ຮັບປະກັນການຮຽນການສອນຢ່າງປົກກະຕິທ່າມກາງວິກິດCOVOD-19, ເປີດການບັນຍາຍຜ່ານລະບົບອອນລາຍ
(ບັນທຶກວຽກງານການຈັດຕັ້ງການຮຽນການສອນຂອງມຊລທ່າມກາງCOVOD-19)
ການແຜ່ລະບາດຂອງເຊື້ອພະຍາດຢ່າງໄຮ້ພົມແດນ. ເໝືອນດັ່ງທີ່ຮູ້ນໍາກັນແລ້ວວ່າ, ເຊື້ອພະຍາດຈຸລະໂລກສາຍພັນໃໝ່COVID-19 ໄດ້ມີການແຜ່ລະບາດໄປທົ່ວທຸກມຸມໂລກ, ໃນນັ້ນສປປລາວກໍມີຜູ້ຕິດເຊື້ອເຊັ່ນກັນ. ເລີ່ມແຕ່ວັນທີ 24/03/2020 ພາຍຫຼັງທີ່ໄດ້ກວດພົບ ຜູ້ຕິດເຊື້ອຄົນທໍາອິດໃນລາວ, ຫ້ອງການສໍານັກງານນາຍົກລັດຖະມົນຕີກໍໄດ້ອອກແຈ້ງການຕ່າງໆຫຼາຍສະບັບເພື່ອລະດົມຂົນຂວາຍປະຊາຊົນ ໃຫ້ພ້ອມກັນປ້ອງກັນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໃນຂອບເຂດທົ່ວປະເທດ, ໄດ້ປະກາດ“ສົງຄາມປ້ອງກັນເຊື້ອພະຍາດCOVID-19” ຢ່າງເປັນທາງການ. ຕໍ່ກັບສະພາບການແຜ່ລະບາດຂອງເຊື້ອພະຍາດຢ່າງຕໍ່ເນື່ອງ, ທ່າມກາງຄວາມກົດດັນແລະຄວາມຢ້ານກົວ, ພະນັກງານຝ່າຍ ຈີນ ຂອງ ມຊລ ໄດ້ຜ່ານຜ່າອຸປະສັກຄວາມຫຍຸ້ງຍາກຕ່າງໆນາໆ, ສູ້ຊົນປະຈໍາການແລະນໍາພາພະນັກງານຝ່າຍລາວແລະນັກສຶກສາທັງໝົດ ພ້ອມກັນປ້ອງກັນການແຜ່ລະບາດຂອງເຊື້ອພະຍາດແລະຮັບປະການການຮຽນການສອນໃຫ້ໄດ້ດໍາເນີນໄປຢ່າງເປັນປົກກະຕິ.

ເລີ່ມແຕ່ວັນທີ 18 ມີນາທີ່ລັດຖະບານລາວໄດ້ແຈ້ງໃຫ້ປິດໂຮງຮຽນຊົ່ວຄາວເປັນຕົ້ນມາ, ມຊລກໍໄດ້ເລີ່ມທົດລອງຈັດຕັ້ງການຮຽນການສອນ ຜ່ານລະບົບອອນລາຍ, ສູ້ຊົນຈັດຕັ້ງແບບ“ພັກໂຮງຮຽນ, ບໍ່ພັກການຮຽນ” ໃຫ້ໄດ້ຮັບໝາກຮັບຜົນ. ຜ່ານຄວາມພະຍາຍາມນໍາກັນຂອງໝົດທຸກຄົນ, ມຊລໄດ້ເປີດການຮຽນການສອນວິຊາພາສາຈີນຜ່ານລະບົບອອນລາຍແຕ່ວັນທີ 23 ມີນາເປັນຕົ້ນມາ. ຮອດປະຈຸບັນນີ້, ການຈັດຕັ້ງ ການຮຽນການສອນຜ່ານລະບົບອອນລາຍແມ່ນໄດ້ດໍາເນີນໄປເປັນເວລາ 1 ເດືອນກວ່າແລ້ວ ເຫັນວ່າການດໍາເນີນການຮຽນການສອນ ແມ່ນໄດ້ຮັບໝາກຮັບຜົນດີ, ນັກສຶກສາທຸກຄົນໄດ້ເຂົ້າຮ່ວມການຮຽນຕາມຕາຕະລາງຢ່າງຕົງເວລາ, ການສົນທະນາຖາມຕອບ ລະຫວ່າງ ນັກສຶກສາແລະອາຈານກໍໄດ້ດໍາເນີນໄປຢ່າງມີບັນຍາກາດຟົດຟື້ນ.

