ຕິດເຊື້ອ. ຖ້າຜູ້ໃດຫາກມີອາການເປັນຫວັດ, ຄີງຮ້ອນ, ເປັນໄອ ແລະ ອາການອື່ນໆທີ່ບໍ່ດີ ແມ່ນໃຫ້ລາຍງານການຈັດຕັ້ງ ແລ້ວໃຫ້ພັກວຽກຊົ່ວຄາວເພື່ອຕິດຕາມອາການທັນທີ.
4. ພະແນກສອບຖາມ ແລະ ຮັບລົງທະບຽນ, ໃນເວລາເຮັດວຽກຕ້ອງໄດ້ໃຊ້ຜ້າປິດປາກອານາໄມຕະຫຼອດເວລາ, ພ້ອມທັງໃຫ້ພະຍາຍາມຈັດສັນຜູ້ຄົນທີ່ມາສອບຖາມ ຫຼື ລົງທະບຽນ ໃຫ້ເຂົ້າຫ້ອງການໄດ້ ຄັ້ງລະ 1 ຄົນ. ພະນັກງານພະແນກບໍລິການ ແລະ ຄຸ້ມຄອງອາຄານ ຕ້ອງໄດ້ໃສ່ຜ້າປິດປາກອານາໄມທຸກໆຄັ້ງ.
5. ຕ້ອງໄດ້ເຮັດວຽກການສຶກສາເພີ່ມຄວາມຮັບຮູ້ກ່ຽວກັບວຽກງານການປ້ອງກັນ ແລະ ຄວມຄຸມເຊື້ອພະຍາດ COVID-19 ໃຫ້ແກ່ນັກຮຽນ-ນັກສຶກສາເປັນຢ່າງດີ. ທາງ ມຊລ ໄດ້ຮຽບຮຽງຂໍ້ມູນແນະນໍາ ກ່ຽວກັບວິທີປ້ອງກັນ ແລະ ຄວມຄຸມເຊື້ອພະຍາດ COVID-19 ແລ້ວຈັດພິມເພື່ອແຈກຢາຍໃຫ້ນັກຮຽນ-ນັກສຶກສາ ຢ່າງທົ່ວເຖິງ, ພ້ອມທັງໄດ້ເຜີຍແຜ່ຜ່ານໜ້າ FACEBOOK ຂອງມະຫາວິທະຍາໄລ ເພື່ອໃຫ້ສັງຄົມໄດ້ຮັບຊາບ. ໃຫ້ທໍາການຈົດບັນທຶກຂໍ້ມູນສຸຂະພາບ ຂອງນັກສຶກສາປະລິນຍາຕີ, ນັກຮຽນບໍາລຸງພາສາຈີນ ແລະ ຜູ້ຈະເຂົ້າຮ່ວມສອບເສັງ HSK ເປັນຢ່າງດີ.
6. ພາຍຫຼັງເປີດຮຽນແລ້ວ, ຈະໄດ້ທໍາການວັດແທກອຸນຫະພູມຮ່າງກາຍຂອງນັກຮຽນທຸກຄົນທີ່ມາຮຽນໃນແຕ່ລະວັນ, ຖ້າມີສະພາບຜິດປົກກະຕິ ແມ່ນຈະແນະນໍາໃຫ້ກັບໄປພັກພ່ອນຢູ່ບ້ານ. ໃນເວລາເຂົ້າຮຽນ, ແມ່ນຈັດນັກຮຽນໜັ່ງຄົນລະໂຕະ. ພ້ອມດຽວກັນນັ້ນ, ໃນເວລາສິດສອນ ອາຈານກໍຕ້ອງໄດ້ຮັກສາໄລຍະຫ່າງໄດໜຶ່ງກັບນັກຮຽນ.
7. ມຊລ ຈະມີການສີດຢາຂ້າເຊື້ອພະຍາດໃນສະຖານທີ່ສາທາລະນະຕ່າງໆຕາມເວລາທີ່ກໍານົດໄວ້ ເຊັ່ນ: ຫ້ອງຮຽນ, ຫ້ອງການ, ເຮືອນຄົວ ແລະ ຫ້ອງນໍ້າ.
8. ມຊລ ໃຫ້ໂຈະການຈັດກິດຈະກໍານອກຫຼັກສູດຕ່າງໆທີ່ຈະມີຄົນເຂົ້າຮ່ວມເປັນຈໍານວນຫຼາຍ ເຊັ່ນ: ພິທີ ເປີດ-ປິດ ຊຸດຮຽນ, ກິດຈະກໍາສິນລະປະວັດທະນະທໍາ, ກິດຈະກຳກິລາ ເຫຼົ່ານີ້ເປັນຕົ້ນ.
9. ມຊລ ຈະອີງໃສ່ສະພາບການຕົວຈິງຂອງການແຜ່ລະບາດພາຍໃນລາວ ແລະ ການແຈ້ງການຢ່າງເປັນທາງການຂອງທາງພາກລັດ ໃນການເພີ່ມທະວີ ຫຼື ຫຼຸດມາດຕະການໃນການປ້ອງກັນ ແລະ ຄວບຄຸມເຊື້ອພະຍາດ ໃນແຕ່ລະບາດກ້າວ, ຮັບປະກັນການປະຕິບັດວຽກງານການປ້ອງກັນ ແລະ ຄວມຄຸມເຊື້ອພະຍາດ COVID-19 ຂອງ ມຊລ ໃຫ້ໄດ້ປະຕິບັດເປັນຢ່າງດີ.
ນອກຈາກນັ້ນ, ທ່ານ.ສຈ ຫວງຊິ້ງ ຍັງໄດ້ໃຫ້ຄໍາຊີ້ນໍາຢ່າງລະອຽດກ່ຽວກັບການປະຕິບັດວຽກງານການຮັບສະໝັກນັກສຶກສາ, ການເປີດບໍາລຸງພາສາຈີນ, ການຈັດສອບເສັງ HSK ທ່າມກາງການແຜ່ລະບາດຂອງເຊື້ອພະຍາດ COVID-19.
ທ້າຍສຸດ, ທ່ານ.ສຈ ຫວງຊິ້ງ ຫວັງຢ່າງຍິ່ງວ່າ ພະນັກງານ-ຄູອາຈານ ທັງໝົດຈະສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນເຮັດວຽກງານການປ້ອງກັນ ແລະ ຄວມຄຸມເຊື້ອພະຍາດ COVID-19 ເປັນຢ່າງດີ, ຮັບປະກັນວຽກງານຂອງ ມຊລ ໄດ້ດໍາເນີນໄປຢ່າງສະດວກ ລາບລື້ນ ແລະ ປອດໄພ.