ພາຍຫຼັງທີ່ການຈັດຕັ້ງການຮຽນການສອນຜ່ານລະບົບອອນລາຍສໍາລັບນັກສຶກສາປະລິນຍາຕີໄດ້ປະສົບຜົນສໍາເລັດແລ້ວ, ມຊລ ກໍຍັງໄດ້ຈັດ ກິດຈະກໍາຢ່າງອື່ນເພື່ອເປັນການສົ່ງເສີມການຮຽນຮູ້ຜ່ານລະບົບອອນລາຍຕື່ມອີກ, ໃນນັ້ນພວກເຮົາໄດ້ຈັດການບັນຍາຍສົດຜ່ານລະບົບອອນລາຍ ໃນຫົວຂໍ້ລວມທີ່ວ່າ: “ຮຽນຮູ້ປະເທດຈີນຜ່ານ Cloud”, ໂດຍໄດ້ມອບໝາຍໃຫ້ອາຈານສອບພາສາຈີນຮັບໜ້າທີ່ໃນການບັນຍາຍໃນແຕ່ລະ ຫົວຂໍ້ຍ່ອຍທີ່ມີເນື້ອໃນກ່ຽວກັບ“ສິນລະປະພື້ນເມືອງຂອງຈີນ”, “ຄໍາສຸພາສິດຈີນ”, “ປະເພນີວັດທະນະທໍາຈີນ” ເຫຼົ່ານີ້ເປັນຕົ້ນ. ໂດຍໄດ້ເນັ້ນໜັກ ການໃຊ້ສັບສໍານວນທີ່ອ່ອນຊ້ອຍ, ການບັນຍາຍທີ່ມ່ວນຫູປະສົມປະສານກັບເນື້ອເລື່ອງທີ່ໜ້າສົນໃຈຊ່ວຍໃຫ້ປະຊາຊົນລາວກໍຄືນັກຮຽນ-ນັກສຶກສາ ສາມາດສໍາພັດໄດ້ເຖິງມົນສະເໜ່ຂອງພາສາແລະວັດທະນະທໍາຈີນ.

ຜ່ານການນໍາໃຊ້ຄໍາສັບທີ່ເຂົ້າໃຈງ່າຍ, ການກະກຽມຮູບພາບແລະວີດີໂອປະກອບຢ່າງຕັ້ງໃຈ, ການອອກແບບPPT ທີ່ສວຍງາມ ໂດຍອາຈານຜູ້ບັນຍາຍ, ສາມາດເປັນການຖ່າຍທອດສິນລະປະວັດທະນະທໍາທີ່ອຸດົມສົມບູນແລະສວຍງາມຂອງຈີນ ອອກສູ່ສາຍຕາ ຂອງປະຊາຊົນລາວ. ພ້ອມດຽງວກັນນັ້ນ, ຍັງເປັນການຊ່ວຍໃຫ້ຜູ້ຊົມໄດ້ຮຽນຮູ້ຄໍາສັບພາສາຈີນໄປພ້ອມໆກັນ. ຮອດປະຈຸບັນນີ້, ການບັນຍາຍແມ່ນໄດ້ດໍາເນີນໄປແລ້ວ 4 ຄັ້ງໃນຫົວຂໍ້ຍ່ອຍ“ໜັງຮູບເງົາ, ຮຽນຄໍາສຸພາສິດນໍາຂ້ອຍ, ກູ້ເຈິງ, ວັດທະນະທໍາການດື່ມຊາຂອງຈີນ”. ໄດ້ມີຜູ້ຊົມຊ່ວຍແບ່ງປັນຕໍ່ແລ້ວ 50 ກວ່າຄັ້ງ, ມີຜູ້ເຂົ້າຊົມທັງໝົດ 3000 ກວ່າເທື່ອຄົນ.
